ບັນຫາທີ່ດິນ ຍັງແກ້ບໍ່ຕົກ
2013.01.30

ເຈົ້າໜ້າທີ່ ທີ່ດິນ ແຂວງ ອັຕຕະປື ເວົ້າເຖິງບັນຫາ ທີ່ເກີດຂຶ້ນ ກັບປະຊາຊົນ ກັບກຸ່ມ ນັກລົງທຶນ ສ່ວນຫລາຍ ຈະເກີດຂຶ້ນ ໃນຂັ້ນຕອນ ການສໍາຣວດ ຍ້ອນກຸ່ມ ນັກລົງທຶນ ບໍ່ຮູ້ວ່າທີ່ດິນ ບ່ອນນັ້ນໆ ມີເຈົ້າຂອງ ຫລືບໍ່ ກໍເລີຍລໍ້າເຂດ ທີ່ດິນ ຂອງ ປະຊາຊົນ ຈົນເກີດບັນຫາ ຕາມມາ:
"ເຣື່ອງທີ່ດິນ ປະຊາຊົນ ບໍ່ລົງຕົວແນວໃດ ມັນຢູ່ ໃນຊ່ວງສໍາຣວດ ເວລາ ຈະສໍາຣວດ ຈະໄປເຈາະ ໄປຖືກກັບໄຮ່ນາ ຂອງ ປະຊາຊົນ ໂດຍທີ່ດິນ ທີ່ນັກລົງທຶນ ເອົາໄປແລ້ວນັ້ນ ບໍ່ສົ່ງຄືນໃຫ້ ປະຊາຊົນ ທັງໆທີ່ຮູ້ ຢູ່ແລ້ວວ່າ ມັນທັບເອົາ ດິນ ປະຊາຊົນ ແລ້ວ ຫລືວ່າການ ຊົດເຊີຍ ຫລືຍັງ ກໍຍັງບໍ່ໄດ້ ດີພໍ ຈະມີບັນຫາ ຕົງນັ້ນຢູ່".
ທ່ານເວົ້າ ຕໍ່ໄປວ່າ ຜ່ານມາ ບັນຫາເຣື່ອງການ ສໍາຣວດ ທີ່ດິນ ທີ່ເກີດຂຶ້ນ ສ່ວນຫລາຍ ຈະເປັນ ບໍຣິສັດ ຂອງວຽດນາມ ຍ້ອນນັກລົງທຶນ ໄດ້ເລັ່ງຂຍາຍ ພື້ນທີ່ ສໍາປະທານ ໃນການປູກ ຢາງພາລາ ຫລາຍກວ່າ 3 ແສນ ໄຮ່ ທັງຍັງປູກ ມັນຕົ້ນ ເພີ່ມອີກ. ດັ່ງນັ້ນ ການສໍາຣວດ ພື້ນທີ່ ຈຶ່ງເປັນໄປຢ່າງ ເລັ່ງລັດ ແລະ ບໍ່ໄດ້ກວດກາ ຢ່າງຄັກແນ່ ກ່ອນວ່າ ມີການບຸກລຸກ ພື້ນທີ່ຫລືບໍ່ ຮວມໄປເຖິງການ ປະຕິບັດງານ ຂອງເຈົ້າໜ້າທີ່ ກວດກາ ກໍຍັງບໍ່ທັນ ຣະອຽດ ແລະ ຮອບຄອບ ເທົ່າທີ່ຄວນ.
ເຖິງແມ່ນວ່າ ຈະມີການ ຢຸດໃຫ້ ສໍາປະທານ ແລະ ກວດກາຄືນແລ້ວ ກໍຕາມ ບັນຫາທີ່ດິນ ຢູ່ລາວ ກໍຍັງສັບສົນ ແລະ ແກ້ໄຂຍາກ. ອີກຢ່າງໜຶ່ງ ຜູ້ນໍາບາງຄົນ ກໍຕ້ອງການ ຄອບຄອງ ທີ່ດິນ ຂະນະທີ່ ປະເທດລາວ ເປີດກວ້າງ ດ້ານ ເສຖກິດ ແລະ ປະກາດໃຊ້ ນະໂຍບາຍ ຫັນທີ່ດິນ ເປັນທຶນ ໂດຍບໍ່ມີການ ສໍາຣວດ ແລະ ສຶກສາຢ່າງຣະອຽດ.