ຖນົນເຂົ້າຫາດົງໂດກເລີ້ມ ປັບປຸງ

ມະນີຈັນ
2015.10.16
F-Dongdok ເສັ້ນທາງຕໍ່ໜ້າ ມະຫາວິທຍາໄລ ແຫ່ງຊາດ ໄປຫາສາມແຍກສີເກີດ
RFA/NY

ທາງການ ລາວ ໄດ້ເລີ່ມ ການກໍ່ສ້າງ ຍົກຣະດັບ ເສັ້ນທາງ ຈາກ ສີ່ແຍກ ໄຟແດງ ຖນົນ ເລກທີ 13 ໃຕ້ ກັບ ຖນົນ 450 ປີ ເຂົ້າຫາ ມະຫາວິທຍາໄລ ດົງໂດກ, ຕໍ່ໃສ່ ສີ່ແຍກ ຕານມີໄຊ ໄປຫາ ສາມແຍກ ສີເກີດ ໃນ ນະຄອນຫຼວງ ວຽງຈັນ.

ການກໍ່ສ້າງ ຖນົນ ໃນຊ່ວງ ທຳອິດ ມີ ຄວາມຍາວ 2 ກິໂລແມັດ ເຄິ່ງ, ໂດຍກໍານົດ ສ້າງ ໃຫ້ສຳເລັດ ພາຍໃນ 9 ເດືອນ ຊຶ່ງ ເປັນນຶ່ງ ໃນ ການຕຣຽມ ເປັນເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ໃນ ປີຫນ້າ, ຕາມການ ເປີດເຜີຍ ຂອງ ເຈົ້າຫນ້າທີ່ ທ່ານນຶ່ງ:

“ກຳລັງ ຈົກ ດິນອອກ ອະນາມັຍ ແນວທາງ ເລີ່ມມາ ແຕ່ວັນທີ 1 ເດືອນ ສິບ. ເຮົາເຮັດ ຊ່ວງ ທຳອິດ ນີ້ ປະມານ 2.5 ກິໂລແມັດ ເພາະວ່າ ຈະເລັ່ງ ໃຫ້ແລ້ວ ໃນ ເດືອນ 6 ປີ ຫນ້າ ກໍຄື ຈະກຽມໃສ່ ຕົວນັ້ນ ລະ”.

ການກໍ່ສ້າງ ໃນຊ່ວງ ທຳອິດ ນີ້ ດຳເນີນການ ໂດຍ ບໍລິສັດ ວິສວະກັມ ຈີນ-ຍູນນານ ຊຶ່ງ ປັດຈຸບັນ ນີ້ ປະຊາຊົນ ຍັງ ສາມາດ ໃຊ້ ເສັ້ນທາງ ນີ້ ໄດ້ຢູ່ ບາງສ່ວນ. ຖນົນ ຊ້ວງນີ້ ຈະເປັນ ທາງ ເບຕົງ, ກວ້າງ 28 ແມັດ ພ້ອມມີ ຣະບົບ ຣະບາຍ ນ້ຳ, ໃຊ້ ງົປມານ 78.73 ຕື້ ກີບ, ໃຊ້ ເງິນກູ້ ຈາກຈີນ.

ທາງການ ລາວ ກະວ່າ ຈະສ້າງໃຫ້ ແລ້ວ ກ່ອນຈະຈັດ ກອງປະຊຸມ ສຸດຍອດ ອາຊຽນ ເດືອນ ພຶສຈິກາ 2016. ສໍາລັບ ການກໍ່ສ້າງ ຂອງຊ່ວງ ທີສອງ ຈາກ ສີ່ແຍກ ຕານມີໄຊ ໄປຫາ ສາມແຍກ ສີເກີດ, ຊຶ່ງ ຍາວ ປະມານ 9 ກິໂລແມັດ ປາຍນັ້ນ ກໍກໍາລັງ ຊອຫຫາ ແຫຼ່ງ ກູ້ຢືມເງິນ ແລະ ບໍຣິສັດ ຮັບເໝົາ ກໍ່ສ້າງ ຢູ່.

ເອເຊັຽ ເສຣີ ໄດ້ ສອບຖາມ ນໍາຊາວ ນະຄອນຫຼວງ ວຽງຈັນ ເຖິງ ບັນຫາ ການໃຊ້ ຖນົນຫົນທາງ ໂດຍທົ່ວໄປ ໃນ ປັດຈຸບັນ ຫຼາຍຄົນ ເວົ້າວ່າ ຍັງ ຫຍຸ່້ງຍາກ ຢູ່, ໂດຍສະເພາະ ເສັ້ນທາງ ນອກເມືອງ ທີ່ເປ່ເພ, ເຊັ່ນວ່າ ເສັ້ນທາງ ບ້ານຫ້ອມ ເມືອງ ຫາດຊາຍຟອງ ຍັງ ເປ່ເພ ເປິເປື້ອນ ຂີ້ຝຸ່ນ ຫລາຍ ຄືເກົ່າມາ ຫຼາຍປີແລ້ວ, ຄວນ ໄດ້ຮັບການ ສ້ອມແປງ. ດັ່ງ ທ່ານ ກ່າວວ່າ:

“ທາງ ບ້ານຫ້ອມ ມັນກໍເປັນ ທາງແດງ ທາງຍາກ ຄືເກົ່າ ບໍ່ໄດ້ ເຮັດຫຍັງ ເທື່ອ. ອອກ ນອກເມືອງ ສ່ວນຫຼາຍ ຍັງເປັນ ສະພາບເດີມ ທາງ ດິນແດງ ຫຼື ທາງຢາງ ແບບ ເພິ່ນເຮັດ ບໍ່ທັນ ຖາວອນ ເປັນຂຸມ ຢູ່ ຫັ້ນລະ”.

ປະຊາຊົນ ໃນ ນະຄອນຫຼວງ ວຽງຈັນ ວ່າ ຊ່ວງນີ້ ຝົນ ເຊົາຕົກ 3-4 ມື້ ແລ້ວ, ຈຶ່ງ ຫວັງວ່າ ທາງການ ຈະເລັ່ງ ສ້ອມແປງ ເສັ້ນທາງ ຕ່າງໆ ໃຫ້ດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.