ໃຜບຸກລຸກທີ່ດິນຂອງຣັດຕ້ອງ ຖືກ ໃສ່ໂທດ
2014.09.19
ເຈົ້າໜ້າທີ່ ລາວ ເປິດເຜີຍວ່າ ປັຈຈຸບັນ ມີ ປະຊາຊົນ 49 ຄອບຄົວ ໄດ້ເຂົ້າໄປ ຄອບຄອງ ທີ່ດິນ ຂອງຣັຖ ຢູ່ ບໍຣິເວນ ແຄມທາງ ຕັດໃໝ່ ໃນ ເມືອງ ວັງວຽງ ແຂວງ ວຽງຈັນ ເຖິງ ແມ່ນວ່າ ທາງການ ກໍໄດ້ແຈ້ງ ໄປແລ້ວວ່າ ດິນ ໃນ ບໍຣິເວນ ດັ່ງກ່າວ ເປັນ ຂອງຣັຖ ແລະ ຈະມີການ ຈັດສັນ ຫລັງຈາກ ສ້າງທາງ ສໍາເຣັດ.
ຜ່ານມາ ທາງການ ກໍໄດ້ແຈ້ງ ໃຫ້ ປະຊາຊົນ ຍ້າຍອອກ ຈາກ ພື້ນທີ່ ໄປແລ້ວ ແຕ່ມາຮອດ ປັຈຈຸບັນ ກໍຍັງມີ ປະຊາຊົນ ຫລາຍຄອບຄົວ ບໍ່ຍອມ ຍ້າຍອອກ. ສະນັ້ນ ທາງການ ກໍຈະໄດ້ ໃຊ້ມາຕການ ກົດດັນ ໃຫ້ອອກ ຫາກຜູ້ໃດ ຍັງຂັດຂືນ ຈະຕ້ອງຖຶກ ລົງໂທດ ຕາມ ກົດ ໝາຍ. ດັ່ງທ່ານ ເວົ້າວ່າ:
“ຂອງຣັຖບານ ຂອງຮວມ ເນາະ ແຕ່ເພີ່ນ ຍັງບໍ່ໄດ້ ຈັດສັນຊື່ໆ ຖ້າສ້າງ ຖນົນແລ້ວ ຈິ່ງຄ່ອຍ ຈັດສັນ ຊ່ວງນິ້ ຜູ້ໃດ ບຸກລຸກ ໄປຈັບຈອງ ກໍຖືວ່າ ຜິດກົດໝາຍ ມີມາຕການ ແກ້ໃຂກັນ ແຫລະ ຜູ້ໃດ ກໍບໍ່ມີ ແທ້ຊິໄດ້ວ່າ ກັນໜອ້ຍນຶ່ງ ຖ້າຜູ້ໃດມີ ແລ້ວ ກໍສິບໍ່ໄດ້ ໃຫ້”.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ ໄປວ່າ ທີ່ດິນ ທີ່ຖຶກ ບຸກລຸກ ທີ່ວ່ານີ້ ມີເນື້ອທີ່ ປະມານ 20 ເຮັກຕ້າ ເປັນພຶ້ນທີ່ ທີ່ທາງການ ກໍ່ສ້າງເປັນ ເສັ້ນ ທາງໃໝ່ ຈາກ ບ້ານນາແປ ເມືອງວັງວຽງ ຫາ ເມືອງ ນາບອນ ເມືອງເຟືອງ ແຂວງ ວຽຈັນ ແຕ່ຫລັງໆ ມານີ້ ປະກົດວ່າ ມີຊາວບ້ານ ຈໍານວນ 49 ຄອບຄົວ ຈາກ ບ້ານໂພນໄຊ ແລະ ບ້ານນາຊາຍ ເມືອງ ວັງວຽງ ໄດ້ເຂົ້າໄປ ຍຶດເອົາ ທີ່ດິນ ບໍຣິເວັນ ແຄມທາງ ແລະ ໄດ້ຕັດໄມ້ ໄປໃຊ້ ສ່ວນຕົວ ໂດຍບໍ່ໄດ ຮັບ ອະນຸຍາດ ຈາກ ທາງການ ແລະ ທາງການ ກໍແນະນໍາ ໃຫ້ ເຂົາເຈົ້າ ອອກຈາກ ທີ່ດິນ ແຕ່ກໍບໍ່ ສໍາເຣັດ.
ຢ່າງໃດ ກໍຕາມ ເຈົ້າໜ້າທີ່ ທ່ານນີ້ ເນັ້ນວ່າ ສໍາລັບ ທາງ ເສັ້ນໃໝ່ ນີ້ແມ່ນ ທາງ ແຕ່ບ້ານນາແປ ໄປຫາ ບ້ານນາບອນ ເສັ້ນທາງ ນີ້ ມີ ຄວາມຍາວ ປະມາຍ 40 ກິໂລແມັດ ໄດ້ເຣີ້ມ ກໍ່ສ້າງ ມາແຕ່ ທ້າຍປີ 2013 ຜ່ານມາ ແລະ ຈະສ້າງ ເປັນທາງ ປູຢາງ ໃຫ້ແລ້ວ ພາຍໃນ ປີ 2015.