ເງິນເດືອນຄຣູຍັງຊ້າຄືເກົ່າ
2015.05.05
ມາເຖິງ ປັດຈຸບັນ ຄຣູ ອາຈານ ໃນເຂດ ແຂວງ ຕ່າງໆ ຂອງລາວ ຍັງ ໄດ້ຮັບ ເງິນ ເດືອນ ຊ້າຢູ່ ອັນ ເຮັດໃຫ້ ມີຄວາມ ຍາກ ລໍາບາກ ໃນການ ຈັບຈ່າຍ ໃຊ້ສອຍ ສໍາລັບ ຄອບຄົວ ຖ້າມກາງ ຄ່າ ຄອງຊີບ ຖີບຕົວ ສູງຂຶ້ນ ຢ່າງ ບໍ່ ຢຸດຢັ້ງ ແລະ ທັງ ສົ່ງ ຜົລກະທົບ ໃສ່ ການຮຽນ ການສອນ ນໍາ ດ້ວຍ.
ນີ້ເປັນ ບັນຫາ ທີ່ ຄຣູ ອາຈານ ໜັກໃຈ ຫລາຍ ເພາະການ ໄດ້ ຮັບເງິນ ເດືອນ ຊ້າ ນັ້ນ ປາກົດ ວ່າ ມັນ ເປັນ ຣະບົບ ໄປແລ້ວ 2-3 ເດືອນ ຈຶ່ງ ໄດ້ ເທື່ອນຶ່ງ ຍົກ ຕົວຢ່າງ ເງິນ ເດືອນ ສຳລັບ 3 ເດືອນ ທ້າຍ ປີ ກາຍ ກໍຫາ ກໍ່ມາ ໄດ້ ໃນ ຕົ້ນ ເດືອນ ມົກຣາ ຂອງ ປີນີ້. ຕາມ ຄໍາເວົ້າ ຂອງ ນາຍຄຣູ ນາງ ນຶ່ງ ຢູ່ ແຂວງ ພາກເໜືອ:
"ກະ ບໍ່ເຂົ້າໃຈ ນໍາ ຂັ້ນເທິງ ວ່າ ຊິຈ່າຍ ເປັນ ເດືອນ ວ່າ ຊິຈ່າຍ ເປັນງວດ ກະ ບໍ່ຈ່າຍ ຄັນ ວ່າຮອດ 3 ເດືອນ ຂະເຈົ້າ ກໍແກ້ ກ່ອນ ເດືອນ ນຶ່ງ 2 ເດືອນ ຫັ້ນ ຂະເຈົ້າ ກະໂຈະ ໄວ້ ບໍ່ທົ່ວ ນະ ຂັ້ນເທິງ ໂອ໋ ດຽວນີ້ ຫຍູ້ງຍາກ ຫລາຍ".
ນາງ ເວົ້າວ່າ ສຳລັບ ນາຍຄຣູ ຢູ່ ແຂວງ ຫລວງນໍ້າທາ ບ່ອນທີ່ ນາງ ເຮັດ ວຽກງານຢູ່ ຊຶ່ງ ນາຍຄຣູ ສ່ວນຫລາຍ ເປັນ ແມ່ຍິງ ແລະ ມາຈາກ ທ້ອງຖິ່ນ ຕ່າງໆ ທີ່ ບໍ່ມີດິນ ປູກ ຜັກ-ລ້ຽງເປັດ ລ້ຽງໄກ່ ເປັນ ສວນຄົວ ຂອງ ຕົນເອງ ນັ້ນ ການໄດ້ ເງິນ ເດືອນ ຊ້າ ແບບ ນີ້ ເຮັດໃຫ້ ພວກເຂົາ ເສົ້າ ໝອງ ໜ້າຕາ ບໍ່ ສົດຊື່ນ ເພາະ ບໍ່ມີເງິນ ທີ່ ຈະ ໃຊ້ຈ່າຍ. ດີແຕ່ວ່າ ຊາວບ້ານ ໃນ ເຂດນີ້ ຈິດໃຈ ດີ ມີຫຍັງ ກໍແບ່ງ ປັນ ກັນກິນ ໂດຍສະເພາະ ແມ່ນເຂົ້າ:
"ມີແຕ່ວ່າ ເຂົາຊື້ ອາຫານ ມາກັບ ເທົ່ານັ້ນ ລະ ບໍ່ມີເງິນ ເຂົາ ກໍໝອງ ຢູ່ ຫັ້ນລະ ນໍ ລະ ການຮໍ່າ ການຮຽນ ການ ສິດ ການສອນ ກະ ບໍ່ຄ່ອຍ ດີປານໃດ ຈັ່ງຊັ້ນ ລະ ແປວ່າ ກະທົບ ຕໍ່ ຈິດໃຈ ການ ສິດສອນ ນັກຮຽນ ກໍບໍ່ໄດ້ ຫລ້ອນ ຫັ້ນລະ".
ການໄດ້ ເງິນ ເດືອນ ຊ້າ 2-3 ເດືອນ ຈຶ່ງໄດ້ ຮັບ ເດືອນນຶ່ງ ນັ້ນ ມີສ່ວນ ເຮັດໃຫ້ ນາຍຄຣູ ຈໍານວນ ນຶ່ງ ຮວມທັງ ຜູ້ ທີ່ໄປ ຮຽນຕໍ່ ຄຣູ ຊັ້ນສູງ ເມື່ອ ຮຽນຈົບມາ ແລ້ວ ອອກໄປ ເຮັດການ ຢູ່ ຂແນງ ອື່ນ ທີ່ ໄດ້ເງິນ ງ່າຍແດ່ ມີ ເວລາ ຫວ່າງ ເປັນ ຂອງ ຕົນເອງ ຫລາຍແດ່ ບໍ່ຕ້ອງໄດ້ ຢູ່ເດິກ ແຕ່ງ ບົດສອນ ໄວ້ ສໍາລັບ ມື້ຕໍ່ໄປ ມີ ໂອກາດ ໄປຮ່ວມ ງານບຸນ ກິນລ້ຽງ ກິນແກ່ວ ກິນດອງ ກໍ ຈະບໍ່ມີ ອັນ ເປັນຫ່ວງ:
"ລະ ຂະເຈົ້າ ກະຄິດ ປຽບທຽບ ໄປບ່ອນ ນີ້ ນັ້ນ ກະບໍ່ໄດ້ ແຕ່ງ ບົດສອນ ມັນມີ ເວລາ ຫລາຍ ບັດນີ້ ເປັນ ນາຍຄຣູ ນີ້ 10 ໂມງ 11 ໂມງ ພຸ້ນໃດ ຂຽນ ບົດສອນ ກຽມ ຂຶ້ນ ຫ້ອງສອນ ມື້ອື່ນ ຄັນບໍ່ມີ ບົດສອນ ມື້ອື່ນ ຂຶ້ນຫ້ອງ ສອນ ໄດ້ ແນວໃດ".
ລະ ອີກຢ່າງ ນຶ່ງ ຢູ່ ໂຮງຮຽນ ກໍສ້າງ ກົດ ຣະບຽບ ໃສ່ ຕື່ມອີກ ຄື ເດືອນ ນຶ່ງ ກໍານົດ ໃຫ້ ກຽມ ບົດສອນ ຂຶ້ນ ຫ້ອງສອນ ໃຫ້ໄດ້ ເທົ່ານັ້ນ ເທົ່ານີ້:
"ເຮັດ ຈັ່ງຊັ້ນ ໃດ໋ ເຮັດໃສ່ ກັນ ເພາະ ຂັ້ນເທິງ ເພິ່ນ ໃຫ້ເຮັດ ເດ໋ ແບບນີ້ລະ ຫລາຍຄົນ ກະໄປຢູ່ ຂແນງ ອື່ນ ມັນຍາກ ກັບໂຕນີ້".
ເພື່ອ ເຮັດໃຫ້ ນາຍຄຣູ ເປັນ ຄຣູສອນ ນັກຮຽນ ຢູ່ ຕໍ່ໄປ ບໍ່ປ່ຽນ ອາຊີບ ຄຣູ ຜູ້ນີ້ ໄດ້ ສເນີ ວິທີ ແກ້ໄຂ ເພື່ອ ດຶງດູດ ຄຣູ ອາຈານ ວ່າ ກ່ອນອື່ນ ໝົດ ກໍແມ່ນ ການ ແກ້ໄຂ ເຣື່ອງ ເງິນ ເດືອນ ເຣຶ່ອງ ງົບປະມານ ແລະ ເຣຶ່ອງ ຂຶ້ນ ເງິນ ອຸດໜູນ ໃຫ້ ນີ້ແຫລະ ເພາະວ່າ ເຣື່ອງ ອຶ່ນໆ ຮວມທັງ ການແຕ່ງ ບົດສອນ ນັ້ນ ມັນເປັນ ໜ້າທີ່ ຢູ່ແລ້ວ:
"ມີແຕ່ວ່າ ເຣື່ອງ ດຶງ ນໍ້າໃຈ ຂະເຈົ້າ ຂຶ້ນມາ ເປັນ ເງິນ ເດືອນ ນີ້ນະ ອັນທີ ນຶ່ງ ໃຫ້ ມັນໄດ້ ປົກຕິ ສອງມາ ກໍເປັນການ ເພີ່ມຄ່າ ຄອງຊີບ ຂະເຈົ້າ ຂຶ້ນມາ ເພີ່ມ ອຸດໜູນ ຂຶ້ນບໍ່ ຂະເຈົ້າ ກໍມີ ກໍາລັງໃຈ ຢູ່ ລະ ຕາມຄິດນໍ".
ເງິນເດືອນ ຄຣູ ເຂດ ທີ່ ນາງສອນ ຢູ່ນັ້ນ ສເລັ່ຽ ແລ້ວ ກໍໄດ້ ປະມານ 1 ລ້ານ ກີບ ຕໍ່ ເດືອນ ເຖິງ ຈະເປັນ ເງິນ ຈຳນວນ ໜ້ອຍ ບໍ່ ກຸ້ມກິນ ຖ້າໄດ້ ເປັນ ປົກຕິ ກໍຄືຈະ ບໍ່ ໜັກໃຈ ຄື ທີ່ ຜ່ານມາ ແລະ ຢູ່ໃນ ປັດຈຸບັນ ນີ້.
ສໍາລັບ ຢູ່ ແຂວງ ພາກໃຕ້ ຂອງລາວ ເງິນເດືອນ ຄຣູ ກໍໄດ້ຊ້າ ຄືກັນ ກັບ ຢູ່ ແຂວງ ພາກເໜືອ ຊຶ່ງ ເປັນ ບັນຫາ ທີ່ ແຕະຕ້ອງ ເຖິງ ກໍາລັງໃຈ ຂອງ ຄຣູ ອາຈານ ເຮັດໃຫ້ ການ ເຮັດວຽກ ສິດສອນ ບໍ່ ເຕັມເມັດ ເຕັມໜ່ວຍ. ຄຣູ ອາຈານ ສ່ວນຫລາຍ ແມ່ນ ອາສັຍ ເງິນ ເດືອນ ເພື່ອ ຢັ່ງຊີບ ເປັນ ສິ່ງສໍາຄັນ. ຕາມ ຄໍາເວົ້າ ຂອງ ຄຣູ ຜູ້ນຶ່ງ:
"ມັນ ເປັນ ຈັ່ງຊັ້ນລະ ມັນ ບໍ່ທ່ວງ ບໍ່ທັນ ກໍ ຊອກ ເວລາ ໄປຫາຢູ່ ຫາກິນ ລະ ສ່ວນນຶ່ງ ມັນເປັນ ຈັ່ງຊັ້ນ 3 ເດືອນ ໄດ້ ເທື່ອນຶ່ງ ຜ່ານມາ ຕໍ່ໄປ ກໍບໍ່ ແນ່ນອນ ແຕ່ເພິ່ນ ຫາກວ່າ ເປັນ ບຸຣິມະສິດ ຕົ້ນຕໍ ເຣື່ອງ ແກ້ໄຂ ເງິນ ເດືອນ ສົກ ງົປມານ ປີນີ້ ການ ພັທນາ ຕ່າງໆ ຂອງ ຣັຖ ເພິ່ນ ກະໂຈະ ເດ໋".
ເວົ້າສະເພາະ ແຂວງ ພາກກາງ ເປັນຕົ້ນ ແຂວງ ສວັນນະເຂດ ໄປຫາ ແຂວງ ວຽງຈັນ ນັ້ນ ນາຍຄຣູ ກໍ ປະເຊີນ ກັບ ບັນຫາ ໄດ້ເງິນ ເດືອນ ຊ້າ ເປັນ 2 3 ເດືອນ ຄືກັນ ຊຶ່ງ ພວກ ນາຍຄຣູ ຈໍານວນ ບໍ່ໜ້ອຍ ກໍຕ້ອງ ຊອກ ເວລາ ໄປ ຫາຢູ່ ຫາກິນ ຕາມ ຫ້ວຍໜອງ ຄອງບຶງ ເຂົ້າປ່າ ຫາ ໜໍ່ໄມ້ ຫາຜັກ ຫາໝີ່ ພໍກຸ້ມໄປ ຊໍາຊາ ເງິນ ເດືອນ ອອກ ຕື່ມອີກ ຊຶ່ງ ບໍ່ຮູ້ວ່າ ຈະໄດ້ ເມື່ອໃດ:
ເຣື່ອງ ເງິນເດືອນ ຄຣູ ໄດ້ຊ້າ ນີ້ ບັນດາ ນາຍຄຣູ ທັງຫລາຍ ກໍຄິດໄປ ໃນ ທາງ ທີ່ດີ ພາກັນ ໃຫ້ ກໍາລັງໃຈ ຕົນເອງ ໂດຍ ຫວັງວ່າ ອີກ ບໍ່ດົນ ທາງ ຣັຖບານ ຄົງ ຈະແກ້ໄຂ ໄດ້ ເຖິງ ແມ່ນວ່າ ບໍ່ຮູ້ ຄັກແນ່ ເຖິງ ສາເຫດ ອັນ ແທ້ຈິງ ກໍຕາມ.
ເວົ້າ ເຣື່ອງການ ໄດ້ຮັບ ເງິນ ເດືອນຊ້າ ນີ້ ປາກົດ ວ່າ ບໍ່ແມ່ນ ແຕ່ ຄຣູ ຫາກຍັງ ຮວມເຖິງ ທະຫານ ນໍາດ້ວຍ ແລະ ກໍຍ້ອນ ຣັຖບານ ເກັບ ຣາຍຮັບ ບໍ່ໄດ້ຕາມ ຄາດໝາຍ ງົບປະມານ ເຂົ້າມາ ບໍ່ຫລາຍ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ການ ເງິນ ທີ່ ຂໍບໍ່ ອອກຊື່:
"ເຂົ້າ ບໍ່ຫລາຍ ລະ ກໍຕ້ອງ ໄດ້ ເກັບກໍາ ເອົາ ເທື່ອ ລະເລັກ ລະໜ້ອຍ ໂຮມກັນ ບັດນີ້ ສໍາລັບ ພວກໜ້ອຍ ໂຮມ 2-3 ມື້ ໃຫ້ ພະນັກງານ ນີ້ ກໍໄດ້ ແລ້ວ".
ຂແນງການ ໃດ ມີ ຈໍານວນ ຄົນ ໜ້ອຍ ກໍມັກຈະ ບໍ່ມີ ບັນຫາ ໄດ້ ຮັບເງິນ ເດືອນ ງ່າຍ. ສໍາລັບ ນາຍຄຣູ ແລະ ທະຫານ ຊຶ່ງ ມີ ຈໍານວນ ຫລາຍ ກ່ວາຊິ ເກັບ ຣາຍຮັບ ເພື່ອ ເບີກຈ່າຍ ໃຫ້ ມັນຕ້ອງ ໄດ້ ໃຊ້ ເວລາ ແຕ່ ທາງການ ກໍຄາດວ່າ ຈະ ແກ້ໄຂ ໃຫ້ຕົກ ໄປໄດ້ ພາຍໃນ ສົກ ງົບປະມານ ປີນີ້.