ໄມ້ລັກລອບຂົນສົ່ງໄປວຽດນາມ ຖືກຍຶດ

ໄມໂຊລີ
2014.03.26

 

ເຈົ້າໜ້າທີ່ ຕໍາຫຣວດ ຂັ້ນສູງ ຂອງລາວ ເປິດເຜີຍຕໍ່ ເອເຊັຍເສຣີ ເມື່ອບໍ່ດົນ ມານີ້ວ່າ: ໃນ 2 ເດືອນ ທໍາອິດ ຂອງ ປີ 2014 ນີ້ ໜ່ວຍງານ ສະເພາະກິດ ປາບປາບ ອາຊຍາກັມ ທາງ ເສຖກິດ ໃນສັງກັດ ກົມ ຕໍາຫຣວດ  ສາມາດ ກວດຍຶດ ໄມ້ແຜ່ນໄດ້ ຫລາຍກວ່າ 2 ແສນ ແມັດກ້ອນ ໃນຂະນະ ທໍາການ ລັກລອບ ຂົນສົ່ງ ຈາກລາວ ໄປ ປະເທດ ວຽດນາມ ແລະ ຍຶດໄມ້ ຄະຍຸງໄດ້ ຫລາຍກວ່າ 42 ຕັນ. ໄມ້ທັງໝົດ ທີ່ຍຶດໄດ້ ນັ້ນ ເປັນໄມ້ ໜີພາສີ ທີ່ ລັກລອບຕັດ ບໍ່ມີ ອະນຸຍາດ ຫຼື ສັມປະທານ ຖືກຕ້ອງຕາມ ກົດໝາຍ. ດັ່ງເຈົ້າໜ້າທີ່ ລາວ ທ່ານນີ້ ເວົ້າວ່າ:

“ການເຄື່ອນຍ້າຍ ໄມ້ທ່ອນ ແລະ ໄມ້ແປຮູບ ພາຍໃນ ປະເທດ ມີລັກສນະ ສັບສົນ ບໍ່ຈະແຈ້ງ ສ້າງເງື່ອນໄຂ ໃຫ້ກຸ່ມຄົນ ບໍ່ດີ ສາມາດ ປອມແປງ ໄມ້ ທີ່ບໍ່ຖືກ ຕ້ອງ ຕາມຣະບຽບ ການປົນເປ ໄປນໍາ ຍ້ອນໄມ້ ຈໍາພວກນຶ່ງ ບໍ່ຕີຕາ ບໍ່ມີໃບ ຢັ້ງຢືນ ແຫລ່ງທີ່ມາ ຂອງໄມ໊ ແລະ ບໍ່ໄດ້ ກໍານົດ ທິດທາງ ການເຄື່ອນຍ້າຍ ພຶຕຕິກັມ ດັ່ງກ່າວ ເຫັນວ່າ ບໍ່ສອດຂ່ອງ ກັບ ກົດໝາຍ ວ່າດ້ວຍ ປ່າໄມ້”.

ເຈົ້າໜ້າທີ່ ລາວ ທ່ານນີ້ ເນັ້ນວ່າ ຖ້າຫາກໄມ້ ຈໍານວນ ທັງໝົດນີ ສາມາດ ລັກລອບ ຂົນໄປ ວຽດນາມໄດ້ ສໍາເຣັດ ກໍຈະເຮັດ ໃຫ້ ຣັຖບານ ລາວ ສູນເສັຍ ຣາຍຮັບ ຄິດເປັນ ມູນຄ່າ ກວ່າ 1,500 ລ້ານກີບ ແລະ ຍັງສະແດງ ໃຫ້ເຫັນວ່າ ການລັກລອບ ຄ້າໄມ້ເຖື່ອນ ຍັງຮຸນແຮງ ກວ່າ ໃນຣະຍະ ດຽວກັນ ຂອງປີ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.