ລາວ-ວຽດນາມຕົກລົງການຄ້າ

ອຸ່ນແກ້ວ ສຸກສະຫວັນ
2015.04.08
F-default2 ລາວ-ວຽດນາມ ເຊັນສັນຍາ ຕົກລົງ ການຄ້າ
RFA

ຣັຖບານ ສປປ ລາວ ກັບ ຣັຖບານ ວຽດນາມ ໄດ້ ໃຫ້ ສັຕຍາບັນ ໃນຂໍ້ ຕົກລົງ ດ້ານ ການຄ້າ ຮ່ວມກັນ ໃນ ຕົ້ນ ເດືອນ ມິນາ 2015. ອີງຕາມ ສໍານັກ ຂ່າວສານ ວຽດນາມ. ການ ລົງນາມ ຂໍ້ ຕົກລົງ ດັ່ງກ່າວ ມີຂຶ້ນ ຢູ່ ປະເທດ ລາວ ໂດຍ ແມ່ນ ກະຊວງ ອຸດສາຫະກັມ ການຄ້າ ຂອງ ລາວ ກັບ ຜູ້ຕາງໜ້າ ກະຊວງ ອຸດສາຫະກັມ ການຄ້າ ຂອງ ວຽດນາມ. ໃນ ຂໍ້ ຕົກລົງ ທີ່ ເຊັນກັນ ນັ້ນ ແມ່ນ ເພື່ອ ທົດແທນ ຂໍ້ ຕົກລົງ ການຄ້າ ທີ່ ທັງສອງ ປະເທດ ໄດ້ ເຊັນກັນ ໃນປີ 1998.

ຂໍ້ຕົກລົງ ໃໝ່ ທີ່ ເຊັນກັນ ນັ້ນມີ 6 ໝວດ ແລະ 16 ມາດຕຣາ ຊຶ່ງ ຈະມີຜົນ ບັງຄັບ ໃຊ້ ຫລັງຈາກ ທີ່ ທັງສອງ ຝ່າຍ ໄດ້ ມີການ ແລກປ່ຽນ ບົດບັນທຶກ ທາງ ດ້ານ ການທູດ ທີ່ ເວົ້າເຖີງ ການ ເຫັນພ້ອມ ກັນ ແລະ ມີການ ຢັ້ງຢືນ ເຖີງຂັ້ນ ຕອນ ຕ່າງໆ ທີ່ໄດ້ ສໍາເຣັດ ລົງ.

ຢູ່ພາຍໃຕ້ ຂໍ້ ຕົກລົງ ດັ່ງກ່າວ, ລາວ ແລະ ວຽດນາມ ຈະລົບລ້າງ ການ ເກັບ ພາສີ ສິນຄ້າ ຂອງແຕ່ລະ ປະເທດ 95 ສ່ວນຮ້ອຍ. ທັງສອງ ປະເທດ ໄດ້ ຕົກລົງ ກ່ຽວກັບ ການ ເກັບ ພາສີ ໃນ ອັດຕຣາ ພິເສດ ແບບໃໝ່ ຂອງ ວຽດນາມ ຕໍ່ກັບ ສິນຄ້າ ຈາກ ປະເທດ ລາວ.

ຄາດການວ່າ ຂໍ້ ຕົກລົງ ການຄ້າ ຮ່ວມກັນ ຣະຫວ່າງ ລາວ-ວຽດນາມ ຈະເປີດ ໂອກາດ ໃຫ້ ແກ່ ການ ຮ່ວມມື ທາງດ້ານ ການຄ້າ ແລະ ສົ່ງເສີມ ການ ຮວມຕົວ ທາງດ້ານ ວັທນະທັມ ຂອງ ລາວ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.