Egat ຍັງບໍ່ມີສັນຍາຊື້ ໄຟຟ້າ ຈາກເຂື່ອນ ປາກແບງ

ໄຊຍາ
2018.03.13
F-Pakbeng ຊາວປະມົງ ທັງ ລາວແລະໄທ ທີ່ຫາປາລ້ຽງຊີບ ຕາມລໍາແມ່ນໍ້າຂອງ
RFA/TP

ໃນກາງເດືອນກຸມພາ 2018 ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ຫລື EGAT ໄດ້ຂຽນຈົດໝາຍ ຕອບກັບ ຫາກຸ່ມຮັກຊຽງຂອງ ແລະ ເຄືອຂ່າຍຊຸມຊົນ ແມ່ນໍ້າຂອງ ແຫ່ງປະເທດໄທ ວ່າ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ຍັງບໍ່ໄດ້ຕັດສີນໃຈ ເຊັນສັນຍາຊື້ໄຟຟ້າ ຈາກ ເຂື່ອນປາກແບງ ຈົນກວ່າ ການທົບທວນ ຫລື ການສຶກສາ ແຜນພັທນາພລັງງານ ຂອງປະເທດໄທ ຈະສໍາເຣັດ.

ກຽ່ວກັບເລື່ອງນີ້ ກຸ່ມອະນຸຮັກ ສິ່ງແວດລ້ອມໃນໄທ ຍັງບໍ່ພໍໃຈ ຍ້ອນວ່າ ເຂື່ອນນັ້ນກໍຕ້ອງໄດ້ ສ້າງຢູ່ແລ້ວ ພຽງແຕ່ວ່າ ເລື່ອນເວລາອອກໄປ. ດັ່ງທ່ານສົມກຽດ ເຂື່ອນຊຽງສາ ຕົວແທນກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 13 ມີນາ ນີ້ວ່າ:

"ເຮົາກໍສົ່ງໜັງສືນໍ໋ ໄປ ກຟຜ ນະວ່າ ຕອນນີ້ມີການເຊັນສັນຍາ ຊື້ຂາຍໄຟກັນແລ້ວບໍ່ ຫຼັງຈາກນັ້ນ ກຟຜ ກໍຕອບກັບມາເນາະວ່າ ຍັງບໍ່ໄດ້ ເຊັນສັນຍາຊື້ຂາຍ ອີ່ຫຍັງປະມານນີ້ ແທ້ແລ້ວເປັນຂະບວນການ ໃນການກວດສອບຫຼາຍກວ່າເນາະ ແຕ່ມັນກໍ່ຈະ ຕ້ອງມີ ການກໍ່ສ້າງ ທີ່ ແນ່ນອນນະ."

ທ່ານອະທິບາຍວ່າ ກຸ່ມຮັກຊຽງຂອງ ຕ້ອງການຄວາມໝັ້ນໃຈວ່າ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ຈະເຮັດຕາມເງື່ອນໄຂ ຫຼືຂໍ້ຕົກລົງ ທີ່ໄດ້ໃຫ້ກັບບັນດາ ອົງການຈັດຕັ້ງທາງສັງຄົມ ດ້ານແມ່ນໍ້າຂອງ ທີ່ວ່າຕ້ອງສຶກສາ ຜົນກະທົບຕ່າງໆ ໃຫ້ລະອຽດ ແລະ ແກ້ໄຂຜົນກະທົບ ນັ້ນກ່ອນ ຈຶ່ງຄ່ອຍເຊັນສັນຍາ ຊື້ໄຟໄດ້.

ສ່ວນເລື່ອງລະຍະເວລາ ຂອງການສຶກສານັ້ນ ກໍຍັງຢືນຢັນບໍ່ໄດ້ວ່າ ຈະດົນປານໃດ ແຕ່ກໍ່ຄົງຈະບໍ່ແມ່ນໄວໆນີ້ ຫລືໃນ 1 ປີ ເນື່ອງຈາກ ຜົນກະທົບ ຈາກເຂື່ອນໂຕນີ້ມີຫຼາຍ ທັງປາຜ່ານ ສິ່ງແວດລ້ອມ ແລະ ການດຳລົງຊີວິິດ ຂອງປະຊາຊົນ ທັງສອງຝັ່ງ ລາວ-ໄທ ຮວມໄປ ເຖິງປະຊາຊົນ ທີ່ຢູ່ທ້າຍນໍ້າຂອງ ເຊັ່ນ, ກຳພູຊາ ແລະວຽດນາມ.

ນອກຈາກນີ້ເຈົ້າໜ້າທີ່ ອົງການສາກົນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກໍ່ໃຫ້ຄຳເຫັນ ຕໍ່ເອເຊັຍເສຣີ ເຊັ່ນດຽວກັນວ່າ ການທີ່ເຂື່ອນ ປາກແບງ ຖືກເລື່ອນການກໍ່ສ້າງ ເປັນເລື່ອງທີ່ດີຍ້ອນວ່າ ຈະບໍ່ເກີດບັນຫາເຂື່ອນແຕກ ດັ່ງທີ່ເຄີຍເກີດຂື້ນຫຼາຍໆ ເຂື່ອນໃນລາວ:

"ມັນກໍ່ດີເພາະວ່າຖ້າເຮົາກໍ່ສ້າງໂດຍ ບໍ່ມີການສຶກສາກ່ອນ ແລ້ວມີຜົນກະທົບຫຼາຍແລ້ວ ເຮົາຈະບໍ່ຮູ້ວ່າ ຜົນກະທົບນັ້ນ ແມ່ນຫຍັງແດ່ ຖ້າມີ ການສຳຣວດ ກ່ອນການກໍ່ສ້າງ ກໍ່ຈະເປັນຜົນດີ ໃນການຮັບມື ຕໍ່ບັນຫາຕ່າງໆ ໄດ້ທັນເວລາ ດ້ານການໃຊ້ອຸປກອນ ໂຕນັ້ນນີ້ບາງເທື່ອ ອຸປກອນນີ້ອາດຈະບໍ່ໄດ້ ມາດຕະຖານ ເຮັດໃຫ້ເຂື່ອນແຕກ ຄືຜ່ານມາສາມາດ ຮັບມືໄດ້ໄວເພື່ອບໍ່ໄດ້ ຈຳເປັນຕ້ອງແກ່ຍາວ."

ໂຄງການໄຟຟ້າເຂື່ອນປາກແບງ ເປັນໂຄງການເໜືອສຸດຂອງ ເຂື່ອນຂັ້ນໃດຂອງລາວ ມີປະຕູລະບາຍນໍ້າ 16 ບານ ເຮັດການຜລິດໄຟຟ້າ ໄດ້ 14 ບານ ອີກ 2 ບານ ສຳລັບເສັ້ນທາງແລ່ນເຮືອ ແລະ ຊ່ອງທາງຂຶ້ນລົງ ຂອງປາ ຄວາມສູງຂອງເຂື່ອນ 64 ແມັດ ສາມາດຜລິດ ໄຟຟ້າ ໄດ້ 912 ເມກາວັດ ສົ່ງຂາຍໃຫ້ລາວ 10% ແລະ ໄທ 90%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.