ມູລນິທິໄທຫາລືຊ່ອຍຄົນງານ ລາວ
2016.08.17

ມູລນິທິສົ່ງເສີມ ຄຸນນະພາບ ແຮງງານ ຂ້າມຊາດ ໃນໄທ ຮ່ວມກັບ ກຸ່ມຄົນລາວ ພົ້ນທະເລ ຈາກ ຫຼາຍປະເທດ ໄດ້ ໂອ້ລົມກັນ ກ່ຽວກັບ ການຊ່ອຍເຫລືອ ແຮງງານລາວ ໃນໄທ. ກຸ່ມດັ່ງກ່າວ ພາກັນ ຮວມຮວມຣາຍຊື່ ຄົນງານລາວ ໃນໄທ ເພື່ອປ້ອງກັນ ການຖືກ ເອົາປຽບ ຈາກນາຍຈ້າງ ຫລື ຖືກຣະເມີດ ສິດທິ ແຮງງານ, ເນື່ອງຈາກວ່າ ຄົນງານລາວ ໃນໄທ ຢູ່ແບບກະແຈກ ກະຈາຍ ເຮັດໃຫ້ ການຊ່ອຍເຫຼືອ ຂອງ NGO ມີຄວາມ ຫຍຸ້ງຍາກ. ດັ່ງທ່ານ ສົມພົງ ສຣະແກ້ວ ປະທານ ມູລນິທິ ສົ່ງເສີມ ຄຸນນະພາບ ແຮງງານຕ່າງຊາດ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
"ຮວມຕົວ ຮວມກຸ່ມ ຂອງ ຄົນງານລາວ ໃຫ້ເຫັນບັນຫາ ໃຫ້ຮູ້ເຖິງ ບັນຫາ ຂອງຕົນເອງ ເມື່ອມາຢູ່ ປະເທດໄທ ຈະ ເຮັດຢ່າງໃດ ເພື່ອໃຫ້ ຄົນລາວ ທີ່ຍ້າຍຖິ່ນ ເຂົ້າມາ ເຮັດວຽກ ໃນໄທ ທີ່ບໍ່ໄດ້ ຮັບການຊ່ອຍເຫລືອ ຫລື ເຂົ້າບໍ່ເຖິງ ສິດທິ ແຮງງານ ໃນໄທນີ້ ໃຫ້ມີ ຄຸນນະພາບ ຊີວິດ ທີ່ດີ ແລະ ການເຂົ້າເຖິງ ສິດທິແຮງງານ ຂອງ ຄົນງານລາວ ໃນໄທ ນັ້ນ ຍັງມີນ້ອຍ".
ທ່ານກ່າວຕື່ມວ່າ ປັດຈຸບັນ ຈຳນວນ ຄົນງານລາວ ທີ່ເຂົ້າມາໄທ ແບບບໍ່ຖືກຕ້ອງ ຕາມກົດຫມາຍ ຄາດວ່າມີຢູ່ ຣະຫວ່າງ 4 ຫາ 6 ແສນ ຄົນ ສ່ວນໃຫຍ່ ຈະເຮັດວຽກ ຕາມແຂວງຕ່າງໆ ກະແຈກ ກະຈາຍ ກັນໄປ ແລະ ສ່ວນຫຼາຍ ກໍບໍ່ບອກວ່າ ເປັນຄົນລາວ ເຮັດໃຫ້ການຊ່ອຍ ເຫລືອ ຂອງ ອົງການ NGO ບໍ່ສາມາດ ເຂົ້າເຖິງໄດ້
ໃນປັຈຈຸບັນ ຫນ່ວຍງານ ຂອງ ມູລນິທິ ສົ່ງເສີມ ແຮງງານ ຕ່າງຊາດ ຮ່ວມກັບ ກຸ່ມຄົນລາວ ພົ້ນທະເລ ຈາກ ປະເທດ ອອສເຕຣເລັຽ ສະຫະຣັດ ອະເມຣິກາ ແລະ ຄົນລາວ ຢູ່ແຂວງອື່ນໆ ຂອງໄທ ເປັນຕົ້ນ ແຂວງ ພັທຍາ ກໍໄດ້ຮວບຮວມ ຣາຍຊື່ ແຮງງານລາວ ເພື່ອ ໃຫ້ຂະເຈົ້າ ຢູ່ກັນເປັນກຸ່ມ ຕາມແຂວງ ທີ່ ຂະເຈົ້າ ເຮັດວຽກ ເພື່ອສະດວກ ໃນການ ຊ່ອຍເຫລືອ ຊຶ່ງ ໃນປັດຈຸບັນ ກໍມີພຽງແຕ່ 2-3 ແຫ່ງ ເທົ່ານັ້ນ. ຕໍ່ໄປ ໃນອະນາຄົດ ຈະເຮັດໃຫ້ໄດ້ ຫຼາຍ ກວ່ານີ້.