ຊາວເມືອງຕົ້ນເຜິ້ງເສັຽດິນໃຫ້ ຊາວຈີນ
2015.03.26
ປະຊາຊົນ ຊາວເມືອງ ຕົ້ນເຜິ້ງ ຢູ່ ແຂວງ ບໍ່ແກ້ວ ສ່ວນໃຫຍ່ ຈະແມ່ນ ບັນດາ ຊົນເຜົ່າ ໄດ້ ສູນເສັຽ ທີ່ດິນ ຂອງຕົນ ໃຫ້ ແກ່ ນັກ ລົງທຶນ ຈີນ. ກ່ອນໜ້າ ນີ້ ທາງການ ແຂວງ ບໍ່ແກ້ວ ມີ ນະໂຍບາຍ ສົ່ງເສີມ ໃຫ້ ປະຊາຊົນ ເຊົາ ຖາງປ່າ ເຮັດໄຮ່ ແລະ ໄດ້ ຈັດສັນ ທີ່ດິນ ໃຫ້ ທຳມາ ຫາກິນ; ແຕ່ ເມື່ອ ບໍ່ດົນ ມານີ້ ທາງການ ພັດໃຫ້ ສັມປະທານ ທີ່ດິນ ຂອງ ຊາວບ້ານ ເຫລົ່ານັ້ນ ໃຫ້ ແກ່ ນັກລົງທຶນ ຈີນ. ດັ່ງ ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ທ່ານນຶ່ງ ເປີດເຜີຍ ຕື່ມວ່າ:
“ຄົນຈີນ ກໍ ຫລາຍ ມາ ທຳການ ຜລິດ ຢູ່ພາຍໃນ ເມືອງ ແລ້ວກໍ ອັນນີ່ ກໍແມ່ນ ຄົນ ທຳງານ ຢູ່ ກາສິໂນ ຫນີ່ ຈຳນວນ ອັນນີ້ ກໍ ຫລາຍເຕີບ ເດ໋ ການ ສຳຣວດ ພົລເມືອງ ສ່ວນນີ້ ທາງ ຄົນຈີນ 3,000 ກວ່າຄົນ ເດ໋ ດິນບ່ອນ ທຳການ ຜລິດ ເຂົາ ກໍ ສ່ວນຫລາຍ ດຽວນີ້ ເຂົາກໍ ຄື ມູເຊີ ຄືເຮົາເວົ້າ ເມື່ອ ກ່ອນ ຫັ່ນແຫລະ ດິນ ທີ່ເພິ່ນ ຈັດສັນ ໃຫ້ເຂົາ ໃຫ້ຈີນ ສັມປະທານ ຫັ່ນນະ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າ ຕື່ມວ່າ ໃນເມື່ອ ບໍ່ມີ ທີ່ດິນ ຊາວບ້ານ ໃນ ແຂວງ ບໍ່ແກ້ວ ຊຶ່ງ ສ່ວນຫລາຍ ເປັນ ຊົນເຜົ່າ ເຊັ່ນຊົນເຜົ່າ ມູເຊີ ຂະມູ ແລະ ມົ້ງ ກໍຈຳເປັນ ກັບໄປ ຖາງປ່າ ເຮັດໄຮ່ ຄືເກົ່າ. ບັນຫາ ອີກຢ່າງ ນຶ່ງ ນັກ ລົງທຶນ ຈີນ ບໍ່ມັກ ໃຊ້ ຄົນງານ ທ້ອງຖິ່ນ ມັກ ນຳເອົາ ຄົນງານ ຈີນ ເຂົ້າມາ ເຮັດວຽກ ຫລາຍກວ່າ ແລະ ໃຫ້ ເຫດຜົນ ວ່າ ຄົນງານ ລາວ ບໍ່ສາມາດ ເຮັດວຽກ ຕາມ ເງື່ອນໄຂ ຂອງ ບໍຣິສັດ ໄດ້.
ປັດຈຸບັນ ນັກ ລົງທຶນ ຈີນ ໄດ້ ສັມປະທານ ທີ່ດິນ ຫລາຍຢູ່ ແຂວງ ບໍ່ແກ້ວ; ສະເພາະ ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄຳ ທີ່ ເມືອງ ຕົ້ນເຜິ້ງ ກໍໄດ້ ສັມປະທານ ໄປແລ້ວ ກວ່າ 3,000 ເຮັກຕາ ຊຶ່ງ ບໍຣິສັດ ຈີນ ມີ ໂຄງການ ເຖິງ 14 ໂຄງການ ເຊັ່ນ ໂຄງການ ປູກ ຢາງພາຣາ ແລະ ປູກກ້ວຍ.