ຕຳຣວດໄທຈັບຍິງລາວ ຄ້າ ປະເວນີ

ມະນີຈັນ
2014.10.22
F-Lao-girls ຕຳຣວດໄທ ຈັບຍິງລາວ 17 ຄົນ ທີ່ຄ້າ ປະເວນີ ຢູ່ຮ້ານກິນດື່ມ
Photo credit: Manager on line

 

ເຈົ້າໜ້າທີ່ ຕໍາຣວດ ແຂວງ ເລີຍ ຂອງໄທ 50 ກວ່າ ຄົນ ໄດ້ເຂົ້າ ກວດຄົ້ນ ຮ້ານ ຄາຣາໂອເກະ 2 ແຫ່ງ ທີ່ ເມືອງເລີຍ ແລະ ໄດ້ຈັບ ຍິງສາວລາວ ຈໍານວນ 17 ຄົນ ທີ່ ໃຫ້ ບໍຣິການ ທາງເພດ ແລະ ເຈົ້າຂອງ ຮ້ານ ທີ່ ເປັນຄົນ ໄທ ອີກ 2 ຄົນ ໃນ ວັນທີ 20 ຕຸລາ ພາຍຫລັງທີ່ ເຈົ້າໜ້າທີ່ ໄທ ໄດ້ຮັບ ຄໍາຮ້ອງຮຽນ ຈາກ ຊາວບ້ານ ວ່າມີ ການຄ້າ ປະເວນີ ໃນ ສະຖານທີ່ ນັ້ນ. ຕາມ ຣາຍງານ ຂອງ ຜູ້ຈັດການ ອອນໄລ.

ໃນຈໍານວນ ຍິງລາວ ສ່ວນໃຫຍ່ ທີ່ ມາເຮັດວຽກ ໃນຮ້ານ ແມ່ນບໍ່ໄດ້ ຂໍ ອະນຸຍາດ ເຮັດວຽກ ເຂົ້າມາໄທ ໃນຖານະ ເປັນນັກ ທ່ອງທ່ຽວ. ຮ້ານກິນດື່ມ ທີ່ ວ່ານັ້ນ ດ້ານໜ້າ ຕົບແຕ່ງ ເປັນຮ້ານ ຄາຣາໂອເກະ ສ່ວນ ດ້ານຫລັງ ເຮັດເປັນ ຫ້ອງ ນ້ອຍໆ ປະມານ 10 ຫ້ອງ ຊຶ່ງ ໃນນັ້ນມີ ຖົງຢາງ ອະນາມັຍ ທຸກຫ້ອງ ຄືກັນ ທັງ 2 ຮ້ານ.

ເຈົ້າໜ້າທີ່ ຕໍາຣວດ ໄດ້ ຄວບຄຸມຕົວ ຍິງສາວລາວ ທັງໝົດ ແລະ ເຈົ້າຂອງ ຮ້ານ ຄາຣາໂອເກະ 2 ແຫ່ງນັ້ນ ແລະ ສົ່ງໃຫ້ ພະນັກງານ ສອບສວນ ເມືອງເລີຍ ດໍາເນີນ ຄະດີ ຕໍ່ໄປ. ກ່ຽວກັບ ບັນຫາ ທີ່ວ່ານີ້ ຕໍາຣວດ ໄທ ກໍມີ ຄໍາສັ່ງ ໃຫ້ກວດກາ ແມ່ຍິງລາວ ທີ່ ຄ້າ ປະເວນີ ຕື່ມອີກ.

ພົນຕໍາຣວດ ເອກ ອະດຸນ ແສງສິງແກ້ວ ຣັຖມົນຕຣີ ກະຊວງ ການພັທນາ ສັງຄົມ ແລະ ຄວາມ ໝັ້ນຄົງ ຂອງ ມະນຸດ ໄດ້ກ່າວວ່າ ຈາກ ກໍຣະນີ ຮ້ານ ຄາຣາໂອເກະ ຄ້າ ປະເວນີ ຂ້າມຊາດ ພົບ ຍິງສາວລາວ ເກືອບ 20 ຄົນ ທີ່ເຂົ້າມາ ເຮັດວຽກ ໃນນາມ ນັກ ທ່ອງທ່ຽວ ທີ່ ແຂວງເລີຍ ຈຶ່ງໄດ້ສັ່ງ ໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ລົງພື້ນທີ່ ກວດກາ ຂໍ້ເທັດຈິງ ພ້ອມທັງ ຫາທາງ ປ້ອງກັນ ແລະ ແກ້ໄຂ ບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.