ຕໍາຣວດທະຫານໄທສືບສວນ ການຕາຍ ທ.ກ້ອງ
2016.06.21
ປັດຈຸບັນ ເຈົ້າໜ້າທີ່ ຕໍາຣວດ ແລະ ໜ່ວຍສືບສວນ ຂອງ ທະຫານ ປະຈໍາເມືອງ ບ້ານແຫຼມ ແຂວງເພັຊບູຣີ ຂອງໄທ ກໍາລັງ ສືບສວນ ການເສັຽຊີວິດ ຂອງທ້າວກ້ອງ ມະຫາຣາຊ, ອາຍຸ 38 ປີ ຄົນງານລາວ ທີ່ເຮັດວຽກ ນໍາເຮືອປະໂມງ ຂອງໄທ.
ຫລັງຈາກການ ສັນນິຖານ ໃນຂັ້ນຕົ້ນວ່າ ຄົນຂັບເຮືອ ແລະ ເຈົ້າຂອງເຮືອ ໄດ້ແຈ້ງການ ຫາຍສາບສູນ ຂອງທ້າວກ້ອງ ແບບ ບໍ່ຈະແຈ້ງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ີ ມູລນິທິ ເຄືອຄ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ຄົນງານ ຂ້າມຊາຕ ຂອງໄທ LPN ຕໍ່ເອເຊັຽເສຣີ ໃນວັນທີ 20 ມີຖຸນານີ້.
"ທ່ານເວົ່າວ່າ: ຄືແຈ້ງນີ້ ອາດສິເປັນຄືຈັ່ງ ກັບຕັນເຮືອ ໂທມາບອກ ເຖົ້າແກ່ ຢູ່ທາງຝັ່ງ ທາງເຖົ້າແກ່ນີ້ ຍາມມຶ້ແລງ ເພີ່ນກໍໂທມາບອກ ທາງຍາດວ່າ ເອີ ກ້ອງ ມື້ອື່ນຈຶ່ງມາ ເວົ້າກັນ ຄ້າຍໆແບບວ່າ ບອກວ່າ ທ້າວແກ້ວ ຫຼື ກ້ອງ ນີ້ຫາຍໄປ ຕົກເຮືອໄປ ຕອນເຊົ້າ ກະເລີຍ ເຂົ້າໄປ".
ການອະທິບາຍ ຂອງ ເຈົ້າໜ້າທີ່ ມູລນິທິ ນັ້ນ ມີຂຶ້ນຫລັງຈາກ ທ່ານ ໄດ້ສົນທະນາ ກັບ ທະຫານ ແລະ ຕໍາຣວດ ເມື່ອວັນທີ 15 ມິຖຸນາ ຊຶ່ງ ມີເຈົ້າໜ້າທີ່ ທາງການ ຫຼາຍພາກສ່ວນ ເຂົ້າຮ່ວມ. ເຣື້ອງນີ້ ມີຢູ່ວ່າ; ຕັ້ງແຕ່ເຊົ້າຮອດ 7 ໂມງແລງ ຂອງ ວັນທີ 28 ພຶສພາ ພັລຍາ ຂອງທ້າວກ້ອງ ໄດ້ ໂທຣະສັບ ໂອ້ລົມກັບ ທ້າວກ້ອງ ຢູ່ຕລອດ.
ຕອນເຊົ້າ ຂອງວັນທີ 29 ພຶສພາ ກັບຕັນເຮືອໄດ້ ໂທຣະສັບ ແຈ້ງໃຫ້ ເຈົ້າຂອງເຮືອ ວ່າ ທ້າວກ້ອງ ຫາຍສາບສູນ ຈາກເຮືອໄປ ຕອນປະມານ 10 ໂມງ ກາງຄືນ ແລະ ເຈົ້າຂອງເຮືອ ແຈ້ງການ ຫາຍສາບສູນ ຂອງ ທ້າວກ້ອງ ໃນວັນທີ 29 ພຶສພາ. ຫລັງຈາກ ກັບຕັນເຮືອ ໄດ້ນໍາເອົາເຮືອ ເຂົ້າມາຈອດຝັ່ງ. ສ່ວນນາງ ຈິຣະພາ ເພັດມະນີ ຜູ້ເປັນພັລຍາ ຂອງ ທ້າວກ້ອງ ໄດ້ໄປແຈ້ງ ເຈົ້າໜ້າທີ່ ໃນວັນທີ 30 ພຶສພາ ຍ້ອນນາຍຈ້າງ ໜ່ວງນ່ຽວ ບໍ່ໃຫ້ນາງ ໄປແຈ້ງຄວາມ, ແຕ່ໃນທີ່ສຸດ ນາງ ກໍໄດ້ໄປ ແຈ້ງ ເຈົ້າໜ້າທີ່ ຕໍາຣວດ:
"ນາງເວົ້າວ່າ ເຂົາມາບອກວ່າ ສາມີເຈົ້າ ເສັຍນະ ຕອນເຊົ້າ ຄ່ອຍມາ ຄຸຍກັນນະ ຕອນເຊົ້າ ປະມານ ໂມງກວ່າໆ ພໍ່ກໍໄປຫາເຂົາ ທີ່ບ້ານ ເຖົ້າແກ່ນະ ກະບອກວ່າ ບໍ່ຕ້ອງ ເວົ້າກັນນະ ຈະໄປເອົາ ເຮືອລົງກ່ອນ ແລ້ວຈຶ່ງ ກັບມາຄຸຍກັນ ມີຫຍັງ ຂ້ອຍຈະຮັບ ຜິດຊອບ ທຸກຢ່າງ ບໍ່ຕ້ອງໃຫ້ເຖິງ ຕໍາຣວດ ພໍເຖິງ ຕໍາຣວດແລ້ວ ຈະເສັຽເງິນ ໃຫ້ຕໍາຣວດ ເຂົາເວົ້າແບບນີ້ ກັບພໍ່ຂ້ອຍ".
ເມື່ອເບິ່ງ ພຶດຕິກັມ ຂອງນາຍຈ້າງ ເປັນແນວນັ້ນ ເຈົ້າໜ້າທີ່ ສັນນິຖານວ່າ ເປັນພິຣຸດນຶ່ງ ທີ່ເຮັດໃຫ້ ເຈົ້າໜ້າທີ່ ສົງໄສ ແລະ ຕ້ອງມີການ ສືບສວນ ຕໍ່ໄປ. ໃນວັນທີ 20 ມິຖຸນານີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າຂອງເຣືອ ແຕ່ ເຈົ້າຂອງເຣືອ ບໍ່ຍອມ ເວົ້ານໍາ.
ນອກນັ້ນ ຍັງຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຕໍາຣວດ ໄດ້ຄໍາຕອບວ່າ ຢູ່ໃນຊ້ວງ ປະຕິບັດງານ, ສ່ວນເຈົ້າໜ້າທີ່ ທະຫານ ນັ້ນ ບໍ່ສາມາດ ຕິດຕໍ່ໄດ້ ແຕ່ຕໍາຣວດ ໃຫ້ຄໍາເຫັນ ກັບ ເຈົ້າໜ້າທີ່ ມູລນິທິ LPN ວ່າ ໃນທາງ ປະຕິບັດ ຕາມປົກກະຕິ ຖ້າຄົນຫາຍ ແມ່ນຫ້າມ ເອົາເຣື້ອເຂົ້າມາ ຕ້ອງໃຫ້ ມີການສືບສວນ ເສັຽກ່ອນ. ແຕ່ເຣືອນີ້ ທໍາຜິດ ຢູ່ບ່ອນວ່າ ເອົາເຣືອ ເຂົ້າຝັ່ງກ່ອນ ແລ້ວແຈ້ງ ທີຫລັງ ມັນບໍ່ຖືກ,
ເຈົ້າໜ້າທີ່ ມູນນິທິ ເວົ້າວ່າ ການສຶບສວນ ການເສັຍຊີວິດ ຂອງທ້າວກ້ອງ ນີ້ທາງ ເຈົ້າໜ້າທີ່ ທາງການໄທ ທຸກພາກສ່ວນ ທີ່ ກ່ຽວຂ້ອງ ໄດ້ເອົາໃຈໃສ່ ນໍາທີ່ສຸດ.