ຣົດຕູ້ຂົນສົ່ງຄົນງານ ລາວ ຖືກຕໍາ ຢູ່ໄທ

ອຸ່ນແກ້ວ ສຸກສະຫວັນ
2019.09.19
F-van ສະພາບຂອງຣົດຕູ້ ທີ່ ຈອດຕາຍຢູ່ຂ້າງທາງ ແລ້ວຣົດ 10 ລໍ້ມາຕໍາເອົາ
ຮູບພາບຈາກ : ນັກຂ່າວພົລເມືອງ

ໃນວັນທີ 19 ກັນຍາ ນີ້, ເກີດອຸບັນຕິເຫດ ຣົດ 10 ລໍ້ ຕຳຣົດຕູ້ສອງຄັນ ທີ່ກຳລັງຂົນສົ່ງ ຄົນລາວ 16 ຄົນ ໄປຕໍ່ວີຊາ ຢູ່ເມືອງອະຣັນຍະ ປະເທດ ແຂວງສະແກ້ວ ປະເທດໄທ ເຮັດໃຫ້ຄົນບາດເຈັບທັງໝົດ ແລະ ໃນນັ້ນ ມີ 1 ຄົນ ບາດເຈັບສາຫັດ ສ່ວນວ່າ ຄົນຂັບຣົດຕູ້ທັງ ສອງຄົນ ທີ່ເປັນຄົນໄທ ກໍໄດ້ຮັບບາດເຈັບ. ຮ້ອຍເອກ ຈິນດາ ໂຊກອະມອນ ຮອງສາຣະວັດ ສອບສວນ ກອງບັງຄັບການຕຳຣວດທາງ ຫລວງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ:

"ຜູ້ໂດຍສານທັງໝົດ ກໍເປັນຄົນລາວ ກໍສະຫລຸບແລ້ວຄື ໄດ້ຮັບບາດເຈັບ ສາຫັດ ເບື້ອງຕົ້ນມີຢູ່ 1 ກໍຄົງຈະໂດນຣົດຕູ້ຄັນທຳອິດ ຟົ້ງໄປໃສ່ ເຫັນວ່າ ຂາຫັກສອງຂ້າງ ຢູ່ໃນຫ້ອງເອັກຊະເຣ ນອກຈາກນັ້ນ ຜູ້ບາດເຈັບຄົນອື່ນໆ ກໍສາມາດເວົ້າໄດ້ແລ້ວ."

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນສືບສວນ ສອບສວນ ແລະ ຍັງບໍ່ສາມາດ ເວົ້າໄດ້ວ່າໃຜຖືກໃຜຜິດ, ໃນເບື້ອງຕົ້ນຝ່າຍຣົດ 10 ລໍ້ ເວົ້າລາວ, ລາວຂັບມາດ້ວຍຄວາມໄວ 60 ກິໂລແມັດ ຕໍ່ຊົ່ວໂມງ ແລະບໍ່ຮູ້ວ່າ ຣົດຕູ້ນັ້ນຈອດຕາຍຢູ່ຂ້າງທາງ. ສ່ວນວ່າ ຄົນຂັບຣົດ ຕູ້ ກໍເວົ້າວ່າ ລາວໄດ້ເປີດໄຟສຸກເສີນ ແລະ ເປີດໄຟສາຍ ແລະ ຜູ້ໂດຍສານທີ່ເປັນຄົນລາວ ກຳລັງລົງຈາກຣົດ ເພື່ອຊ່ວຍໂບກຣົດ, ອີງຕາມ ຂໍ້ມູນຈາກເຈົ້າໜ້າທີ່ ຕຳຣວດ.

ນອກຈາກນີ້ ວັນທີ 18 ສິງຫາ ທີ່ຜ່ານມາ ກໍເກີດອຸບັດຕິເຫດຣົດຕູ້ ຂົນສົ່ງຄົນລາວ ໄປຕໍ່ວີຊາຕຳກັບຣົດບັບທຸກ 18 ລໍ້ ຢູ່ຖະໜົນສະແກ້ວ ຈັນທະບູລີ ຢູ່ແຂວງຈັທະບູລີ ປະເທດໄທ ເຮັດໃຫ້ຄົນລາວເສັຍຊີວິດ 10 ຄົນ ແລະ ບາດເຈັບສາຫັດ 3 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.