ການບິນໄທຫຼວງພຣະບາງ ບາງກອກ


2013.12.18
F-Thai-Smile ສາຍການບິນໄທ Thai Smile ຈະບິນໄປກັບ ຣະຫວ່າງ ສນາມບິນ ສຸວັນນະພຸມ ຫລວງພຣະບາງ ສີ່ຖ້ຽວ ຕໍ່ອາທິດ
Thai Smile

 

ປັດຈຸບັນການບິນຣະຫວ່າງເມືອງມໍຣະດົກໂລກ ຂອງລາວແລະເມືອງຫລວງຂອງໄທ ຜູກດ້ວຍສອງສາຍການບິນ ຄືສາຍການບິນລາວ ແລະ ສາຍການບິນ Bangkok Airways ແຕ່ວ່ານັບແຕ່ວັນທີ 22 ທັນວາ 2013 ເປັນຕົ້ນໄປຈະມີສາຍການບິນທີສາມຄືສາຍການບິນໄທ ຊຶ່ງຈະ ໃຊ້ຍົນໂດຍສານ ທີ່ໃຫຍ່ກວ່າສາມາດບັນຈຸຜູ້ໂດຍສານໄດ້ເຖິງ 174 ຄົນຫຼາຍກວ່າສາຍການບິນລາວ ສອງເທົ່າ.

ສາຍການບິນໄທ(Thai Smile)ຈະບິນໄປກັບຣະຫວ່າງສນາມບິນສຸວັນນະພຸມແລະຫລວງພຣະບາງສີ່ຖ້ຽວຕໍ່ອາທິດຄືໃນມື້ວັນອັງຄານ,ສຸກ,ເສົາ ແລະອາທິດ. ບາງກອກໂພສຣາຍງານວ່າໃນເບື້ອງຕົ້ນ ສາຍການບິນໄທຈະເກັບຄ່າໂດຍສານໃນຣາຄາຖືກພິເສດຄືພຽງແຕ່ 7,300 ບາດ ຫລື ປະມານ 265 ດອນລ່າສະຫະຣັຖ ເທົ່ານັ້ນສຳຣັບຖ້ຽວບິນໄປກັບ.

ປັດຈຸບັນທາງການລາວຍັງບໍ່ອະນຸຍາດໃຫ້ສາຍການບິນຣາຄາຖືກໆເຊັ່ນສາຍການບິນ AirAsia ໃຫ້ບິນໄປລາວເທື່ອເພື່ອຮັກສາຜົນປໂຍດຂອງ ສາຍການບິນລາວຊຶ່ງຈະບໍ່ສາມາດແຂ່ງຂັນກັບສາຍການບິນຣາຄາ ຖືກອື່ນໆໄດ້.ໃນປີ 2015 ເມື່ອເປີດປະຊາຄົມເສຖກິຈອາຊຽນແລ້ວ ສປປ ລາວຈະໄດ້ປະຕິບັດຕາມສັນຍາທີ່ໄດ້ເຊັນກັບປະເທດອື່ນໆ ໃນອາຊຽນ.

ປັດຈຸບັນສາຍການບິນ Bangkok Airways ມີຖ້ຽວບິນຣະຫວ່າງຫລວງພຣະບາງແລະບາງກອກສອງຖ້ຽວຕໍ່ມື້ທຸກໆມື້ສ່ວນສາຍການບິນລາວ ມີມື້ລະຖ້ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.