ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ຢູ່ລາວ ມີຄວາມພ້ອມທີ່ຈະກັບມາເປີດບໍຣິການຄືນ ໂດຍສະເພາະແຫຼ່ງທ່ອງທ່ຽວທີ່ສໍາຄັນ ເປັນຕົ້ນຖໍ້າຕ່າງໆ ຢູ່ເມືອງວັງວຽງ, ວັດພູຈໍາປາສັກ, ພຣະຣາຊວັງ ຫຼວງພຣະບາງ, ຫໍພຣະແກ້ວ, ຫໍພິພິດຕະພັນ ແລະ ສະຖານທີ່ອື່ນໆ ຖ້າຫາກທາງການ ມີການຜ່ອນຜັນເປີດແຂວງຕ່າງໆ ໃຫ້ກັບມາສັນຈອນໄດ້ ຕາມປົກກະຕິ ໃນວັນທີ 17 ພຶສພາ ນີ້.
ໃນຂນະທີ່ເຈົ້າໜ້າທີ່ ຈາກຫໍພິພິດຕະພັນ ພຣະຣາຊວັງຫຼວງພຣະບາງ ທ່ານນຶ່ງກ່າວວ່າ ປັດຈຸບັນ ຍັງບໍ່ເປີດໃຫ້ນັກທ່ອງທ່ຽວເຂົ້າມາຢ້ຽມຊົມ ເທື່ອ ແລະຖ້າຫາກວ່າ ທາງການແຈ້ງການວ່າເປີດ ທາງພິພິດຕະພັນ ກໍພ້ອມເປີດບໍຣິການ ແຕ່ຖ້າຍັງບໍ່ເປີດປະເທດ ກໍຈະມີແຕ່ຄົນພາຍໃນ ເທົ່ານັ້ນ ທີ່ມາຢ້ຽມຊົມ, ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶສພາ ນີ້ວ່າ:

“ຍັງບໍ່ເປີດເທື່ອ ຍັງບໍ່ໄດ້ມີແຈ້ງການມາເທື່ອ ຍັງຖ້າແຈ້ງການມາຢູ່ ຖ້າຍັງບໍ່ເປີດປະເທດ ກະເຂົ້າມາບໍ່ໄດ້ຄືເກົ່າ ພາຍໃນແຂວງເຮົາ ປະເທດ ເຮົານີ້ແຫຼະ.”
ສໍາລັບພິພິດຕະພັນ ວັດສີສະເກດ ຢູ່ນະຄອນຫຼວງວຽງຈັນ ກໍພ້ອມເປີດບໍຣິການເຊັ່ນກັນ ຫາກທາງການ ແຈ້ງການເປີດການສັນຈອນໃນທົ່ວ ປະເທດ, ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
“ຍັງບໍ່ໄດ້ເປີດເປັນທາງການ ເຮົາເປີດປະເທດພຸ້ນແຫຼ້ວ ຈັ່ງຊິມີແຂກມາ ແຕ່ກ່ອນເກົ່າຫັ້ນ ຄົນຕ່າງປະເທດມາ ປະເທດຈີນ, ເກົາຫຼີ, ຍີ່ປຸ່ນ, ຖ້າຕ່າງປະເທດບໍ່ມາ ກໍຊິມີແຕ່ຄົນລາວ ກະຄືຊິບໍ່ຫຼາຍ.”
ໃນຂນະດຽວກັນ ປະຊາຊົນ ທ່ານນຶ່ງເວົ້າວ່າ ຖ້າຫາກວ່າ ທາງການເພິ່ນ ເປີດການສັນຈອນຣະຫວ່າງແຂວງ ໃຫ້ໄປ-ມາໄດ້ ຕົນກໍຍັງບໍ່ຢາກ ໄປທ່ຽວເທື່ອ ຍ້ອນວ່າໃນໄລຍະນີ້ເສຖກິຈ ບໍ່ຄ່ອຍດີ ແລະອີກຢ່າງ ກະຍັງຕ້ອງຣະວັງເຣື່ອງ ການຣະບາດຂອງພຍາດໂຄວິດ-19 ຢູ່:
“ບໍ່ຢາກໄປດອກ ບໍ່ມີເງິນຈະໄປທ່ຽວແດ່ ເງິນເດືອນກະບໍ່ໄດ້ ຫຼາຍຢ່າງຊ້ວງນີ້ເສຖກິຈບໍ່ດີ ບໍ່ມີເງິນທີ່ຈະໄປທ່ຽວໃດ ກະຢູ່ແຕ່ບ້ານກໍໄປກິນ ເຂົ້າກັບໝູ່ ທັມມະດາ ນີ້ແຫຼະ.”
ນອກຈາກນີ້ແລ້ວ ປະຊາຊົນ ອີກທ່ານນຶ່ງ ກໍເວົ້າວ່າ:
“ກະຢາກໄປຢູ່ ໂຕເຣື່ອງການໃຊ້ຈ່າຍມັນກໍເປັນປັດຈັຍນຶ່ງເນາະ ກະຕ້ອງລໍໄປກ່ອນອັນເຮົາຕ້ອງໃຊ້ຈ່າຍເນາະ ວາງແຜນແນ່ນອນກະຕ້ອງ ຂຶ້ນກັບເງື່ອນໄຂ.”
ເຈົ້າໜ້າທີ່ທ່ອງທ່ຽວ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ຫາກວ່າທາງການ ແຈ້ງການ ເປີດການສັນຈອນທົ່ວປະເທດ ສະຖານທີ່ທ່ອງ ທ່ຽວຕ່າງໆກໍພ້ອມໃຫ້ບໍຣິການໃຫ້ນັກທ່ອງທ່ຽວຢ່າງແນ່ນອນ:
“ເພາະວ່າເພິ່ນຍັງບໍ່ໄດ້ ແຈ້ງການອອກມາເດ້ເນາະພຸ້ນລະຮອດວັນທີ່ 17 ເພິ່ນຈະມີແຈ້ງການອອກມາຊໍ່າໃດຫັ່ນ ຄັນເພິ່ນວ່າພ້ອມໃຫ້ເປີດ ເຮົາກະເປີດຕາມເພິ່ນແຈ້ງຫັ່ນແຫຼະ ແຕ່ຕອນນີ້ເຮົາກະຍັງບໍ່ໄດ້ ເຮັດຫຍັງເທື່ອ.”
ສໍາລັບເຈົ້າໜ້າທີ່ທ່ອງທ່ຽວ ແຂວງຫຼວງພຣະບາງເວົ້າວ່າ ປັດຈຸບັນຕ້ອງລໍຖ້າ ແຈ້ງການຈາກຣັຖບານ ສ່ວນເຣື່ອງມາຕການຕ່າງໆທາງແຂວງ ກໍມີແຜນໄວ້ ໝົດແລ້ວ:

“ເຣື້ອງກະຕຸ້ນການທ່ອງທ່ຽວນີ້ ຖ້າວ່າຣັຖບານເປີດ ບັດນີ້ມັນຈະເປີດຊໍ່າໃດ ເຮົາມີແຜນໄວ້ແລ້ວໂຕນີ້ນາ ແຕ່ວ່າຍັງບໍ່ທັນໄດ້ວາງເທື່ອວ່າ ມາຕການ ຈະເຮັດແນວໃດ ມີແຕ່ກໍາລັງປະຊຸມຢູ່.”
ດ້ານເຈົ້າໜ້າທີ່ທ່ອງທ່ຽວ ແຂວງຈໍາປາສັກ ກໍກ່າວວ່າ ສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ແຂວງຈໍາປາສັກ ຍັງບໍ່ທັນເປີດເທື່ອ ແຕ່ຖ້າຫາກມີແຈ້ງ ການເປີດການສັນຈອນທົ່ວປະເທດ ແນ່ນອນ ສະຖານທີ່ທ່ອງທ່ຽວ ໃນ ແຂວງຈໍາປາສັກ ມີຄວາມພ້ອມທີ່ຈະເປີດ ໃຫ້ນັກທ່ອງທ່ຽວເຂົ້າມາ ທ່ຽວໄດ້ ສ່ວນມາຕການຫຼຸດຜ່ອນຄ່າບໍຣິການຕ່າງໆນັ້ນ ຈະຕ້ອງໄດ້ມີການຄົ້ນຄວ້າກັນກ່ອນ:
“ຍັງບໍ່ທັນໄດ້ເປີດ ວັນທີ່ 17 ນີ້ທາງຣັຖບານເພິ່ນຈະສເນີວ່າມີຫຍັງແດ່ ເພິ່ນຈະປົດລ໋ອກການບໍຣິການທ່ອງທ່ຽວ ດືງດູດນັກທ່ອງທ່ຽວແນວໃດ ຈະຫຼຸດຣາຄາຈັ່ງໃດຫັ່ນນາ ຜແນກຖແລງຂ່າວກໍຕ້ອງໄດ້ຄົ້ນຄວ້າ ກັນ ວ່າເຮົາຈະຫຼຸດແນວໃດ.”
ຢ່າງໃດກໍຕາມ ສະຖານທີ່ທ່ອງທ່ຽວຕ່າງໆໃນລາວ ຍັງລໍຖ້າແຈ້ງການຂອງຣັຖບານ ວ່າຈະເປີດການເດີນທາງໄປ-ມາ ທົ່ວປະເທດໄດ້ເມື່ອໃດ ແລະສະຖານທີ່ທ່ອງທ່ຽວຕ່າງໆ ກໍພ້ອມເປີດບໍຣິການໃຫ້ນັກ ທ່ອງທ່ຽວຢ່າງແນ່ນອນ.