ນະຄອນຫຼວງວຽງຈັນ ຫວ່າງງານ 5 ພັນຄົນ ໄລຍະໂຄວິດ-19
2020.12.30

ນະຄອນຫລວງວຽງຈັນ ມີຄົນວ່າງງານປະມານ 5 ພັນຄົນ ໃນຈໍານວນຄົນງານທັງໝົດ 3 ແສນປາຍຄົນ , ອີງຕາມຂໍ້ມູລຂອງຜແນກແຮງງານ ແລະສວັດດິການສັງຄົມນະຄອນຫລວງ ວຽງຈັນ ໃນປີ 2020 ນີ້.
ຕໍ່ກອງປະຊຸມສມັຍສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ 1 ຍານາງ ລໍພອຍ ສີອັກຄະຈັນ ຫົວໜ້າຜແນກແຮງງານແລະ ສວັດດິການສັງຄົມ ນະຄອນຫລວງວຽງຈັນ ກ່າວຕອນນຶ່ງວ່າ:
“ໃນປີ 2020 ນີ້ ພວກເຮົາມີກຳລັງແຮງງານທັງໝົດ 345,560 ຄົນ ແລະມີຈຳນວນຄົນວ່າງງານຈຳນວນ 5,230 ຄົນ ອັນນີ້ ແມ່ນໂຕເລກອີງໃສ່ຂໍ້ມູນໂຕຈິງ ທີ່ທາງເມືອງ 9 ເມືອງໄດ້ສົ່ງໃຫ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ ເມື່ອທຽບໃສ່ຈຳນວນ ກຳລັງແຮງງານ ແລະ ຜູ້ວ່າງງານ ຖື ວ່າທຽບໃສ່ເປີເຊັນ ຢູ່ໃນ 1.64 ເປີເຊັນ ຂອງກຳລັງແຮງງານ ຕໍ່ຜູ້ວ່າງງານ”
ບໍຣິສັດ ແລະໂຮງຈັກໂຮງງານ ຢູ່ນະຄອນຫລວງວຽງຈັນ ຮັບຄົນງານໜ້ອຍລົງ ໂດຍສະເພາະໃນໄລຍະເຊື້ອພະ ຍາດໂຄວິດ-19 ຣະບາດຢູ່ນີ້ ເຮັດໃຫ້ຄົນງານຈໍານວນນຶ່ງ ຕ້ອງໄດ້ກັບບ້ານ ໄປເຮັດໄຮ່ ເຮັດສວນ ຢູ່ແຂວງຂອງຕົນ, ດັ່ງປະຊາຊົນຢູ່ນະຄອນຫລວງວຽງຈັນ ຜູ້ຂໍບໍ່ອອກຊື່ທ່ານນຶ່ງ ເວົ້າຕໍ່ RFA ໃນມື້ວັນທີ 29 ທັນວາ 2020 ນີ້ວ່າ:
“ເຮັດວຽກຢູ່ບໍຣິສັດ ຂາຍຣົດ ແຕ່ມື້ນີ້ ອອກແລ້ວ ເຂົາບໍ່ໄດ້ປິດແຕ່ຫລຸດຜ່ອນແຮງງານລົງ ຂາຍເຄື່ອງຢູ່ໃນຕລາດເຊົ້າ ກໍຍາກຢູ່ ເຈົ້າ ຄືບໍຣິສັດ ຄືວ່າບໍຣິສັດ ຫລືວ່າໂຮງງານມັນນ້ອຍ ບາງທີກໍເມືອບ້ານ ບາງທີກໍເຮັດໄຮ່ເຮັດສວນເນາະ ແລ້ວແຕ່ສະຖານະຂອງ ແຕ່ລະຄົນ.”
ແລະ ປະຊາຊົນອີກທ່ານນຶ່ງ ທີ່ກໍາລັງຫາວຽກງານເຮັດ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ຢູ່ນະຄອຍຫລວງນີ້ ມີຄົນຫາວຽກງານເຮັດຫລາຍ, ແຕ່ມີວຽກເຮັດໜ້ອຍ ແລະຄ່າແຮງງານ ກໍຕໍ່າ ແລະວ່າ ປັດຈຸບັນ ອາສັຍເຮັດສວນ ກັບຄອບຄົວໄປກ່ອນ ໃນຣະຫວ່າງຊອກຫາວຽກເຮັດຢູ່ນີ້.
“ຍາກ ເພາະວ່າ ງານສ່ວນຫລາຍ ຣາຍໄດ້ມັນຕໍ່າ ແຕ່ວຽກສ່ວນຫລາຍ ເປັນວຽກໜັກໆ ແລ້ວອີກຢ່າງກໍແບບ ຄົນຫາວຽກມັນຫລາຍຫັ້ນນະ ຕາມຄອບຄົວນ້ອງນີ໋ກໍ ອາສັຍຣາຍໄດ້ນໍາສວນກ້ວຍເປັນຫລັກ ພືດອື່ນກໍອາສັຍແຕ່ຣະດູການມັນ ຖ້າຍາມແລ້ງ ບໍ່ມີນໍ້າກໍບໍ່ມີປູກແຫລະ ປູກບໍ່ໄດ້ ຢູ່ເຮືອນມັນບໍ່ມີງານເຮັດ ເປັນຫລັກເປັນແຫລ່ງ.”
ທ່ານເວົ້າຕື່ມວ່າ ກ່ອນເຊື້ອພະຍາດ ໂຄວິດ-19 ຣະບາດ, ໝູ່ຄູ່ທີ່ຮູ້ຈັກກັນ ກໍພາກັນອອກໄປຫາວຽກເຮັດ ຢູ່ຕ່າງ ປະເທດຫລາຍຄົນ ຍ້ອນຢູ່ລາວ ຫາວຽກເຮັດຍາກ ແລະຣາຍໄດ້ກໍໜ້ອຍ, ແຕ່ໃນໄລຍະໂຄວິດ-19 ຣະບາດນີ້ ອອກໄປຫາເຮັດວຽກ ຢູ່ຕ່າງປະເທດບໍ່ໄດ້. ຄ່າແຮງງານຂັ້ນຕໍ່າ ຢູ່ລາວ ກໍປະມານ 1 ລ້ານ 2 ແສນຫາ 1 ລ້ານ 5 ແສນກີບ, ແຕ່ຄ່າໃຊ້ຈ່າຍທີ່ຈໍາເປັນ ຢູ່ນະຄອນຫລວງນີ້ ແມ່ນຢູ່ທີ່ລ້ານປາຍ ຫາ 2 ລ້ານກີບ ຊຶ່ງກໍເວົ້າໄດ້ວ່າ ຫາເງິນໄດ້ໜ້ອຍກວ່າການໃຊ້ຈ່າຍ, ບໍ່ເວົ້າເຖິງເງິນ ພໍທີ່ຈະໃຫ້ໄດ້ທ້ອນໄດ້ຫອມ ແລະໃຊ້ຈ່າຍໃນຍາມທີ່ຈໍາເປັນ.
ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນ ທາງຜແນກແຮງງານ ແລະສວັດດິການສັງຄົມ ກໍໄດ້ສ້າງເຄືອຂ່າຍ ເພື່ອແລກປ່ຽນຂໍ້ມູລ ສໍາລັບຫົວໜ່ວຍທຸຣະກິດ ທີ່ຕ້ອງການຄົນງານ ຮວມເຖິງຄົນງານ ທີ່ຕ້ອງການເຮັດວຽກ ຢູ່ນະຄອນຫລວງ ເພື່ອຊ່ອຍແກ້ໄຂບັນຫາດັ່ງກ່າວ.
ຕໍ່ກອງປະຊຸມສມັຍສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຍານາງ ລໍພອຍ ສີອັກຄະຈັນ ກ່າວຕື່ມວ່າ:
“ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ສ້າງຕັ້ງເຄືອຂ່າຍ ຂໍ້ມູລທາງດ້ານແຮງງານ ເພື່ອເກັບກໍາຂໍ້ມູລ ຄວາມຕ້ອງການແຮງງານ ແລະຜູ້ຢາກເຮັດວຽກ ຊຶ່ງປະກອບມີ 33 ພາກສ່ວນ ພວກເຮົາສາມາດສົ່ງ ຂໍ້ມູລຂ່າວສານ ຊຶ່ງກັນແລະກັນ”
ຜແນກແຮງງານ ແລະສວັດດະການສັງຄົມ ນະຄອນຫລວງວຽງຈັນ ປະສານສົມທົບກັບສູນຝຶກວິຊາຊີບ ຂອງສະຖາບັນຕ່າງໆ ທັງພາກຣັຖແລະເອກຊົນ ເພື່ອຝຶກອົບຮົມວິຊາຊີບ ພັທນາຝີມືແຮງງານ ສ້າງອາຊີບ ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ເພື່ອໃຫ້ມີຄວາມຮູ້ ແລະສາມາດຕອບສນອງ ຕລາດແຮງງານໄດ້.
ມາຮອດປັດຈຸບັນ ຮ້ານອາຫານ ແລະຮ້ານກິນດື່ມ ຢູ່ນະຄອນຫລວງວຽງຈັນ ກໍເລີ່ມກັບມາເປີດບໍຣິການແລ້ວ, ເຮັດໃຫ້ມີການຮັບສມັກຄົນງານ ມາເຮັດວຽກນໍາ ດັ່ງເຈົ້າຂອງຮ້ານອາ ຫານແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 29 ທັນວານີ້ວ່າ:
“ພໍ່ຄົວຍັງຮັບຢູ່ ຕ້ອງມາສມັກຢູ່ທີ່ຮ້ານ ຖ້າຮັບສມັກຜ່ານ ເຮັດວຽກກ່ອນ ແລ້ວຄ່ອຍເອົາເອກສານມາ.”
ອີງຕາມບົດຣາຍງານ ຂອງອົງການອາຫານ ແລະການກະເສດຂອງ ສະຫະປະຊາຊາດ ຫລື FAO ເມື່ອເດືອນ ມິຖຸນາ 2020, ໃນໄລຍະເຊື້ອໂຄວິດ-19 ຣະບາດ ຢູ່ປະເທດລາວ ມີຄົນວ່າງງານປະມານ 350 ພັນຄົນ. ໃນນັ້ນມີຄົນງານລາວ ທີ່ມາຈາກປະເທດໄທປະມານ 200 ພັນຄົນ, ຂແນງ ທ່ອງທ່ຽວພາຍໃນ 50 ພັນຄົນ ແລະຄົນງານຢູ່ຕາມໂຮງຈັກໂຮງງານຕ່າງໆ ປະມານ 100 ພັນຄົນ.