ຄົນງານລາວເສັຽຊີວິດ ໃນຣົດຕູ້ ໄປຕໍາຣົດ 18 ລໍ້
2019.08.19

ຣົດຕູ້ຂົນສົ່ງຄົນງານລາວ ຢູ່ປະເທດໄທ 13 ຄົນໄປຕໍ່ພັສປອດ ຢູ່ແຂວງຈັນທະບູຣີ ເສັຽຫລັກ ຣະຫວ່າງທາງ ຂ້າມເລນເຈືອກໄປຕໍາຣົດ 18 ລໍ້ ຂົນໝາກສາລີ ເຮັດໃຫ້ຄົນງານລາວ ເສັຽຊີວິດຄາທີ່ 10 ຄົນ, ອີກ 3 ຄົນບາດເຈັບສາຫັດ ໃນມື້ວັນທີ 18 ສິງຫາ ເວລາ 4 ໂມງເຊົ້າ. ພ້ອມດຽວກັນນັ້ນ ຄົນຂັບຣົດຕູ້ຊາວໄທ ກໍເສັຽຊີວິດນໍາດ້ວຍ. ສ່ວນຄົນຂັບຣົດ 18 ລໍ້ຊາວໄທ ບາດເຈັບເລັກນ້ອຍ, ຕາມຄໍາເວົ້າຂອງ ພັນຕໍາຣວດ ເອກ ໄຊຍະນັນ ຈິລະປິຍະເສດ ຜູ້ກໍາກັບສະຖານີ ຕໍາຣວດພູທອນ ວົງສົມບູນ ຕໍ່ RFA ໃນມື້ວັນທີ 19 ສິງຫາ ນີ້:
"ທ່ານເວົ້າວ່າ ເຫດເກີດທີ່ຖນົນ ສະແກ້ວ ຈັນທະບູຣີ ປະມານ 4 ໂມງເຊົ້າ, ຣົດຕູ້ຕໍາກັບຣົດບັນທຸກ ມີຜູ້ເສັຽຊີວິດ ເປັນຄົນລາວ: ແມ່ຍິງ 6 ຄົນ, ຜູ້ຊາຍ 4 ຄົນ. ຣົດຕໍາກັນໃນລັກສນະສວນທາງກັນ ເບິ່ງຈາກຮ່ອງຮອຍແລ້ວ ການເຈືອກຕໍາກັນ ໃນລັກສນະ ຊ່ອງທາງຂອງຣົດ ບັນທຸກ."
ທ່ານກ່າວຕື່ມວ່າ ມື້ນີ້ທາງການໄທ ໄດ້ແຈ້ງການໄປສະຖານທູດລາວ ເພື່ອຕິດຕໍ່ຫາພີ່ນ້ອງຄົນງານລາວ ມາຮັບສົບ ທີ່ສະຖາບັນນິຕິເວດ ວິທຍາ ໂຮງໝໍຕໍາຣວດ ບາງກອກແລ້ວ. ແລະມີພີ່ນ້ອງຂອງນາງ ແສງເດືອນ ແກ້ວອຸດຍາວົງ ແລະ ນາງ ປະທຸມພອນ ເດີນທາງຈາກລາວ ເພື່ອຕິດຕໍ່ຂໍຮັບສົບ ໄປປະກອບພິທີ ທາງສາສນາແລ້ວ. ສ່ວນທີ່ເຫລືອອີກ 8 ສົບ ຍັງບໍ່ມີພີ່ນ້ອງຕິດຕໍ່ມາຂໍສົບ ໄປເທື່ອ. ໃນຈຳນວນ 8 ສົບ ທີ່ວ່ານັ້ນ ເປັນສົບຂອງນາງ ເກດສນາ ສິລິພອນ, ນາງໄກສອນ ສີວົງໄຄ, ນາງບົວເຄືອ ດວງມາລາ, ນາງສຸກ ພັນທະຖາວົງສາ, ທ້າວຂຸນ ແກ້ວວົງ ແລະອີກ 3 ສົບ ຍັງບໍ່ຮູ້ຊື່:
"ມີບາງທ່ານເຂົ້າມາແລ້ວ ພີ່ນ້ອງທາງຝັ່ງລາວ ທາງເຮົາກໍເຮັດໜັງສືແຈ້ງ ສະຖານທູດລາວ ຣາຍງານເຫດການໃຫ້ຊາບ ຢູ່ໃນຂັ້ນຕອນ."
ສໍາລັບຄົນງານລາວ 3 ຄົນ ທີ່ບາດເຈັບສາຫັດນັ້ນ ແມ່ນຍັງນອນປິ່ນປົວ ຢູ່ໂຮງໝໍ ສົມບູນ ແຂວງສະແກ້ວ, ຫາກອາການດີຂຶ້ນ ກໍຈະຖືກ ນໍາໂຕໄປສອບປາກຄໍາ ຫາສາເຫດທີ່ແທ້ຈິງ ຂອງ ອຸບັດຕິເຫດນັ້ນ ເພີ່ມຕື່ມເພື່ອປະເມີນຄ່າເສັຽຫາຍ ໃຫ້ຄົນງານລາວ ທັງໝົດຢ່າງເປັນທັມ.
ທ່ານເວົ້າວ່າ ປັດຈຸບັນ ຄວາມຄືບໜ້າຂອງຄະດີ ຄືທາງເຈົ້າໜ້າທີ່ຕໍາຣວດ ໄດ້ ນໍາໂຕຄົນຂັບຣົດ 18 ລໍ້ ມາສອບປາກຄໍາ ຍ້ອນຜູ້ກ່ຽວບໍ່ ເຈັບຫລາຍ ຊຶ່ງເຂົາໃຫ້ການວ່າ ຂນະທີ່ເກີດເຫດ ຄົນຂັບຣົດຕູ້ຂັບຣົດສວນໄປມາ ເປີດໄຟສັນຍານຂໍທາງຕລອດເວລາ ແລ້ວແລ່ນຂ້າມມາ ເລນຂອງຕົນ ຕົນຫລົບບໍ່ທັນ ທາງມັນແຄບ ຈຶ່ງເກີດເຫດຣົດຕໍາກັນຂຶ້ນຢ່າງໜັກ.
ເຖິງຢ່າງໃດກໍຕາມ ຈາກການກວດກາ ສະຖານທີ່ເກີດເຫດ ເບື້ອງຕົ້ນພົບວ່າ ຄົນງານລາວ ທັງໝົດ ມີພັສປອດເຂົ້າມາໄທ ຢ່າງຖືກຕ້ອງ ຕາມກົດໝາຍ ແລະຍັງບໍ່ທັນໝົດອາຍຸເທື່ອ.