ຣາຍໄດ້ຈາກຄ່າເຊົ່າ ບ້ານເຮືອນ
2013.03.05
ຊາວລາວ ບາງຄົນ ຢູ່ ນະຄອນຫລວງ ວຽງຈັນ ມີລາຍໄດ້ ຈາກການ ເອົາອາຄານ ບ້ານເຮືອນ ໃຫ້ຄົນເຊົ່າ.
ການປັບປຸງ ກົດໝາຍ ຂອງ ກອງປະຊຸມ ສະພາ ແຫ່ງຊາດ ສມັຍສາມັນ ຄັ້ງທີ 7 ເພື່ອດຶງດູດ ການລົງທຶນ ຈາກ ຕ່າງປະເທດ ເຂົ້າມາ ລາວ ຫລາຍຂຶ້ນ ໂດຍໃຫ້ສິດ ແກ່ນັກລົງທຶນ ຕ່າງປະເທດ ໃນການ ເຊົ່າທີ່ດິນ ຍາວນານ ເຖິງ 99 ປີ ໃນຣາຄາ ທີ່ຖືກນັ້ນ ຊາວລາວ ສ່ວນນຶ່ງ ກໍບໍ່ເຫັນພ້ອມ ນໍາ ໂດຍເຫັນວ່າ ຣັຖ ຄວນສົ່ງເສີມ ນັກທຸຣະກິດ ຢູ່ລາວ ຫລາຍກວ່າ. ແຕ່ຊາວລາວ ອີກສ່ວນນຶ່ງ ພັດເຫັນດີນໍາ ຍ້ອນວ່າ ຊາວລາວ ເຫລົ່ານັ້ນ ຈະມີຣາຍໄດ້ ຈາກການ ໃຫ້ເຊົ່າ ອາຄານ ບ້ານເຮືອນ ຂອງຕົນ. ດັ່ງຊາວ ນະຄອນຫລວງ ວຽງຈັນ ຜູ້ນຶ່ງ ເວົ້າວ່າ:
"ອັນນີ້ໄທເຮົາ ບໍ່ຄັດຄ້ານ ເພາະວ່າເປັນ ໄປໄດ້ບໍ່ ເຮັດຢ່າງນີ້ ແຕ່ວ່າດົນໄປໆ ກໍເຫັນຫລາຍຄົນ ມີຊີວິດ ການເປັນຢູ່ ດີຂຶ້ນ ຍ້ອນໄດ້ ຮັບລາຍໄດ້ ຈາກການ ໃຫ້ເຊົ່າເຮືອນ ຄົນປະເທດນອກ ເຂົ້າມາ ຂະເຈົ້າ ກໍເຂົ້າມາ ແລະ ສ່ວນຫລາຍ ເຂົາກໍມັກ ເຊົ່າເຮືອນ ຂາຍເຄື່ອງ ແລະ ບາດນີ້ ຄົນລາວ ເຮົາ ຖ້າວ່າມັນ ມີລາຍໄດ້ແທ້ ຂະເຈົ້າ ກໍໜີໄປຢູ່ ສວນ ໄປຢູ່ບ່ອນ ທໍາທຸຣະກິດ ຂະເຈົ້າ ແຕ່ລະເດືອນ ກໍມີລາຍຮັບ ສ່ວນຫລາຍ".
ຊາວລາວ ຜູ້ດຽວກັນນີ້ ເວົ້າອີກວ່າ ບໍ່ແມ່ນແຕ່ ໃນ ນະຄອນຫລວງ ວຽງຈັນ ເທົ່ານັ້ນ ທີ່ເອົາ ອາຄານ ບ້ານເຮືອນ ໃຫ້ ຕ່າງປະເທດ ເຊົ່າ ແຕ່ແຂວງອື່ນໆ ຂອງລາວ ກໍຄືກັນ. ຜູ້ທີ່ເຂົ້າມາ ເຊົ່າ ສ່ວນຫລາຍ ເປັນພໍຄ້າ ຈາກ ປະເທດຈີນ ຊຶ່ງເປັນທີ່ ຮັບຮູ້ກັນ ວ່າ ພໍ່ຄ້າ ຫລື ນັກທຸຣະກິດ ຈີນທົ່ວໄປ ແລ້ວ ແມ່ນສູ້ ຣາຄາໄດ້ ອັນເຮັດໃຫ້ ຣາຄາທີ່ດິນ ແລະ ຄ່າເຊົ່າ ອາຄານ ບ້ານເຮືອນ ຢູ່ໃນຕົວເມືອງ ຕ່າງໆ ຂອງລາວ ແພງຂຶ້ນ ຈົນຄົນລາວ ເອງ ບໍ່ມີເງິນ ພໍທີ່ຈະເຊົ່າ ຫລື ຊື້ໄດ້ ໃນ ປັດຈຸບັນ ນີ້.
ນອກຈາກ ອະນຸຍາດ ໃຫ້ຊາວ ຕ່າງປະເທດ ເຊົ່າທີ່ດິນ ໃນຣະຍະຍາວ ແລ້ວ ຣັຖບານລາວ ຍັງໃຫ້ສິດ ໃນການຊື້ຂາຍ ສິ່ງປຸກສ້າງ ຕ່າງໆ ທີ່ມີໄວ້ ເພື່ອການຄ້າ ເຊັ່ນສໍານັກງານ ແລະ ອາຄານ ທີ່ຢູ່ອາສັຍ ຈໍານວນນຶ່ງ ນໍາດ້ວຍ ຖ້າຫາກວ່າ ນັກລົງທຶນ ຫລື ບໍຣິສັດ ຕ່າງປະເທດ ນັ້ນໆ ມີການ ລົງທຶນ ໃນລາວ ຄິດເປັນ ມູນຄ່າ 2 ພັນ 5 ຮ້ອຍລ້ານ ກີບ ຫລື 3 ແສນໂດລາ ສະຫະຣັຖ ຂຶ້ນໄປ.