ເມືອງໂພນໂຮງຈະສ້າງເຂດ ອຸດສາຫະກັມ

ແຂວງວຽງຈັນ ເລີ້ມສຳຣວດ ພື້ນທີ່ ສ້າງເຂດ ອຸດສາຫະກັມ ທີ່ ເມືອງໂພນໂຮງ.
ສິດນີ
2013.01.28
F-Vangvieng-road ຄວາມຈະເຣີນ ກ້າວໜ້າ ຂອງເມືອງວັງວຽງ ຖນົນຫົນທາງ ຂະຫຍັບຂະຫຍາຍ ມີເສົາໄຟຟ້າ ແລ່ນເຂົ້າສູ່ໂຕເມືອງ ນັກທ່ອງທ່ຽວ ມາຢ້ຽມຢາມ ເສຖກິຈ ທ້ອງຖິ່ນດີຂື້ນ
RFA/Khamouan

ເຈົ້າຫນ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ເວົ້າຕໍ່ ເອເຊັຽເສຣີ ໃນມື້ວັນທີ 28 ມົກຣາ ວ່າໃນປັດຈຸບັນ ທາງການແຂວງ ໄດ້ເລີ້ມສຳຣວດ ພື້ນທີ່ ສ້າງເຂດ ອຸດສາຫະກັມ ທີ່ເມືອງໂພນໂຮງ ເຂດບ້ານ ຫນອງຊອນ ຊື່ງໄດ້ວາງແຜນ ມາແຕ່ ປາຍປີ ທີ່ຜ່ານມາ. ແຕ່ຍັງບໍ່ສາມາດ ບອກຣາຍຣະອຽດ ໄດ້ວ່າ ພື້ນທີ່ທັງຫມົດ ຈະມີຫລາຍ ປານໃດ. ທ່ານເວົ້າວ່າ:

"ໂພນໂຮງດຽວນີ້ ກຳລັງສຳຣວດ ຂອບເຂດ ກຳນົດຂອບເຂດ ກັນ ຍັງບໍ່ທັນ ເຫັນໂຕເລກ ແຈ້ງມາເປັນ ທາງການເທື່ອ ຂະເຈົ້າ ກຳລັງຍ່າງສຳຣວດ ສຳຣວດແລ້ວ ຊີ່ສັງລວມເບີ່ງ ເນື້ອທີ່ດີນ ວ່າມີຫລາຍ ປານໃດ ແລ້ວຊີ່ນຳສເນີ ທາງແຂວງ ທາງຣັຖບານ ເພື່ອ ອະນຸມັດ ເປັນເຂດ ອຸດສາຫະກັມ".

ທ່ານເວົ້າຕໍ່ໄປວ່າ ເບື້ອງຕົ້ນ ການສຳຣວດ ພື້ນທີ່ ຈະໃຊ້ເວລາດົນ ພໍສົມຄວນ ເນື່ອງຈາກ ພື້ນທີ່ສ່ວນໃຫຍ່ ຢູ່ບ້ານຫນອງຊອນ ເປັນປ່າ ຕ້ອງໄດ້ຕັດ ຕົ້ນໄມ້ ອອກຫມົດ ແຕ່ການສຳຣວດ ດັ່ງກ່າວ ຈະໃຫ້ສຳເຣັດ ໃນທ້າຍປີນີ້. ໃນຂັ້ນຕໍ່ໄປ ກໍຈະຊອກຫາ ນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໂດຍຄາດວ່າ ໂຄງການນີ້ ຈະເລີ້ມກໍ່ສ້າງ ຢ່າງເປັນທາງການ ໃນປີ 2014.

ກ່ອນຫນ້ານີ້ ມີຂ່າວວ່າ ໂຄງການນີ້ ຈະກວມເອົາດິນ ຊາວບ້ານ ບາງສ່ວນ ແຕ່ເຈົ້າຫນ້າທີ່ ທ່ານນີ້ ບອກວ່າ ຈະບໍ່ເອົາດິນ ຊາວບ້ານ ຈະເອົາແຕ່ດິນ ຂອງ ຣັຖເທົ່ານັ້ນ:

"ບໍ່ດິນຂອງຣັຖ ດິນຂອງຣັຖບານ ເປັນພື້ນທີ່ ປ່າໄມ້ ປ່າເລົາອ່ອນ ນະ".

ຕາມແຜນການທີ່ ໄດ້ວາງໃວ້ ແຂວງວຽງຈັນ ຈະມີເຂດເສຖກິດ ພິເສດ ທັງຫມົດ 3 ແຫ່ງ ໃນຈຳນວນ 41 ແຫ່ງ ໃນທ່ົວປະເທດ ນອກຈາກ ເຂດ ອຸດສາຫະກັມ ໂພນໂຮງ ແລ້ວ ກໍຍັງມີ ເຂດວັງຫມີ້ນ ແລະ ເຂດວັງວຽງ ທີ່ຈະຖືກພັທນາ ໃຫ້ເປັນເຂດ ການຄ້າ ທ່ອງທ່ຽວ ແລະ ການບໍຣິການ ໃນອະນາຄົດ ແຕ່ເຂດວັງຫມີ້ນ ແລະ ວັງວຽງ ນັ້ນຍັງບໍ່ມີ ຄວາມຄືບຫນ້າເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.