ຊາວເມືອງຕົ້ນເຜິ້ງບໍ່ຍອມ ເສັຽດິນ

ຊາວເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ປະເຊີນ ຫນ້າ ກັບ ເຈົ້າຫນ້າທີ່ ຕຳຣວດ ແລະ ຜູ້ທີ່ຈະດຸດ ໄຮ່ນາ ຂະເຈົ້າ ເພື່ອ ສ້າງ ສນາມບີນ.

ຊາວເມືອງຕົ້ນເຜິ້ງບໍ່ຍອມ ເສັຽດິນຂອງຕົນ ພາກັນເຂົ້າຂັດຂວາງ ຣົດດຸດດິນ ຝ່າຍເຈົ້າໜ້າທີ່ ພາຍປືນ ອາວຸດຄົບມື ເຂົ້າເຈຣະຈາ ວັນທີ 17 ເດືອນ ມົກກະຣາ 2014 RFA/Lx

 

ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັບກຸ່ມກັນ ລຸກຂຶ້ນປ້ອງກັນ ສິດທິ ຂອງຕົນຕໍ່ ເຈົ້າຫນ້າທີ່ ຕຳຣວດ ທີ່ຈະໃຫ້ກຸ່ມ ກຳມະກອນ ກໍ່ສ້າງດຸດນາ ຂອງພວກຂະເຈົ້າ ເພື່ອສ້າງ ສນາມບິນ ຂອງນັກລົງທຶນ ຕ່າງຊາດ. ເຫດການ ດັ່ງກ່າວ ເກີດຂຶ້ນ ໃນມື້ວັນສຸກ ວັນທີ 17 ມົກກະຣາ ຊາວບ້ານ ໄດ້ພາກັນນັ່ງເປັນແຖວ ຕັນທາງ ຣົຖດຸດດິນ ທີ່ກຳລັງ ມຸ້ງຫນ້າ ໄປດຸດດິນຂອງເຂົາເຈົ້າ. ຫລັງຈາກນັ້ນ ກໍ່ມີ ເຈົ້າຫນ້າທີ່ ຕຳຣວດ ຫລາຍສິບຄົນ ທັງໃນແລະນອກ ເຄຶ່ອງແບບ ພ້ອມອາວຸດໄມ້ຄ້ອນ ແລະກະແຈມື ເຂົ້າມາເຈຣະຈາ ເປັນ ເວລາຫລາຍ ຊົ່ວໂມງ:

"ຕຳຣວດ ເວົ້າວ່າ: ຖອຍໄປຖອຍໄປ ປະຊາຊົນເວົ້າວ່າ: ປະຊາຊົນ ບໍ່ຖອຍບໍ່ຖອຍ ຕຳຣວດ ທະຫານແທນທີ່ ຈະຊ່ອຍ ປະຊາຊົນ ແຕ່ພັດຊ່ອຍ ເຈົ້ານາຍ ເຈົ້ານາຍ ຂາຍຊາດກິນ ຂາຍແຜ່ນດີນກີນ".

ໃນຣະຫວ່າງ ການເຈຣະຈາ ນັ້ນ ຊາວບ້ານ ແລະ ເຈົ້າຫນ້າທີ່ ກໍມີການ ປະເຊີນຫນ້າ ດ້ວຍການປະທະຄາຣົມ ກັນຢ່າງ ດຸເດືອດ ມີບາງຕອນຊາວບ້ານ ໄດ້ອ້ອນວອນ ເຈົ້າຫນ້າທີ່ ທັງນ້ຳຕາ ແລະຄ້ອຍໃຈວ່າ ໃຫ້ສົງສານ ເຂົາເຈົ້າແດ່ ເພາະ ປະຊາຊົນ ບໍ່ມີດິນ ເຮັດໄຮ່ ເຮັດນາແລ້ວ ຊາວບ້ານ ຜູ້ນຶ່ງເວົ້າວ່າ ກໍເທົ່າກັບຕາຍທັງເປັນ ເທົ່າກັບຕັດຕີນຕັດມື ຊາວບ້ານໃຫ້ຕາຍ ໂດຍທາງອອ້ມ:

"ພວກເຮົາ ບໍ່ມີເງີນ ມີທອງ ພວກເຮົາ ບໍ່ຍອມໃຫ້ ເອົາໄຮ່ເອົານາໄປ ບັດນື່ງ ເຮັດໄຮ່ເຮັດນາ ໄປແລ້ວຫມົດເນື້ອ ຕັດຕີນຕັດມື ໃຫ້ຕາຍ ທັງເປັນ".

ບັນຫາດັ່ງກ່າວ ມີການວິພາກວິຈານກັນຢ່າງກວ້າງຂວາງໃນສື່ສັງຄົມ ອອນລາຍໃນລາວວ່າ ການກະທຳ ຂອງເຈົ້າຫນ້າທີ່ ເປັນສິ່ງ ທີ່ຍອມຮັບບໍ່ໄດ້ ບໍ່ມີຄວາມເປັນທັມເລີຍ ນັບມື້ນັບ ຮຸ່ນແຮງ ຂຶ້ນເລື້ອຍໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org