ການສ້າງສູນການຄ້າ ໃນວຽງຈັນຫລ້າຊ້າ
2013.04.26

ໃນຣະຍະ 3-4 ປີຜ່ານມານີ້ ຫລາຍ ບໍຣິສັດ ຕ່າງປະເທດ ໄດ້ເຊັນ ສັນຍາ ສ້າງສູນ ການຄ້າ ຢູ່ ບໍຣິເວນ ຕລາດເຊົ້າ ນະຄອນຫລວງ ວຽງຈັນ ແຕ່ການ ກໍ່ສ້າງບໍ່ມີ ຄວາມຄືບໜ້າ, ຊາວລາວ ຈຶ່ງສົນໃຈວ່າ ຄວາມຫລ້າຊ້າ ນັ້ນ ມີສາເຫດ ແນວໃດ. ແລະ ຄໍາຕອບ ທີ່ ທາງ ເອເຊັຽ ໄດ້ຮັບ ຈາກພໍ່ຄ້າ ທີ່ສູນການຄ້າ ຕລາດເຊົ້າ ກໍຄືວ່າ: ຍ້ອນຍັງລໍ ຄໍາຕອບ ຈາກ ຣັຖບານ ລາວ:
"ຍັງ ຍັງມີ ບັນຫາຢູ່ ລໍຄໍາຕອບ ຈາກ ຣັຖບານ ທີ່ວ່າ ຈະໃຫ້ສ້າງ ເຟຊ 3 ຕໍ່ອີກຫັ້ນນະ ເຟຊ 2 ມັນ ກໍຕ້ອງໄດ້ ຕໍ່ຈາກເຟຊ 3 ເພາະວ່າ ເຟຊ 3 ເພາະວ່າດຽວນີ້ ມັນບໍ່ມີ ສະຖານທີ່ ທີ່ວ່າ ຈອດຣົດ".
ການກໍ່ສ້າງ ຫ້າງສັພສິນຄ້າ ອາຄານ 2 ບໍຣິເວນ ຕລາດເຊົ້າ ມາຮອດດຽວນີ້ ຍັງປະສົບ ບັນຫາ ຫລ້າຊ້າຢູ່ ເປີດໃຊ້ໄດ້ ພຽງແຕ່ ຊັ້ນ 1 ແລະຊັ້ນ 2 ເທົ່ານັ້ນ. ປັຈຈຸບັນ ໃນ ນະຄອນຫລວງ ວຽງຈັນ ຍັງມີໂຄງການ ກໍ່ສ້າງ ສູນການຄ້າ ແລະ ສະຖານທີ່ ບັນເທີງ ອີກຫລາຍ ແຫ່ງ ເຊັ່ນ: ໂຄງການວຽງຈັນ ເນຣະມິຕ ຂອງ ບໍຣິສັດ UIP ຂອງ ມາເລເຊັຽ ຊຶ່ງຈະສ້າງ ໃນເຂດ ເສຖກິດ ພິເສດ ເມືອງຫາດຊາຍຟອງ, ໂຄງການ ວຽງຈັນ Mega-mall ຂອງບໍຣິສັດ Regal Global ຊຶ່ງເປັນກຸ່ມ ລົງທຶນ ຂອງຈີນ ສິງກະໂປ, ໂຄງການ ວຽງຈັນ ຄອມເພລັກ ຂອງ ບໍຣິສັດ Halong ຈາກ ວຽດນາມ, ໂຄງການ ສູນການຄ້າ ເຂດເສຖກິດ ພິເສດ ດົງໂພສີ ຂອງ ບໍຣິສັດ Long Thanh Golf ຈາກ ວຽດນາມ ຊຶ່ງ ຫລາຍໂຄງການ ຍັງບໍ່ມີ ຣາຍງານ ຄວາມຄືບໜ້າ. ກ່ຽວກັບ ຄວາມຫລ້າຊ້າ ນັ້ນ RFA ກໍໄດ້ຖາມ ໄປຍັງ ເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ເພື່ອຂໍຮູ້ສາເຫດ ແຕ່ກໍບໍ່ມີ ຄໍາຊີ້ແຈງ ໃດໆເລີຍ.