ສນາມບິນເມືອງຕົ້ນເຜິ້ງ ຕ້ອງໂຈະ


2014.01.28
F-bokeo ຊາວເມືອງຕົ້ນເຜິ້ງບໍ່ຍອມ ເສັຽດິນຂອງຕົນ ພາກັນເຂົ້າຂັດຂວາງ ຣົດດຸດດິນ ຝ່າຍເຈົ້າໜ້າທີ່ ພາຍປືນ ອາວຸດຄົບມື ເຂົ້າເຈຣະຈາ ວັນທີ 17 ເດືອນ ມົກກະຣາ 2014
RFA/Lx

 

ປະຊາຊົນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເວົ້າວ່າ ໂຄງການສ້າງສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ທີ່ມີແຜນຈະເອົາດິນ ຊາວບ້ານ ໃນບ້ານ ໂພນຮົມ, ດອນໜູນ, ພຽງຍາມ, ມອກກະຈອກ, ບ້ານ ຄວ້ານ ແລະ ບ້ານສີບຸນເຮືອງ ຫລາຍຄອບຄົວ ໄດ້ຄັດຄ້ານ ບໍ່ໃຫ້ບຸກເບີກ ເນື້ອທີ່ນາ ຂອງເຂົາເຈົ້າ ເພາະບໍ່ພໍໃຈ ເງິນຄ່າຊົດເຊີຍ ແລະ ຫລ້າສຸດ ໂຄງການໄດ້ ມາເອົາຣົດດຸດຣົດຈົກ ອອກ ຈາກທີ່ນາ ຂອງ ຊາວບ້ານແລ້ວ. ແຕ່ ຊາວບ້ານ ກໍຍັງທຽວໄປເບິ່ງນາ ຂອງຕົນຢູ່ ເປັນປະຈຳ ເພາະຢ້ານວ່າ ເຈົ້າຂອງໂຄງການຈະກັບມາ ດຸດດິນນາ ຂອງເຂົາເຈົ້າ ອີກ.

ຊາວບ້ານທ່ານນີ້ ເວົ້າອີກວ່າ ໃນວັນທີ 27 ມົກກະຣາ ຊາວບ້ານ ທີ່ຖືກຜົນກະທົບ ໄດ້ພາກັນ ໄປເຕົ້າໂຮມ ຢູ່ຄາຊີໂນ ຂອງ ບໍລິສັດ ຄິງສ໌ໂຣແມນ ໃນເຂດເສຖກິດພິເສດ ສາມລ່ຽມທອງຄຳ ເພື່ອພົບກັບ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຼີ ຕາມທີ່ ທາງການ ໄດ້ມາແຈ້ງ, ແຕ່ເມື່ອຊາວບ້ານ ໄປຮອດ ສະຖານທີ່ ດັ່ງກ່າວ ກັບບໍ່ເຫັນ ເຈົ້າໜ້າທີ່ ແລະ ບໍ່ຮູ້ວ່າ ເພິ່ນປະຊຸມກັນ ຢູ່ບ່ອນໃດ. ຫລັງຈາກນັ້ນ ຊາວບ້ານ ກໍພາກັນກັບບ້ານ.

ຊາວບ້ານເວົ້າ ໃນຕອນທ້າຍວ່າ ໃນອາທິດນີ້ ຄາດວ່າ ຣັຖບານ ຈະສົ່ງຜູ້ຕາງໜ້າ ລົງມາ ເຈລະຈາ ກັບຊາວບ້ານ ເພື່ອຫາທາງແກ້ໄຂ ບັນຫາ, ແຕ່ຊາວບ້ານ ກໍຍັງຢືນຢັນວ່າ ຈະບໍ່ຍອມ ເສັຍດິນໃຫ້ ໂຄງການ ຈົນວ່າຈະໄດ້ຮັບ ຄ່າຊົດເຊີຍ ທີ່ສົມເຫດສົມຜົນ.

ໃນເບື້ອງຕົ້ນ ໂຄງການຈະຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ທີ່ຈະເສັຍດິນນາ ໃຫ້ແກ່ໂຄງການສ້າງສະໜາມບິນໃນລາຄາ 30,000 ບາດ ຕໍ່ນຶ່ງໄຮ່ ແລະ ຄ່າເສັຍຫາຍຜົລປູກ (ເຂົ້າ) 80,000 ບາດຕໍ່ນຶ່ງໄຮ່, ແຕ່ຊາວບ້ານຕ້ອງການຄ່າ ຊົດເຊີຍ 300,000 ບາດ ຕໍ່ນຶ່ງໄຮ່. ອີງຕາມ ການເຈຣະຈາກັນ ຢູ່ໃນພາບວີດີໂອ ຣະຫວ່າງ ຊາວບ້ານ ກັບ ເຈົ້າໜ້າທີ່ ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.