ຄົນງານລາວຖືຶກຈັບອີກ 8 ຄົນ ຢູ່ໄທຍ

ສິດນີ
2020.08.19
f-workers ຄົນລາວຈາກ ແຂວງຈຳປາສັກ ແລະ ສວັນນະເຂດ ທີ່ ລັກລອບເຂົ້າໄທຍ ເພື່ອຊອກຫາວຽກເຮັດງານທໍາ ເພື່ອຄວາມຢູ່ລອດ ແຕ່ຖືກຈັບ ໃນຖານເຂົ້າເມືອງ ແບບບໍ່ຖືກຕ້ອງຕາມກົດໝາຍ
ຮູບຈາກເພຈ ຂ່າວອູບົນ-ຈໍາປາສັກ

ໃນມື້ວັນທີ 18 ສິງຫາ ຜ່ານມາ ຕຳຣວດ ແຂວງອຸບົນຣາຊທານີ ຂອງໄທຍ ໄດ້ຈັບຄົນລາວ ອີກ 8 ຄົນ ທີ່ລັກເຂົ້າປະເທດຜິດກົດໝາຍຢູ່ ບໍຣິເວນ ທ່າເຮືອດ່ານປະເພນີ ບ້ານນາງແວງໃຫມ່ ເມືອງເຂັມມະຣາດ ແຂວງ ອຸບົນຣາຊທານີ ເປັນຜູ້ຊາຍ 2 ຄົນ ແມ່ຍີງ 6 ຄົນ ເປັນຄົນແຂວງຈຳປາສັກ ແລະ ສວັນນະເຂດ ກຸ່ມດັ່ງກ່າວ ມີຈຸດປະສົງ ຈະໄປຫາເຮັດ ວຽກ ຢູ່ບາງກອກ ແຕ່ຖືກຈັບກອ່ນ. ຕາມຄຳເວົ້າ ຂອງເຈົ້່າຫນ້າທີ່ຕຳຣວດໄທຍ ແຂວງອຸບົນຣາຊທານີ ທ່ານນຶ່ງຕໍ່ເອເຊັຽເສຣີ ໃນມື້ວັນທີ 19 ສິງຫາ ນີ້ວ່າ:

"ເຂົາລັກລອບເຂົ້າມາບ້ານນາແວງ ຜູ້ຊາຍ 2 ຄົນ ຜູ້ຍີງ 6 ຄົນ ໃນລັສມີແບບຫມູ່ບ້ານຊ່ອງທາງທັມມະຊາດ ອີກຫລາຍກິໂລແມັດ ຄືການ ລັກລອບກໍເລີຍງ່າຍ ສະດວກ ສ່ວນມາກເຂົາກໍ ຕ້ອງໄປຫາງານທຳ ເພາະວ່າ ຕັ້ງແຕ່ຊ່ວງໂຄວິດ ນາຍຈ້າງກໍພັກດັນ ໃຫ້ເຂົາອອກ ໃຫ້ເຂົາ ກັບບ້ານ ສະຖານະການຄີ່ຄາຍແລ້ວ ເຂົາກໍຄົງຢາກເຂົ້າມາ ທຳມາຫາກິນ ໃນປະເທດໄທຍ ເຫມືອນເດີມ."

ທ່ານກ່າວຕື່ມວ່າ ຄົນລາວ ທັງຫມົດ ໄດ້ເດີນທາງເຂົ້າມາເອງ ໂດຍບໍ່ມີນາຍຫນ້າ ເພາະເຄີຍເຂົ້າມາເຮັດຢູ່ໄທຍ ແລ້ວກ່ອນໂຄວິດ-19 ຣະບາດ ປັດຈຸບັນ ເຈົ້າຫນ້າທີ່ດ່ານ ກຳລັງລໍຖ້າສົ່ງ ກັບ ປະເທດ.

ເຈົ້າຫນ້າທີ່ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ຕາມແຄມແມ່ນ້ຳຂອງ ກໍມີເຈົ້າຫນ້າທີ່ລາວ ກວດກາຢູ່ ແຕ່ຄົນຈະລັກເຂົ້າໄປໄທຍ ເຂົາກໍຊອກຫາເສັ້ນທາງ ທີ່ຫລົບສາຍຕາ ເຈົ້າຫນ້າທີ່ ຢູ່ແລ້ວ ເພາະຊາຍແດນລາວກັບໄທຍ ມີພື້ນທີ່ຕິດກັນ ແລະ ກໍມີເສັ້ນທາງທັມມະຊາດ ຫລາຍບອ່ນ ທີ່ສາມາດຂ້າມໄປໄດ້.

"ຣະບຽບເຂົາເຮັດໄວ້ ເຂົາກໍເຂົ້າກວດຂອງເຂົາ ແຕ່ວ່າຄົນທີ່ຂີ້ລັກ ໄປນີ້ນ່າ ໄປບ່ອນຈຸດທີ່ເຂົາສາມາດລັກໄປໄດ້ແຫລະ ບາງເທື່ອເຂົາກວດ ຢູ່ນີ້ ເຮົາບໍ່ໄດ້ເຮັດຫລັກຮົ້ວໃວ້ ຄືຮົ້່ວບ້ານເດ ເຂົາກໍມີເປັນຈຸດເປັນວ່າງດັກຄົນທີ່່ລັກໄປ ມັນກະໄປຕາມຈຸດ ເຮົາກະບໍ່ຮູ້ແລ້ວ."

ທ່ານກ່າວຕື່ມວ່າ ປັດຈຸບັນຢູ່ລາວ ກໍຍັງບໍ່ໃຫ້ຜູ້ໃດເດີນທາງເຂົ້າອອກ ນອກປະເທດ ຍັງມີມາຕການປ້ອງກັນ ໂຄວິດ-19 ຢູ່. ມາຕການຂອງ ທາງການລາວ ຫາກທາງການໄທຍ ສົ່ງໂຕ ຄົນລາວທີ່ລັກຂ້າມໄປໄທຍ ກັບຄືນມາລາວ ທາງລາວ ກໍບໍ່ໄດ້ລົງໂທດ ແຕ່ເອົາໄປກັກໂຕ 14 ມື້ ເທົ່ານັ້ນ.

"ບໍ່ໄດ້ທັນໄດ້ວ່າ ໂປຣໂຫມດ ໄດ້ບອກຜູ້ໃດໃຫ້ອອກ ນອກປະເທດ ຄັນແມ່ນຖືກຈັບໄດ້ ບໍ່ມີ ບໍ່ມີ ຄຳວ່າລົງໂທດເນາະ ມີແຕ່ວ່າຕ້ອນຮັບ ເຂົ້າມາຢູ່ສູນຫັ້ນ ໃຫ້ກິນເຂົ້າກິນນ້ຳ ປົກກະຕິ.

ຄົນງານລາວ ທີ່ເຄີຍເຮັດວຽກຢູ່ປະເທດໄທຍ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ສາເຫດທີ່ຄົນລາວມັກລັກເຂົ້າໄປໄທຍ ຍ້ອນຢູ່ລາວ ກໍບໍ່ມີວຽກ ງານທຳ ວຽກຫາຍາກ.

"ບາງທີ່ເຂົາກໍມາດ້ວຍຄວາມຈຳເປັນ ເຂົາກະບໍ່ມີວຽກເຮັດງານທຳ ລາວມັນຊອກຫາວຽກງານທຳຍາກ ອີກຢ່າງນຶ່ງ ມັນເປັນເມືອງນ້ອຍ ຄ່າແຮງມັນກະຕ່ຳ ເຂົາກໍຢາກມາຫາງານ ທີ່ດີສະ ຫາງານທີ່ມັນໄດ້ຄ່າແຮງແພງກວ່າຢູ່ລາວ, ຢູ່ລາວ ຄ່າແຮງມັນຖືກ ເຂົາກໍເລີຍຢາກມາ."

ເມື່ອເດືອນມິຖຸນາ ຜ່ານມາ ທາງການໄທຍ ຣາຍງານວ່າ ໄດ້ຈັບຄົນລາວລັກລອບ ເຂົ້າໄທຍ 142 ຄົນ ໂດຍຜ່ານເສັ້ນທາງ ທັມມະຊາດ ແລະ ກໍຍັງມີຄົນລັກເຂົ້າມາເພີ້ມອີກ ຢ່າງຕໍ່ເນື່ອງ ສ່ວນໃຫຍ່ລັກເຂົ້າມາ ເພື່ອຫາວຽກເຮັດງານທຳ.

ແລະໃນວັນທີ 1 ກໍຣະກະດາ ກໍພົບຄົນລາວ 21 ຄົນ ເປັນຍາດພີ່ນ້ອງກັນ ທັງຫມົດ ມີເດັກນ້ອຍ 6 ຄົນ ແລະ ຜູ້ໃຫຍ່ 15 ຄົນ ຈັບໄດ້ຢູ່ ເມືອງເຂັມມະຣາດ ແຂວງອຸບົນຣາຊທານີ ຂີ່ເຮື່ອ ເຂົ້າມາຕາມລຳນ້ຳຂອງ ຈາກ ເມືອງ ຊະນະສົມບູນ ແຂວງຈຳປາສັກ ເພື່ອເຂົ້າໄປຫາວຽກ ຢູ່ບາງກອກ ໂດຍມີນາຍຫນ້າພາເຂົ້າໄທ ຈະເສັຽຄ່າເຮືອ ຄ່າຣົດ ແລະຄ່ານາຍຫນ້າ ຮ່ວມແລ້ວ ຄົນລະ 5,400 ບາດ.

ເຖິງຢ່າງໃດກໍຕາມ ໄທຍຍັງປິດດ່ານສາກົນຢູ່ ຍັງບໍ່ອະນຸຍາດໃຫ້ຄົນຕ່າງຊາດເຂົ້າມາ. ທາງການໄທຍກຳລັງ ພິຈາຣະນາໃຫ້ຄົນລາວ ພະມ້າ ແລະ ກຳພູຊາ ກັບເຂົ້າມາເຮັດວຽກ ຢູ່ໄທຍ ຄືນໃຫມ່ ແຕ່ຍັງລໍຖ້າ ຣັຖບານປະກາດຢ່າງເປັນທາງການ ອີກເທື່ອນື່ງ.ຄົນງານຕ່າງດ້າວ ທີ່ ຮ່ວມດ້ວຍຄົນງານລາວ ຖ້າຖືກອະນຸຍາດໃຫ້ ເຂົ້າມາເຮັດວຽກ ໃນໄທຍ ອີກ, ກຸ່ມດັ່ງກ່າວ ຕ້ອງຖືກກັກໂຕ 14 ມື້ ຕາມມາຕການປ້ອງກັນ ໂຄວິດ-19 ແລະ ທຸກຄົນ ຕ້ອງອອກຄ່າໃຊ້ ຈ່າຍເອງ..

ກະຊວງແຮງງານແລະສວັດດີການສັງຄົມ ໄທຍ ຖແລງວ່າ ປະເທດໄທຍ ຈຳເປັນຕ້ອງໃຊ້ແຮງງານລາວ ກຳພູຊາ ແລະ ພະມ້າ ໃນສອງ ປະເພດ ຄືກຸ່ມທີ່ມີ ໃບອະນຸຍາດເຮັດວຽກ ແລະ ວິຊາ ຈຳນວນ 69,235 ຄົນ ແລະ ຄົນທີ່ບໍ່ມີໃບ ອະນຸຍາດເຮັດວຽກແລະວິຊາ ຈຳນວນ 42,168 ຄົນ ຊື່ງກຸ່ມນີ້ເປັນກຸ່ມ ນາຍຈ້າງ ຍື່ນຕິດຕໍ່ຜ່ານ ກະຊວງແຮງງານໄທຍ ເພື່ອໃຫ້ເຂົ້າມາ ເຮັດວຽກໃນໂຄງຮ່າງພື້ນຖານດ້ານການ ກໍ່ສ້າງ,ແລະ ອຸດສາຫະກັມ ອາຫານ ຊື່ງ ເປັນກຸ່ມທີ່ເຄີຍເຮັດວຽກໃນໄທຍ ກ່ອນການຣະບາດຂອງໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.