ຄອນໂດ ບຶງທາດຫຼວງເປີດແລ້ວ
2015.06.22
ການ ກໍ່ສ້າງ ຕຶກ 17 ຊັ້ນ 28 ຫລັງ ຢູ່ເຂດ ເສຖກິດ ສະເພາະ ບຶງ ທາດຫລວງ ກາງ ນະຄອນ ຫລວງ ວຽງຈັນ ຂອງ ນັກ ທຸຣະກິຈ ຈີນ, ໄດ້ເປີດ ໃຫ້ ຈັບຈອງ ພື້ນທີ່ ແລ້ວ 3 ຫລັງ ເລີ້ມແຕ່ ວັນທີ 15 ມິຖຸນາ 2015 ນີ້. ໂຄງການ 5 ປີ ເປັນ ໂຄງການ ຣະຍະ ທຳອິດ, ທີ່ ຈະສ້າງ ສໍາລັບ ທີ່ຢູ່ ອາສັຍ, ແລະ ສະຖານທີ່ ພັກຜ່ອນ ຈະມີ ບ່ອນ ຈອດລົດ, ສະລອຍນ້ຳ ໃນ ເນື້ອທີ່ 18,4 ເຮັກຕາ.
ການ ຈັບຈອງ ພື້ນທີ່ ຈະເລີ້ມ ຈາກ 3 ຫລັງ ຄື: ຫລັງ ທີ 1, ທີ 2 ແລະ ທີ 5, ທີ່ ຈະສ້າງ ໃຫ້ ສຳເຣັດ ໃນ ທ້າຍປີ 2016. ເຈົ້າໜ້າທີ່ ຝ່າຍ ການຕລາດ ທ່ານນຶ່ງ ເປີດເຜີຍ ຕໍ່ ເອເຊັຽ ເສຣີ, ໃນ ວັນທີ 20 ມິຖຸນາ 2015 ວ່າ:
"ເລິ່ມເປີດ ເປັນ ທາງການ ແມ່ນ ວັນທີ 15 ມິຖຸນາ ມັນ ກະມີ ຫລາຍ ຣາຄາ ແລ້ວແຕ່ ຫ້ອງນ້ອຍ ຫ້ອງໃຫຍ່ ຫລື ວ່າ ຊັ້ນໃດ ຫັ້ນນະ, ຄັນ ຖືກສຸດ ກະປະມານ ແສນປາຍ ຖ້າວ່າ ບໍ່ມີ ບັດຄຳ ໂດຍ ສະເລັ່ຽ ແລ້ວ ກະຖືກ ຢູ່ ປະມານ ພັນ ສີ່ ພັນ".
ສຳລັບ ຕຶກ ຫລັງທີ 1 ແລະ ທີ 2, ແຕ່ ຊັ້ນທີ 1 ຫາ ຊັ້ນທີ 15 ແບ່ງອອກ ເປັນ ຊັ້ນລະ 8 ຫ້ອງ, ຫ້ອງ ປົກກະຕິ ປະກອບ ດ້ວຍ ຫ້ອງນອນ 1 ຫ້ອງ ແລະ ຫ້ອງ ຮັບແຂກ 1 ຫ້ອງ, ມີຂນາດ ໃຫ້ ເລືອກ ແຕ່ 65 ເຖິງ 73 ແມັດ ມົນທົນ, ຣາຄາ ສະເລັ່ຽ ແມັດມົນທົົນ ນຶ່ງ 1,600 ໂດລາ ສະຫະຣັຖ. ຫ້ອງ ຖືກສຸດ ປະມານ 105 ພັນ ໂດລາ ສະຫະຣັຖ.
ເຈົ້າໜ້າທີ່ ໂຄງການ ນີ້ ເວົ້າວ່າ ປົກກະຕິ ຄົນ ຕ່າງ ປະເທສ ຢູ່ ສປປ ລາວ, ຈະ ບໍ່ມີ ກັມມະສິດ ຄຸ້ມຄອງ ອະສັງຫະຣິມຊັພ. ແຕ່ ເນື່ອງຈາກ ໂຄງການ ນີ້ ຢູ່ໃນ ເຂດ ເສຖກິດ ສະເພາະ, ຣັຖບາລ ລາວ, ຈຶ່ງ ມອບສິດ ໃຫ້ ຊາວຕ່າງ ປະເທສ ຄອບຄອງ ຫ້ອງຊຸດ ໃນ ໂຄງການ ນີ້ ໄດ້ ເປັນ ຣະຍະ 99 ປີ.
ຣັຖບາລ ລາວ ແລະ ກຸ່ມ ບໍຣິສັດ ອະສັງຫະ ຣິມຊັພ ຊຽງໄຮ ຫວ່າງເຟິງ ຂອງຈີນ, ໄດ້ ລົງນາມ ໃນ ສັນຍາ ວ່າດ້ວຍ ການພັທນາ ເຂດ ເສຖກິດ ສະເພາະ ບຶງ ທາດຫລວງ ເມື່ອ ວັນທີ 28 ທັນວາ 2011 ໂດຍ ທີ່ ຝ່າຍຈີນ ຈະ ໄດ້ຮັບ ສຳປະທານ ໂຄງການ ເປັນ ຣະຍະ 99 ປີ ແລະ ສາມາດ ຕໍ່ ເວລາ ສຳປະທານ ອອກໄປ ໄດ້ ອີກ, ໃນ ເນື້ອທີ່ 365 ເຮັກຕາ, ມູນຄ່າ ການ ລົງທຶນ ທັງໝົດ 5 ຕື້ ໂດລາ ສະຫະຣັຖ