ໂຄງການສນາມກ໊ອຟ ເມືອງຫ້ວຍຊາຍ

ຊາວບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈະຕ້ອງ ເອົາທີ່ດິນ ສົ່ງຄືນໃຫ້ ຣັຖສໍາລັບ ໂຄງການ ສນາມກ໊ອຟ
ສົມເນ
2013.02.01
F-dokbua ດອກບົວ ກາງໜອງ ເມືອງຫ້ວຍຊາຍ
Mek/fb

ເຈົ້າໜ້າທີ່ ແຂວງບໍ່ແກ້ວ ກ່າວກັບ ເອເຊັຽເສຣີ ເມື່ອວັນທີ່ 1 ກຸມພາ ນີ້ວ່າຊາວບ້ານ ບ້ານປາກຮາວໃຕ້ ເມືອງຫ້ວຍຊາຍ ຈໍານວນນຶ່ງ ຈະຕ້ອງ ສົ່ງທີ່ດິນຄືນ ໃຫ້ຣັຖ ສໍາລັບໂຄງການ ສ້າງສນາມກ໊ອຟ ຊຶ່ງມີແຜນສ້າງ ໃນໄວໆນີ້, ແຕ່ຍັງບໍ່ທັນ ສາມາດບອກວ່າ ມີທີ່ດິນ ຂອງຜູ້ໃດແດ່ ແລະເປັນຈໍານວນ ເທົ່າໃດ ດັ່ງທ່ານໄດ້ກ່າວ:

"ກໍເປັນທີ່ດິນ ຂອງຫລວງນີ້ແຫລະ ຊາວບ້ານ ຈະໄດ້ເວນຄືນ ເອົາເນາະ. ດຽວນີ້ ກໍບໍ່ທັນ ແນ່ນອນເທື່ອເ ພາະວ່າ ກໍາລັງເລີ້ມ ສະເໜີຢູ່. ຄະນະກັມະການ ຍັງໄປສໍາຣວດ ໂຕເລກ ບໍ່ທັນອອກມາເປັນ ໂຕເລກຊັດເຈນ ເທື່ອ".

ທ່ານເວົ້າວ່າ ທີ່ດິນທີ່ຕ້ອງ ສົ່ງຄືນ ໃຫ້ຣັຖນັ້ນ ສ່ວນໃຫ່ຽ ເປັນທີ່ດິນປູກຝັງ ແລະ ໂຄງການ ສນາມກ໊ອຟ ດັ່ງກ່າວນີ້ ເປັນການຮ່ວມມື ຂອງນັກລົງທຶນ ພາຍໃນແຂວງ ບໍ່ແກ້ວເອງ ກັບນັກລົງທຶນ ຈາກ ຕ່າງປະເທດ ໂດຍທີ່ຍັງບໍ່ ສາມາດ ເປີດເຜີຽຊື່ ຂອງບໍຣິສັດ ແລະ ມູນຄ່າ ການລົງທຶນ ໄດ້ເທື່ອ ແຕ່ຄາດວ່າ ຈະສ້າງພາຍໃນ 2 ປີຂ້າງໜ້າ. ສນາມກ໊ອຟ ດັ່ງກ່າວນີ້ ຢູ່ຫ່າງຈາກ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ປະມານ 1 ກິໂລແມັດ.

ຂ່າວຜ່ານມາວ່າ ຫລາຍຄົນໄດ້ ຈັບຈອງທີ່ດິນ ສໍາລັບ ເຮັດທຸຣະກິດ ໄວ້ແລ້ວ ຢູ່ບໍຣິເວນ ຫົວຂົວແຫ່ງນີ້ ຄາດວ່າ ຈະມີນັກລົງທຶນ ຈາກຕ່າງປະເທດ ຈໍານວນຫລາຍ ເຂົ້າມາລົງທຶນ. ບັນຫາ ຄວາມບໍ່ໂປ່ງສັຍ ໃນການເຮັດ ທຸຣະກິດ ໃນລາວ ຍັງມີຢູ່ຕໍ່ເນື່ອງ ແລະ ນັບມື້ກາຍເປັນ ພຍາດຣະບາດ.  ຜ່ານມາ ປະຊາຊົນ ໃນ ນະຄອນຫລວງ ວຽງຈັນ ຫລວງພຣະບາງ ແລະ ແຫ່ງອື່ນໆ ຕ້ອງສູນເສັຽ ທີ່ດິນ ທໍາຢູ່ທໍາກິນ ຂອງພວກຕົນ ໃຫ້ນາຍທຶນ ເອກກະຊົນ ໂດຍ ເຈົ້າໜ້າທີ່ລາວ ບໍ່ຍອມເປີດເຜີຽ ຣາຍຣະອຽດ ການໃຫ້ຄ່າຊົດເຊີຽ ບໍ່ພຽງພໍ ເຮັດໃຫ້ຜູ້ສູນເສັຽ ທີ່ດິນ ຕ້ອງປະເຊີນກັບ ຄວາມຫຍຸ້ງຍາກ ໃນການເລີ້ມຕົ້ນ ຊີວິດໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.