ລັກລອບຂົນໄມ້ ຍັງມີຢູ່ ຫລັງການຫ້າມ
2016.09.21
ຍັງມີ ການລັກລອບ ຂົນໄມ້ ໃສ່ຣົດ ແກ່ສາລີ ແລະ ສິນຄ້າອື່ນໆ ອອກໄປຈີນ ຜ່ານດ່ານ ພູຫລັກຄໍາ, ເມືອງນາໝໍ້, ແຂວງອຸດົມ, ຊຶ່ງເປັນ ດ່ານຊາຍແດນ ລາວ-ຈີນ ຢູ່, ໃນຂະນະທີ່ ເຈົ້າໜ້າທີ່ດ່ານ ປະຕິເສດ ທີ່ຈະ ໃຫ້ຂໍ້ມູນ ກ່ຽວກັບ ເຣື່ອງນີ້. ຄົນຂັບ ຣົດໂດຍສານ ຢູ່ ເມືອງ ນາໝໍ້ ຜູ້ທີ່ບໍ່ ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ກັນຍາ ວ່າ:
"ໄມ້ທີ່ລັກລອບ ຂົນສົ່ງຜ່ານດ່ານ ດັ່ງກ່າວ ແມ່ນ ຕັດມາຈາກ ເຂດສໍາປະທານ ຂຸດຄົ້ນ ບໍ່ເຫລັກ ຂອງ ບໍຣິສັດຈີນ ຢູ່ ເມືອງນາໝໍ້ ເລີ້ມແຕ່ ປີ 2012 ເປັນຕົ້ນມາ ຫຼັງຈາກ ໄດ້ຮັບ ການສໍາປະທານ ໃນການ ຂຸດຄົ້ນ ແຮ່ເຫລັກ ໃນເຂດ ພູແຫ່ງນຶ່ງ, ຊື່ງໃນ ປັດຈຸບັນ ກາຍເປັນ ພູຫົວໂຫລ້ນ ແລ້ວ".
ຄົນຂັບຣົດ ໂດຍສານ ທ່ານນີ້ ກ່າວຕື່ມວ່າ ທີ່ຜ່ານມາ ໄມ້ດັ່ງກ່າວ ກຸ່ມ ພໍ່ຄ້າຈີນ ເຄີຍຂົນສົ່ງ ຜ່ານດ່ານ ບໍ່ເຕນ, ແຂວງຫລວງນໍ້າທາ, ແຕ່ວ່າ ຫລັງຈາກທີ່ ມີຄໍາສັ່ງ ຂອງ ນາຍົກ ຣັຖມົນຕຼີ ຫ້າມ ສົ່ງໄມ້ອອກ ພວກພໍ່ຄ້າໄມ້ ຈຶ່ງປ່ຽນ ເສັ້ນທາງ ຂົນໄມ້ ມາຜ່ານ ດ່ານ ພູຫລັກຄໍາ ແທນ ຍ້ອນວ່າ ດ່ານບໍ່ເຕນ ມີການກວດກາ ເຄັ່ງຄັດ ກວ່າເກົ່າ.
ທ່ານ ກ່າວຕື່ມວ່າ ໃນປັດຈຸບັນ ກຸ່ມພໍ່ຄ້າຈີນ ໄດ້ຂົນສົ່ງໄມ້ ໂດຍເຊື່ອງໄປກັບ ຣົດຂົນສາລີ ແລະ ຣົດຂົນສິນຄ້າ ອື່ນໆ ທີ່ໃຊ້ ຜ້າເຕັ໊ນ ປົກ ຫລັງລົດໄວ້ ເປັນການ ອຳພາງ ເຈົ້າໜ້າທີ່. ດ່ານ ພູຫລັກຄຳ ເປັນດ່ານ ພາສີ ຂນາດນ້ອຍ, ຊຶ່ງ ແຕ່ກ່ອນ ເອີ້ນວ່າ ດ່ານ ແມວຈ໋າຍ ໄດ້ໃຊ້ ບໍຣິການ ແຕ່ປີ 2015 ເປັນຕົ້ນມາ. ເອເຊັຽເສຣີ ໄດ້ຕິດຕໍ່ ສອບຖາມ ໄປຍັງ ທ່ານ ແອຕ່າມ, ເຈົ້າໜ້າທີ່ ພາສີ ປະຈໍາດ່ານ ພູຫລັກຄໍາ, ໃນວັນທີ 19 ກັນຍາ ທີ່ຜ່ານມາ ເພື່ອ ສອບຖາມ ຂໍ້ມູນເພີ້ມຕື່ມ ກ່ຽວກັບ ເຣື່ອງນີ້ ທ່ານບອກວ່າ:
"ບໍ່ມີຂໍ້ມູນ ໃຫ້ໃນ ເຣື່ອງນີ້ ຕ້ອງໄປຖາມເບິ່ງ ກົມພາສີ ພຸ້ນເດີ ເຈົ້າ ຖາມກົມພາສີ ເດີ ລາຍລະອຽດ ກົມພາສີ ຊິມີ ຂໍ້ມູນ ໃຫ້ເຈົ້າເດີ".
ເຖິງຢ່າງໃດ ກໍຕາມ, ຜູ້ຂັບຣົດ ໂດຍສານ ຍັງ ຢືນຢັນ ກັບ ເອເຊັຽເສຣີ ອີກວ່າ ຫຼັງຈາກ ນາຍົກ ຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ໄດ້ ອອກຄໍາສັ່ງ ຫ້າມສົ່ງໄມ້ອອກ ໃນເດືອນ ພຶສພາ ຜ່ານມາ, ກໍຍັງມີ ການຂົນສົ່ງ ໄມ້ຊຸກເຊື່ອງໄວ້ ຢູ່ໃນ ຣົດຂົນສົ່ງ ສາລີ ແລະ ສິນຄ້າອື່ນໆ ຜ່ານດ່ານ ດັ່ງກ່າວ ເປັນປະຈຳ ໂດຍ ມີເຈົ້າໜ້າທີ່ ປະຈໍາດ່ານ ອໍານວຍ ຄວາມສະດວກໃຫ້.