ນິຄົມອຸດສາຫະກັມ ເຮັດໃຫ້ ຊາວບ້ານ ໜັກໃຈ

ຈໍາປາທອງ
2019.09.27
F-RXR-Boten ໃນປະຈຸບັນ ການກໍ່ສ້າງທາງຣົດໄຟ ກໍປ່ຽນຜັນການທໍາມາຫາກິນ ຂອງປະຊາຊົນ ໃນເຂດເມືອງຫຼວງນໍ້າທາ ແລະ ກໍຕ້ອງໄດ້ມາ ມີຄວາມກັງວົນນໍາ ໂຄງການ ຂອງບໍຣິສັດ ອຳມະຕະ ປະເທດໄທ ທີ່ຢາກສ້າງ ນິຄົມອຸດສາຫະກັມ ຂນາດໃຫຍ່ອີກ.
RFA

ປະຊາຊົນຫລາຍບ້ານ ຢູ່ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ທີ່ໂຄງການ ນິຄົມອຸດສາຫະກັມ ຂອງໄທ ຊຶ່ງເປັນໂຄງການຂນາດໃຫຍ່ ຈະສ້າງໃສ່ເຂດບ້ານຂອງພວກຕົນນັ້ນ ກັງວົນນຳຜົນກະທົບ ທີ່ອາດຈະເກິດຂຶ້ນຕໍ່ພວກຕົນ ແລະ ສິ່ງແວດລ້ອມ ຊຶ່ງ ເຈົ້າໜ້າທີ່ຜແນກ ແຜນການແລະການລົງທຶນ ແຂວງຫລວງນ້ຳທາ ເວົ້າວ່າ ໃນເມື່ອໂຄງການນີ້ ຈະຖືກສ້າງຢູ່ໃນເຂດບ້ານປະຊາຊົນ ກໍແນ່ນອນ ປະຊາຊົນ ກໍຕ້ອງມີຄວາມກັງວົນ ເປັນເຣຶ່ອງທຳມະດາ.

ໃນເມື່ອປະຊາຊົນ ມີຄວາມກັງວົນຄືແນວນັ້ນ ທາງການລາວ ແລະ ບໍຣິວັດຜູ້ລົງທຶນ ກໍຄວນຈະປຶກສາ ກັບປະຊາຊົນ ເພື່ອໃຫ້ພວກເຂົາເຈົ້າ ເຂົ້າໃຈ ຕໍ່ການພັທນາໂຄງການດັ່ງກ່າວ, ບໍ່ແມ່ນວ່າຈະປ່ອຍ ໃຫ້ມິດງຽບໄປ ຄືໃນປັດຈຸບັນ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກັນຍາ ນີ້ວ່າ:

"ຄືວ່າແລ້ວ ການພັທານໍ ໄປເຮັດຕາມຫລັງປະຊາຊົນນໍ ເຂົາເຄີຍທຳມາຫາກິນແບບທຳມະຊາດ ສອງມາ ກໍເຂົາບໍ່ເຄີຍພໍ້ຄວາມຈະເຣີນ ເຂົາກໍຢ້ານເສັຍຜົນປະໂຫຍດ ຂອງຂະເຈົ້າມັນກໍມີ ມີແຕ່ວ່າອະທິບາຍ ທຸກສິ່ງທຸກຢ່າງແລ້ວ ກໍສ້າງແຜນຫລຸດຜ່ອນ ຜົນກະທົບດັ່ງກ່າວ ນັ້ນລົງ ອະທິບາຍໃຫ້ເຂົາດີໆ."

ທ່ານເວົ້າວ່າ ຄວນອະທິບາຍໃຫ້ປະຊາຊົນ ຮູ້ເຖິງຄວາມຈຳເປັນຂອງໂຄງການ ພັທນາ ທີ່ຈະເກີດຜົນປະໂຫຍດແນວໃດ ຕໍ່ປະຊາຊົນ ໃນ ເຣຶ່ອງວຽກເຮັດງານທຳ, ໃນເຣຶ່ອງການສູນເສັຍທີ່ດິນ, ການໂຍກຍ້າຍ ແລະຜົນກະທົບຕ່າງໆ ທີ່ອາດຈະເກີດຂຶ້ນ.

ທ່ານ ວະລົງ ຕັ້ງປະພິດກຸນ ຜູ້ຮັບຜິດຊອບໂຄງການລົງທຶນ ໃນລາວ ຂອງ ບໍຣິສັດ ອຳມະຕະ ປະເທດໄທ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ ດຽວກັນນັ້ນວ່າ ປັດຈຸບັນ ໄດ້ສຶກສາຄວາມເປັນໄປໄດ້ ແລະສຶກສາຜົນກະທົບ ທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ເປັນເວລາ 18 ເດືອນ ແລະໄດ້ສຶກສາໝົດແລ້ວ ແລະໄດ້ສົ່ງຜົນການສຶກສານັ້ນ ໃຫ້ຣັຖບານລາວ ເມື່ອຕົ້ນເດືອນກັນຍານີ້ ເພື່ອໃຫ້ຣັຖບານພິຈາຣະນາເຣຶ່ອງການ ເຊັນສັນຍາ ສຳປະທານ, ດັ່ງທີ່ ທ່ານ ກ່າວ:

"ສຶກສາຄວາມເປັນໄປໄດ້ຂອງໂຄງການນັ້ນແລ້ວໆ ມັນເລັກໜ້ອຍ ສ່ວນໃຫຍ່ ກໍຈະບໍ່ໄດ້ໂຍກຍ້າຍ ກຳລັງກຽມເຣຶ່ອງສັນຍາ ສຳປະທານ ຫາກໍໄດ້ຍື່ນຜົນຂອງການສຶກສານັ້ນໄປເມື່ອຕົ້ນເດືອນ 9, ປະມານ 2 ເດືອນກໍຈະຮູ້ຜົນ. ທາງເຮົາໄດ້ເຮັດໝົດແລ້ວ ຂຶ້ນຢຸ່ກັບທາງຣັຖບານ ເພີ່ນຈະເຫັນວ່າແນວໃດ."

ທ່ານກ່າວຕື່ມວ່າ ຄາດວ່າອີກປະມານ 2 ເດືອນ ຈະຮູ້ຜົນຂອງການພິຈາຣະນາ ຈາກຣັຖບານລາວ, ຫາກຣັຖບານລາວເຫັນດີກໍຈະມີການ ເຊັນສັນຍາ ສຳປະທານ ແລະ ຈະເລິ່ມລົງມືກໍ່ສ້າງທັນທີ, ແຕ່ຫາກບໍ່ເຫັນດີ ກໍຈະໄດ້ສຶກສາຄວາມເປັນໄປໄດ້ໃໝ່ ຕື່ມອີກ.

ຕໍ່ບັນຫາປະຊາຊົນລາວ ອອກມາຄັດຄ້ານໂຄງການນີ້ ທ່ານ ວະລົງ ເວົ້າວ່າ  ມີປະຊາຊົນບາງບ້ານ ອອກມາຄັດຄ້ານ ຍ້ອນເກີດຄວາມບໍ່ ເຂົ້າໃຈໃນໂຄງການທີ່ຈະລົງທຶນນັ້ນ.

ເຫດຜົນທີ່ບໍຣິສັດ ອຳມະຕະ ປະເທດໄທ ຢາກສ້າງນິຄົມອຸດສາຫະກັມ ຢູ່ແຂວງຫຼວງນ້ຳທາ ນີ້ກໍຍ້ອນວ່າຢູ່ແຂວງນີ້ມີດິນຫຼາຍ, ຍັງບໍ່ທັນ ມີການພັທນາ, ເໝາະສົມສຳລັບໂຄງການຂນາດໃຫຍ່ ແລະທາງຣົດໄຟລາວ-ຈີນ ກໍຈະອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ໄປປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.