ຂ.ຫົວພັນວຽດນາມເພີ້ມຂຶ້ນ

ຈໍາປາທອງ
2016.11.13
F-Viet ຊາວວຽດນາມ ໃນແຂວງຫົວພັນ ຄ້າຂາຍຕາມບ້ານເຮືອນ
Screen captured Lao-Viet video

ປັດຈຸບັນ ຊາວວຽດນາມ ເຂົ້າມາເຊົ່າ ດິນ ຊາວບ້ານ ແລະ ດິນຣັຖ ຢູ່ເມືອງແອດ ແຂວງຫົວພັນ ຫຼາຍຂຶ້ນ ເພື່ອລົງທຶນ ຕັ້ງຮ້ານ ຄ້າຂາຍ ເຄື່ອງຂອງ ແລະ ບໍຣິການ ໃນດ້ານຕ່າງໆ ຈົນ ກາຍເປັນວ່າ ໃນເມືອງແອດ ມີແຕ່ຮ້ານ ຂອງ ຄົນວຽດນາມ. ດັ່ງ ຊາວເມືອງແອດ ເວົ້າວ່າ:

"ຢູ່ຂອບເຂດຕລາດ ໃກ້ຄຽງ ນີ້ແມ່ນຄົນວຽດນາມ ໝົດ ຂາຍເຄື່ອງ ຂາຍຫຍັງ ສຳປະທານ ດິນ ເຊົ່າດິນ ຂອງຣັຖເບາະ ຂອງ ເອກຊົນ ເບາະ ຂອງບ້ານ ປະຊາຊົນ ນີ້ນະ ຮ້ານຂາຍເຄື່ອງ ບໍ່ ຫລືວ່າເຮັດ ບໍຣິສັດ ວຽດນາມ ນີ້ມັນ ກໍຂ້ອນຂ້າງວ່າ ຢາກໃກ້ ເຂົ້າມາ ຫຼາຍແດ່ ການພົວພັນ ເສຖກິດ ອັນນັ້ນ ອັນນີ້ ສ່ວນຫຼາຍ ມາຈາກ ວຽດນາມ ໝົດ".

ທ່ານເວົ້າຕື່ມວ່າ ທຸກມື້ນີ້ ສິນຄ້າ ທຸກຢ່າງ ຢູ່ພາຍໃນ ເມືອງແອດ ນັບຕັ້ງແຕ່ ອາຫານ ໄປຈົນຮອດ ຣົດຈັກ ລ້ວນແລ້ວແຕ່ ໄປຊື້ນຳ ພໍ່ຄ້າ ວຽດນາມ ທັງໝົດ ແລະ ການປູກພືດ ຜັກ ຮວມທັງ ໝາກສາລີ ກໍແມ່ນ ຊາວວຽດນາມ ລົງທຶນ ປູກ ແລະ ທັງມີ ຂ່າວວ່າ ອີກບໍ່ດົນນີ້ ນັກທຸຣະກິດ ວຽດນາມ ກຽມເຂົ້າມາ ລັງທຶນ ເຮັດສວນກ້ວຍ ໃນເນື້ອທີ່ ກວ່າ 2 ພັນເຮັກຕາ ເພື່ອສົ່ງໄປຂາຍ ວຽດນາມ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ຫ້ອງການ ພັທນາ ຊົນນະບົດ ແຂວງຫົວພັນ ເວົ້າວ່າ ປັດຈຸບັນ ຊາວວຽດນາມ ເຂົ້າມາເຮັດ ທຸຣະກິດ ຢູ່ແຂວງ ຫົວພັນ ຫຼາຍແທ້ ເພາ ຣັຖບາລ ເປີດກວ້າງ ໃນເຣຶ່ອງ ຄ້າຂາຍແລະ ການລົງທຶນ ຈາກ ຕ່າງປະເທສ ເພື່ອໃຫ້ ປະຊາຊົນ ມີການເປັນຢູ່ ທີ່ດີຂຶ້ນ:

"ຣັຖບານເຮົາມັນເປີດກວ້າງ ເນາະກ່ຽວກັບ ການຄ້າຂາຍ ນີ້ຫັ້ນນະ ອີກອັນນຶ່ງ ເຄື່ອງທີ່ວ່າ ຄົນ ຕ່າງປະເທດ ເອົາມາຂາຍ ມັນຈະຖືກ ກວ່າຫັ້ນ ນະເນາະ ກະຄືເຮັດໃຫ້ ຊີວິດ ປະຊາຊົນ ຫັ້ນດີຂຶ້ນ ຍ້ອນວ່າວຽດບໍ່ ຈີນບໍ່ ເພິ່່ນເອົາຣົດເຫວບ ຣົດຫຍັງຫັ້ນ ມາຂາຍ ຊາວບ້ານ ກະສາມາດ ຊື້ໄດ້ ແຕ່ລະເຮືອນ ຫັ້ນ ກໍສາມາດ ໄດ້ຂີ່".

ແຕ່ນາງກໍເວົ້າວ່າ ທ່ານ ບໍ່ຮູ້ຈຳນວນ ຊາວວຽດນາມ ທີ່ເຂົ້າມາ ແຂວງຫົວພັນ ນີ້ ມີເທົ່າໃດ ກັນແທ້ ແຕ່ມີຣາຍງານ ເມື່ອຕົ້ນປີ ນີ້ວ່າ ມີ ປະມານ 6,000 ຄົນ. ແລະວ່າ ທາງການ ຈະສຳຣວດ ກວດກາ ຄົນຕ່າງ ປະເທສ ເຂັ້ມງວດຂຶ້ນ ເພາະມີ ແນວໂນ້ມວ່າ ຈະເຂົ້າມາ ຫຼາຍຂຶ້ນ ນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.