ໂຄງການສນາມບິນ ມ.ຕົ້ນເຜິ້ງ ຂ.ບໍ່ແກ້ວ
2014.02.26

ນັ້ນຄືສຽງຂອງປະຊາຊົນທີ່ກຳລັງຂັດຊວາງເຈົ້າໜ້າທີ່ຕຳຫຣວດທະຫານທີ່ໄປຊ່ວຍບໍຣິສັດບຸກເບີກເນື້ອທີ່ນາຂອງຊາວບ້ານເພື່ອສ້າງສນາມ ບິນເຂດເສຖກິດພິເສດເມືອງຕົ້ນເຜີ້ງແຂວງບໍ່ແກ້ວ.ໂດຍເວົ້າດ້ວຍຄວາມອັດອັ້ນຕັນໃຈວ່າຕຳຫຣວດທະຫານຄືບໍ່ມາຊ່ວຍປະຊາຊົນຄືໄປ ຊ່ວຍເຈົ້ານາຍ,ເຈົ້ານາຍຂາຍຊາດຂາດແຜ່ນດິນກິນ.ນີ້ຄືຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ເຂດເສຖກິດພິເສດເມືອງຕົ້ນເຜີ້ງແຂວງບໍ່ແກ້ວພາກເໜືອ ຂອງປະເທດລາວ.
ເຂດເສຖພິເສດຫລືເສຖກິດສະເພາະຢູ່ເຂດມເມືອງຕົ້ນເຜີ້ງແຂວງບໍ່ແກ້ວກຳລັງກໍ່ໃຫ້ເກີດບັນຫາຂໍ້ຂັດແຍ່ງທີ່ດິນກັບຊາວບ້ານຢ່າງໜັກໜ່ວງ, ເນື່ອງຈາກວ່າເນື້ອທີ່ສຳປະທານໄປກວມເອົາດິນນາຂອງຊາວບ້ານແລະຍັງມີຫລາຍບັນເກີດຂຶ້ນ.
ໃນເຂດເສຖກິດພິເສດ,ມີໂຄງການສ້າງສນາມບິນເພື່ອຮອງຮັບການຂົນສົ່ງຜູ້ຄົນທີ່ຈະເຂົ້າມາຫລິ້ນການພະນັນຄົບວົງຈອນແລະຫາຄວາມ ສຳຣານຄົບວົງຈອນ,ແຕ່ໂຄງການສ້າງສະໜາມບິນດັ່ງກ່າວໄປກວມເອົາດິນນາຂອງປະຊາຊົນຢູ່ຈຶ່ງເປັນທີ່ມາຂອງຂໍ້ຂັດແຍ່ງ.
ຂໍ້ຂັດແຍ່ງເກີດຂຶ້ນໃນເດືອນມົກກະຣາປີ 2014 ເມື່ອບໍຣິສັດຄິງໂຣມັນສຜູ້ທີ່ເປັນເຈົ້າຂອງໂຄງການເສຖກິດພິເສດຈະເອົາຣົດມາບຸກເນື້ອທີ່ ດິນນາຂອງປະຊາຊົນແລະປະຊາຊົນກໍບໍ່ຍອມໃຫ້ບຸກເບີກທີ່ດິນຂອງເຂົາເຈົ້າຈຶ່ງເກີດຂໍ້ຂັດແຍ່ງກັນຂຶ້ນອີກ,ຈົນເກີດການຜິດຖຽງກັນກັບເຈົ້າ ໜ້າທີ່.ຫຼ້າສຸດໃນອາທິດທີ່ຜ່ານມາເຈົ້າໜ້າທີ່ແຂວງແລະເມືອງພຍາຍາມຣະດົມຊາວບ້ານໃຫ້ມອບດິນໃຫ້ບໍຣິສັດ,ແຕ່ຊາວບ້ານຢືນຢັນຢ່າງ ຂາດຕົວວ່າຈະບໍ່ໃຫ້ບໍຣິສັດມາເອົາທີ່ດິນຂອງເຂົາເຈົ້າ.ດັ່ງຊາວບ້ານທ່ານນຶ່ງກ່າວວ່າ:
"ມັນຊິມາວັດຢ່າງດຽວໃຫ້ກະເອົາບໍ່ໃຫ້ກະເອົາທັງໆທີ່ກົດໝາຍມີໂອບໍ່ໃຫ້ເອົາທີ່ນາໄປທຳການຢ່າງອື່ນເນາະຣັຖທັມນູນມາໄດ໋ມັນບໍ່ເອົາກົດ ກະຕິກາມັນເອົາແຕ່ໃນມັນບໍຍອມໃຫ້ມັນດັນເຂົ້າມາໃນເຂດບ້ານເຮົາ ຂັ້ນຖ້າວ່າປະຊາຊົນມາຫລາຍມັນກະຖ້ອຍປະຊາຊົນກະຫລາຍໝູ່ ບ້ານລະມາ ຮ່ວມກັນດຽວນີ້".
ຊາວບ້ານບອກວ່າເຂົາເຈົ້າບໍ່ສາມາດໄປຊື້ທີ່ດິນບ່ອນອື່ນໄດ້ເນື່ອງຈາກວ່າຄ່າຊົດເຊີຍມັນຖືກເກີນໄປ.ບໍຣິສັດຄິງໂຣມັນສຈະຈ່າຍຄ່າຊົດເຊີຍ ທີ່ດິນໃຫ້ແກ່ຊາວບ້ານປະມານນຶ່ງແສນບາດຕໍ່ນຶ່ງໄຮ່ເນື້ອທີ່ 1,600ແມັດມົນທົນ,ແຕ່ຣາຄາຕົວຈິງທີ່ດິນຢູ່ເຂດດັ່ງກ່າວແມ່ນປະມານສາມ ແສນບາດ.ໂຄງການສ້າງສະໜາມບິນກວມເອົາດິນນາຂອງຊາວບ້ານຫລາຍກວ່າ 1,000ເຮັກຕາຢູ່ 6 ໝູ່ບ້ານຄື ບ້ານໂພນຮົມ,ບ້ານດອນ ມູນ,ບ້ານພຽງຍາມ,ບ້ານມອກກະຈອກ,ບ້ານຄວ້ານ ແລະບ້ານສີບຸນເຮືອງ.
ນີ້ເປັນຄັ້ງທີສອງທີ່ບໍຣິສັດທີ່ຈະມາບຸກເບີກເນື້ອທີ່ນາຂອງປະຊາຊົນ,ຄັ້ງທີ່ນຶ່ງບໍຣິສັດຈະເຂົ້າມາບຸກເບີກນັບແຕ່ຕົ້ນປີ 2012, ແຕ່ຊາວບ້ານ ບໍ່ຍອມ.ຄວາມເປັນມາຂອງໂຄງການແມ່ນເກີດຂຶ້ນຕັ້ງແຕ່ປີ 2007,ຣັຖບານລາວໄດ້ອະນຸມັດໃຫ້ບໍຣິສັດຄິງໂຣມັນສຊຶ່ງເປັນບໍຣິສັດຂອງຈີນ ສຳປະທານ ເປັນເວລາ 99 ປີໃນເນື້ອທີ່ສຳປະທານ 3,000ເຮັກຕາເພື່ອສ້າງເປັນເຂດເສຖກິດພິເສດຢູ່ເຂດເມືອງຕົ້ນເຜິ້ງ.
ແຕ່ໃນເວລານັ້ນນິຕິກັມຮອງຮັບກ່ຽວກັບການສ້າງເຂດເສຖກິດພິເສດກໍຍັງບໍ່ຊັດເຈນ.ເຂດເສຖກິດພິເສດຢູ່ເມືອງຕົ້ນເຜິ້ງຣັຖບານລາວໄດ້ ອະນຸຍາດໃຫ້ບໍລິສັດຄິງໂຣມັນສເຂົ້າມາສໍປະທານໃນປີ 2007 ຍັງບໍ່ມີກົດໝາຍຮອງຮັງໃນເວລານັ້ນ.
ຈົນໃນປີ 2009,ຣັຖບານຈຶ່ງມີກົດໝາຍສົ່ງເສີມການລົງທຶນແລ້ວເນ໋ື້ອໃນຂອງກົດໝາຍກໍໄດ້ຣະບຸກ່ຽວກັບເຂດເສຖກິດພິເສດ,ຫລັງຈາກນັ້ນ ຈຶ່ງມີການອອກດຳຣັຖວ່າດ້ວຍເຂດເສຖກິດພິເສດແລະເຂດເສຖກິດສະເພາະໃນວັນທີ 11 ເດືອນຕຸລາ 2010 ແລ້ວຕໍ່ມາໃນັວນທີ 26ເດືອນ ຕຸລາ 2010 ຄະນະປະຈຳສະພາແຫ່ງຊາດຈຶ່ງມີມະຕິຮັບຮອງເອົາດຳຣັຖວ່າດ້ວຍເຂດເສຖກິດພິເສດແລະເຂດເສຖກິດສະເພາະຢູ່ສປປລາວ. ສະຫລຸບງ່າຍໆກໍຄື ໃຫ້ສຳປະທານແລ້ວສ້າງເຂດເສຖກິດພິເສດແລ້ວຈຶ່ງມາເຮັດນິຕິກັມຫລືກົດໝາຍມາຮອງຮັບຕາມຫລັງ.
ແນ່ນອນວ່າເຂດເສຖກິດພິເສດກໍມີທັງຜົນໄດ້ຮັບແລະຜົນເສັຍເຊັ່ນວ່າ:
ຜົນໄດ້ຮັບຈາກໂຄງການເຂດເສຖກິດພິເສດຢູ່ເມືອງຕົ້ນເຜີ້ງກໍຄືການເກັບຣາຍໄດ້ຈາກການສຳປະທານເທົ່ານັ້ນແຕ່ກໍບໍ່ສາມາດຄິດໄລ່ໄດ້ເປັນ ມູນຄ່າທີ່ແນ່ນອນ,ມູນຄ່າການລົງທຶນຂອງໂຄງການເຂດເສຖກິດພິເສດ 80 ລ້ານໂດລາສະຫະຣັຖ.
ຜົນເສັຍຈາກໂຄງການເຂດເສຖກິດພິເສດຢູ່ເມືອງຕົ້ນເຜີ້ງກໍຄື:ການເສັຍທີ່ດິນທໍາມາຫາກິນແລ້ວຊາວບ້ານຈະໄປຢູ່ໃສແລະບໍ່ສາມາດຄໍ້າປະ ກັນສະບຽງອາຫານໄດ້ເພາະເນື້ອທີ່ນາຂອງເຂົາເຈົ້າຖືກບຸກເບີກເຮັດສະໜາມບິນ,ຊາວບ້ານບໍ່ໄດ້ເຮັດວຽກນໍາບໍຣິສັດສ່ວນຫລາຍມີແຕ່ຄົນຈີນ ແລະຄົນພະມ້າ,ບັນຫາສັງຄົມເກີດຂຶ້ນ,ອາສຍາກັມ,ການພະນັນ,ຢາເສບຕິດ,ແລະການຂາຍບໍຣິການທາງເພດ.ອີງຕາມການບອກເລົ່າຂອງ ຊາວບ້ານ,ການສຳປະທານເຂດເສຖກິດພິເສດຢູ່ສາມຫລ່ຽມທອງຄຳເປັນເວລາ 99 ປີແລະຍັງສາມາດຕໍ່ໄດ້ອີກແລ້ວຈະເກີດຫຍັງຂຶ້ນ,ແລ້ວ ມັນຍັງຈະເປັນດິນລາວຢູ່ອີກຫລືບໍ່.ຖ້າຢາກຮູ້ວ່າ ສິ່ງທີ່ຣັຖບານໃຫ້ສຳປະທານໄປມັນຄຸ້ມຄ່າຂະໜາດໃດ ກໍຄືການເອົາມູນຄ່າການລົງທຶນ ຂອງເຂດເສຖກິດພິເສດ80ລ້ານໂດລາສະຫະຣັຖມາປຽບທຽບກັບສິ່ງທີ່ເຮົາຈະເສັຍໄປຄື:ປະຊາຊົນຢູ່ 6 ບ້ານເສັຍດິນນາບໍ່ມີທີ່ດິນທໍາມາຫາ ກິນໄປຕະຫລອດຊີວິດ,ບັນຫາສັງຄົມເກີດຂຶ້ນອາສຍາກັມ,ການພະນັນ,ຢາເສບຕິດ ແລະການຂາຍບໍຣິການທາງເພດ,ການສູນເສັຍທີ່ດິນໃຫ້ ຕ່າງຊາດເປັນເວລາ 99 ປີ ແລະມີແນວໂນ້ມວ່າຈະເສັຍໄປເລີຍ ທັງໝົດຄືສິ່ງທີ່ຈະເສັຍໄປ.
ເມື່ອເປັນແນວນັ້ນ ຖ້າປຽບທຽບກັບມູນຄ່າການລົງທຶນ 80 ລ້ານໂດລາແລ້ວທ່ານຄິດວ່າມັນຄຸ້ມຄ່າຫລືບໍ່?ແລະສຸດທ້າຍຄົນທີ່ໄດ້ຜົນປະ ໂຫຍດຈາກໂຄງການເສຖກິດພິເສດຄົງຈະບໍ່ເປັນພຽງແຕ່ກຸ່ມຄົນນຶ່ງເທົ່ານັ້ນບໍ?