ນັກທ່ອງທ່ຽວຂຽນພາສາຈີນ ໃສ່ ກຳແພງ ວັດ
2019.09.20
ນັກທ່ອງທ່ຽວ ໃຊ້ບິກເຟີດສີຟ້າ ຂຽນໂຕໜັງສືພາສາຈີນ ແລະແຕ້ມຮູບດອກໄມ້ ໃສ່ກຳແພງວັດສຸວັນນະພູນາຣາມ ໃນນະຄອນຫລວງພະບາງ ຊຶ່ງມີຄວາມເສັຍຫາຍ ທາງດ້ານສິລປະ ຂອງເມືອງມໍລະດົກໂລກ ຊຶ່ງທາງວັດຈຳເປັນຕ້ອງໄດ້ເອົານ້ຳສີຂາວລຶບ ໜັງສືພາສາຈີນ ແລະ ຮູບ ດອກໄມ້ນັ້ນອອກ -ຕາມຄຳເວົ້າຂອງສາມະເນນວັດໃໝ່ ສຸວັນນະພູນາຣາມ ນະຄອນຫຼວງພຣະບາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກັນຍານີ້:
"ເຂົາເອົາບິກເຟິດຂຽນ ຂຽນພາສາຈີນນີ້ໜ່າ ຂຽນໃສ່ຝາກຳແພງຢູ່ວັດຂ້າງນອກພຸ້ນດອກ ນັ້ນໜາ ແລ້ວຂ້ອຍເອົານ້ຳສີຂາວໄປລົບແລ້ວ ມື້ວານນີ້."
ສາມະເນນກ່າວວ່າ ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ແມ່ນໃຜເປັນຜູ້ຂຽນໃສ່ກຳແພງວັດນັ້ນ ເພາະບໍ່ມີກ້ອງວົງຈອນປິດ. ທາງວັດເອົາເງິນທີ່ໄດ້ ຈາກການຂາຍປີ້ ເຂົ້າຊົມວັດໃຫ້ນັກທ່ອງທ່ຽວ ຄົນລະ 10 ພັນກີບ ໄປຊື້ນ້ຳສີ ສີຂາວ ມາລຶບໜັງສືພາສາຈີນ ແລະ ຮູບດອກໄມ້ນັ້ນອອກ.
ສາມະເນນກ່າວຕື່ມວ່າ ນັບຕັ້ງແຕ່ວັດໃໝ່ ສຸວັນນະພູນາຣາມ ຖືກສ້າງຂຶ້ນມານານ 100 ປາຍປີ ກໍບໍ່ເຄີຍມີນັກທ່ອງທ່ຽວ ມາຂີດຂຽນຫຍັງໃສ່ ກຳແພງວັດນີ້ຈັກເທື່ອ, ເທື່ອນີ້ເປັນເທື່ອທຳອິດ ແລະທາງວັດກໍບໍ່ເຄີຍຂຽນປ້າຍຫ້າມ ນັກທ່ອງທ່ຽວ ຕ່າງປະເທດ ບໍ່ໃຫ້ຂີດຂຽນຫຍັງໃສ່ ກຳແພງວັດຈັກເທື່ອ ແລະທາງວັດກໍມີແຕ່ອະນາໄມວັດ ດັ່ງສາມະເນນອົງນີ້ເວົ້າວ່າ:
"ໜ້າທີ່ຂອງວັດນີ້ມີແຕ່ວ່າອະນາມັຍນີ້ ແລະກໍລົດຫັ້ນເຂົ້າມາຈອດອ້ອມວັດນີ້ ແລ້ວເຮົາກໍຮ້ອງຂໍເຂົາເຈົ້າ ບໍ່ໃຫ້ທຽວມາຈອດອ້ອມວັດອາຮາມ ວັດມັນເສັຍພາບພົດ ໃຫ້ເຂົາເຈົ້າຈອດ ເປັນບ່ອນເປັນທີ່ ເບື້ອງປ້ອງກັນຄວາມສງົບຫັ້ນ, ທາງເຈົ້າໜ້າທີ່ ທາງບ້ານ ທາງເມືອງ ແຂວງພຸ້ນແຫລະ."
ສາມະເນນກ່າວຕື່ມວ່າ ເພື່ອແກ້ໄຂບໍ່ໃຫ້ບັນຫານີ້ເກີດມີຂຶ້ນຕໍ່ໆໄປ ໃນຕໍ່ໜ້າ ຫາກພົບເຫັນ ບຸກຄົນໃດຂີດຂຽນແພງວັດຈະຕັກເຕືອນ ພ້ອມທັງໃຫ້ຮັບຜິດຊອບ ແລະຈະໃຫ້ມີເຈົ້າໜ້າທີ່ ກວດການັກທ່ອງທ່ຽວ ທີ່ເຂົ້າມາໃນວັດ ເພື່ອບໍ່ໃຫ້ເກີດເຫດການ ນີ້ຂຶ້ນຕື່ມອີກ.
ປັດຈຸບັນ ວັດຫລາຍແຫ່ງຢູ່ນະຄອນຫລວງພະບາງ ມີນັກທ່ອງທ່ຽວຈີນ, ເກົາຫລີ ແລະຈາກປະເທດອື່ນໆ ມາທ່ຽວຊົມຄວາມງາມຫຼາຍ ແຕ່ວັດຫລາຍແຫ່ງຍັງບໍ່ມີເຈົ້າໜ້າທີ່ ກວດການັກທ່ອງທ່ຽວ, ມີພຽງແຕ່ຄົນຂາຍປີ້ເຂົ້າຊົມວັດ ແລະວັດຫລາຍແຫ່ງ ຍັງບໍ່ມີປ້າຍຫ້າມຕ່າງໆ ຢູ່ພາຍໃນວັດ ແລະ ກຳແພງວັດ ເປັນພາສາຕ່າງປະເທດ.