ບ້ານຕີສານ ເສັຽເຮືອນ, ດິນ ໃຫ້ທາງຣົດໄຟ
2017.07.09
ປະຊາຊົນ ຫຼາຍຄອບຄົວ ຢູ່ບ້ານ ຕີນສານ ເມືອງຫລວງນ້ຳທາ ແຂວງ ຫລວງນ້ຳທາ ຖືກຜົລກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ຍ້ອນວ່າ ໂຄງການດັ່ງກ່າວ ຕັດຜ່ານ ບ້ານຂອງເຂົາເຈົ້າ ຢ່າງຫລີກລ້ຽງບໍ່ໄດ້. ແຕ່ວ່າ ຍັງບໍ່ທັນມີຣາຍລະອຽດວ່າ ຈະຖືກຜົລກະທົບ ຫຼາຍຂນາດໃດ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວໃນວັນທີ 4 ກໍຣະກະດາ ນີ້ວ່າ:
"ຄອບຄົວ ກະສິຖືກຫລາຍຢູ່ ເຮົາເບິ່ງຫັ້ນ ບາງຄອບຄົວ ກະສິຖືກເຮືອນເນາະ ບາງຄອບຄົວ ກະຊິຖືກດິນເນາະ ສ່ວນຢາງດິນທຳການຜລິດ ກະສິຖືກຫລາຍເດ້ຊັ້ນນະ."
ທ່ານ ກ່າວຕື່ມອີກວ່າ ທີ່ດິນ ຂອງປະຊາຊົນ ບ້ານຕີນສານ ທຳກິນ ໃນປັດຈຸບັນນີ້ ສ່ວນໃຫຍ່ ແມ່ນເປັນທີ່ດິນບ້ານຕີນຕົກ ຊຶ່ງແຕ່ລະ ຄອບຄົວ ເຄີຍເສັຽເງິນ ຊືີ້ທີ່ດິນຈຳນວນດັ່ງກ່າວ ເປັນຈຳນວນຫຼາຍ ແລະ ຕ້ອງໃຊ້ເວລາຫຼາຍປີ ກ່ອນທີ່ຈະພັທນາ ມາເປັນບ້ານ ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ການເສັຽທີ່ດິນ ໃຫ້ແກ່ ໂຄງການ ຊາວບ້ານຍັງບໍ່ຮູ້ວ່າ ຈະໄດ້ຄ່າຊົດເຊີຍເທົ່າໃດ ແລະ ຈະຖືກຍ້າຍ ໄປຢູ່ບ່ອນໃດ ຍ້ອນວ່າ ທາງການ ຍັງບໍ່ທັນໃຫ້ຄຳຕອບ.
ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມ ຕິດຕໍ່ ໄປຫາເຈົ້າໜ້າທີ່ ຜແນກຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງນ້ຳທາ ເພື່ອສອບຖາມຂໍ້ມູນເພີ້ມຕື່ມ ເຣື້ອງຄ່າຊົດເຊີຍ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຄຳຕອບໄດ້. ນອກຈາກນີ້ ປະຊາຊົນ 60 ຄອບຄົວ ຢູ່ບ້ານ ນາເຕີຍ ເມືອງຫລວງນ້ຳທາ ແຂວງ ຫລວງນ້ຳທາ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ດັ່ງກ່າວ ກໍຍັງລໍຖ້າ ຄຳຕອບ ເຣື້ອງຄ່າຊົດເຊີຍ ຈາກທາງການ ເຊັ່ນດຽວກັນ.
ປັດຈຸບັນ ຢູ່ແຂວງ ຫລວງນ້ຳທາ ກຳລັງມີ ການເຈາະ-ຂຸດ ອຸມົງ 2 ແຫ່ງ ຢູ່ບໍ່ເຕັນ ແລະ ເຂດນາເຕີຍ ແລະ ທັງມີການສ້າງ ແຄ້ມພັກ ຄົນງານຈີນ ທີ່ເຂົ້າມາເຮັດວຽກ ຢູ່ໃນເຂດດັ່ງກ່າວ. ຫລ້າສຸດ ໂຄງການ ທາງຣົດໄຟ ລາວ-ຈີນ ກຳລັງຂຸດ-ເຈາະ ອຸມົງ 9 ແຫ່ງ ຄື ຢູ່ແຂວງ ຫລວງນ້ຳທາ 2 ແຫ່ງ, ແຂວງອຸດົມໄຊ 5 ແຫ່ງ ແລະ ແຂວງຫລວງພຣະບາງ 2 ແຫ່ງ.