ຄົນງານລາວຢູ່ ໄທ ຂໍໃບ ເຮັດວຽກ
2018.06.29
ປັດຈຸບັນຄົນງານລາວ ທີ່ເຮັດວຽກຢູ່ ໄທ ຫລາຍກວ່າ 2 ພັນຄົນ ໃນຈໍານວນຄົນງານຕ່າງປະເທສ 20 ພັນປາຍຄົນ ຢູ່ໃນຣະຫວ່າງການ ຂໍໃບອະນຸຍາດ ເຮັດວຽກ ຢູ່ປະເທສໄທ ແລະຍັງມີຄົນງານລາວ ທີ່ຍັງບໍ່ທັນໄດ້ ພິສູດສັນຊາດ ອີກປະມານ 200 ປາຍຄົນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດິການສັງຄົມໄທ.
ໃນຕອນເຊົ້າຂອງມື້ວັນທີ 28 ມິຖຸນານີ້ ມີຄົນງານຕ່າງປະເທສ 200 ປາຍຄົນ ມາລໍຖ້າພິສູດສັນຊາດ ແລະຈົດທະບຽນແຮງງານ ຢູ່ ກະຊວງແຮງງານ ແລະສວັດດການສັງຄົມໄທ ຊຶ່ງສ່ວນຫລາຍເປັນຄົນງານສັນຊາດ ກໍາພູຊາ.
ມື້ວັນທີ 30 ມິຖຸນາ 2018 ຈະເປັນມື້ສຸດທ້າຍ ຂອງກໍານົດເວລາ ທີ່ທາງການໄທ ເປີດໃຫ້ຂຶ້ນທະບຽນ ພິສູດສັນຊາດ ແລະຂໍໃບອະນຸຍາດ ເຮັດວຽກ ຢູ່ປະເທສໄທ ແລະທາງການໄທ ຢືນຢັນວ່າ ຈະບໍ່ຂຍາຍເວລາໃຫ້ຕື່ມອີກ ເຖິງວ່າຈະຍັງເຫລືອຄົນງານ ຕ່າງປະເທສ ທີ່ບໍ່ໄປຂຶ້ນ ທະບຽນນັ້ນ ຫຼາຍເທົ່າໃດກໍຕາມ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສູນພິສູດສັນຊາດ ກົມການຈັດຫາງານ ກະຊວງແຮງງານ ແລະສວັດດິການ ສັງຄົມໄທ ກ່າວຕໍ່ ວິທຍຸເອເຊັຍເສຣີ.
ໃນຕອນເຊົ້າຂອງວັນທີ 28 ມິຖຸນາ ນີ້ ມີຄົນງານລາວ 2 ຄົນ ທີ່ເຮັດວຽກຢູ່ບາງກອກ ປະເທສໄທ ເຂົ້າພົບເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດິການສັງຄົມໄທ ເພື່ອຍື່ນໜັງສືຮ້ອງຮຽນວ່າ ຕົນຖືກນາຍຈ້າງ ສໍ້ໂກງເງິນຄ່າເຮັດເອກກະສານ 17 ພັນປາຍບາດ ແລະນາຍຈ້າງ ບໍ່ໄດ້ພາຕົນ ມາຂຶ້ນທະບຽນ ຂໍໃບອະນຸຍາດເຮັດວຽກ, ເວລາກໍຜ່ານມາໄດ້ 8 ເດືອນປາຍແລ້ວ ແຕ່ກໍຍັງບໍ່ໄດ້ ຮັບເອກກະສານອັນໃດເທື່ອ ໃນຂນະທີ່ທາງການໄທ ພຍາຍາມໃຫ້ທັງລູກຈ້າງ ແລະນາຍຈ້າງມາຂຶ້ນທະບຽນ ຂໍອະນຸຍາດເຮັດວຽກ ແລະພິສູດສັນຊາດ, ດັ່ງຫົວໜ້າສູນ ພິສູດສັນຊາດ ກົມການຈັດຫາງານ ກະຊວງແຮງງານ ແລະສວັດດິການສັງຄົມໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:
"ກໍຕ້ອງບອກໃຫ້ລູກຈ້າງ ບອກໃຫ້ນາຍຈ້າງມາດໍາເນີນການ ໃຫ້ແລ້ວຕາມກໍານົດເວລາ ທີ່ທາງການກໍານົດໃຫ້ ບໍ່ດັ່ງນັ້ນກໍຈະມີຄວາມຜິດ. ຖ້າມື້ວັນທີ 1 ກໍຣະກະດາ ບໍ່ມີໜັງສື ກໍຖືວ່າຄົນງານ ຕ່າງປະເທສມີຄວາມຜິດ ແລະຈະຖືກດໍາເນີນຄະດີ ຕາມກົດໝາຍ."
ທ່ານກ່າວຕື່ມອີກວ່າສໍາລັບກໍຣະນີຄົງານລາວ 2 ຄົນນັ້ນ ເຈົ້ໜ້າທີ່ຈະປະສານໄປຍັງນາຍຈ້າງ ເພື່ອສອບຖາມເຣຶ່ອງເງິນ ແລະເອກກະສານ ຂອງຄົນງານ ຊຶ່ງຄາດວ່າ ຈະໄດ້ຂໍ້ສລຸບໃນມື້ວັນຈັນ ທີ່ຈະມາເຖິງນີ້. ຫາກພົບວ່າ ນາຍຈ້າງບໍ່ໄດ້ດໍາເນີນການ ເຣຶ່ອງເອກກະສານ ແລະ ບໍ່ຄືນເງິນໃຫ້ຄົນງານ ນາຍຈ້າງຈະຖືກດໍາເນີນຄະດີ ຕາມກົດໝາຍໄທ ມາດຕຣາ 128 ທີ່ກໍານົດເອົາໄວ້ວ່າ ຜູ້ໃດຫລອກລວງຄົນອື່ນ ວ່າສາມາດເອົາຄົນງານ ຕ່າງດ້າວມາເຮັດວຽກ ຈະໄດ້ຮັບໂທດຈໍາຄຸກ ແຕ່ 3 ປີຫາ 10 ປີ ຫລືປັບໃໝ ຕັ້ງແຕ່ 6 ແສນບາດ ເຖິງ 1 ລ້ານບາດ ຕໍ່ຄົນຕ່າງດ້າວຜູ້ນຶ່ງ ຫລືທັງຈໍາຄຸກ ແລະປັບໃໝ.