ວຽດນາມວ່າຈະຢຸດເອົາໄມ້ ຈາກ ລາວ
2014.11.09
ຊາວບ້ານ ໃນເຂດ ພາກໃຕ້ ຂອງລາວ ເປີດເຜີຍວ່າ ຍັງມີຣົດ ຂົນ ໄມ້ທ່ອນ ຕາມ ທາງຫລວງ ເລກທີ 13 ເລກ 16 ແລະ 18 ໄປຍັງ ຊາຍແດນ ປະເທດ ວຽດນາມ ຢູ່ ທຸກມື້ນີ້ ເຖິງວ່າ ຈະມີຂ່າວ ວ່າ ວຽດນາມ ຈະໂຈະ ການນຳເຂົ້າ ໄມ້ທ່ອນ ຈາກ ສປປລາວ ແລະ ກັມພູຊາ ຊົ່ວຄາວ:
"ໝ້ອງ ເຊກອງ ຫລື ອັຕຕະປື ເນາະ ເພາະວ່າ ມັນມາ ຫລາຍບ່ອນ ປະມານ 30 ກວ່າ ຄັນ ໃນມື້ ຕາມຄຳນວນ ເບິ່ງວ່າ ປະມານ 30 ຄັນ ເຂົາບໍ່ເຖິງ ຄືກັນ ແບບວ່າ ບ້ານເຮົາ ກໍເວົ້າ ເຣື່ອງ ພື້ນບ້ານ ເບິ່ງແຍງ ການສັນຈອນ ໄປມາ ຊື່ນະ".
ທ່ານກ່າວ ຕື່ມວ່າ ປັຈຈຸບັນ ຍັງເຫັນ ຣົດ ບັນທຸກ ໄມ້ທ່ອນ ແລ່ນຕາມ ເສັ້ນທາງ 13 ເສັ້ນທາງ 16 ແລະ 18 ຜ່ານ ແຂວງ ຈຳປາສັກ ອັຕຕະປື ແລະ ເຊກອງ ມູ້ງສູ່ ປະເທດ ວຽດນາມ ຢູ່ຕໍ່ໄປ ຊຶ່ງເຮັດໃຫ້ ເຊື່ອວ່າ ຍັງມີການ ຕັດໄມ້ ຢູ່ ໂດຍ ສະເພາະ ຢ່າງຍິ່ງ ໃນເຂດ ແຂວງ ອັຕຕະປື ແລະ ເຊກອງ. ແຕ່ ບໍ່ຮູ້ຄັກ ແນ່ວ່າ ເປັນໄມ້ ຜິດ ກົດໝາຍ ຫລືບໍ່ ເພາະ ສັງເກດ ເຫັນ ຣົດ ບັນທຸກ ແລ່ນ ຕາມ ເສັ້ນທາງ ເທົ່ານັ້ນ.
ໜັງສືພິມ The Pnompenh Post ຂອງ ກັມພູຊາ ຣາຍງານ ເມື່ອ ວັນທີ 6 ພຶສຈິກາ 2014 ວ່າ ທາງການ ວຽດນາມ ປະກາດ ໂຈະ ການນຳເຂົ້າ ໄມ້ທ່ອນ ຈາກ ລາວ ແລະ ກັມພູຊາ ນັບແຕ່ ວັນທີ 8 ທັນວາ ເປັນຕົ້ນ ໄປ. ການໂຈະ ຄັ້ງນີ້ ກໍ ເພື່ອ ເປັນການ ຫລຸດຜ່ອນ ການ ວິພາກ ວິຈານ ຂອງ ຕ່າງປະເທດ ທີ່ວ່າ ວຽດນາມ ເປັນຕົວການ ທຳລາຍ ປ່າໄມ້. ແລະ ຕາມ ຣາຍງານ ຂອງ ຂ່າວ ທາງການ ວຽດນາມ ວ່າ ວຽດນາມ ສົ່ງ ຜລິຕພັນ ໄມ້ ອອກໄປ ຂາຍ ຕ່າງປະເທດ ມູລຄ່າ 6 ພັນ 500 ລ້ານ ໂດລາ ສະຫະຣັດ ຕໍ່ປີ ຂນະທີ່ ມູລຄ່າ ການ ນຳເຂົ້າໄມ້ ເພື່ອຜລິດ ເຄື່ອງ ເຟີນີເຈີ ມີ 2 ຕື້ ໂດລາ ສ່ວນຫລາຍ ເປັນໄມ້ ຈາກປ່າ ໃນ ປະເທດ ລາວ.