ການກໍ່ສ້າງຖນົນ T5 ສ້າງຄວາມ ຫຍຸ້ງຍາກ
2013.10.31
ປັດຈຸບັນ ການກໍ່ສ້າງຖນົນ T5 ບໍ່ມີຄວາມຄືບໜ້າຫຍັງ ເຖິງແມ່ນຈະໄດ້ ເລີ່ມມາຕັ້ງແຕ່ປີ 2011 ແລະມີກໍານົດວ່າຈະສ້າງສໍາເຣັດ ໃນ ວັນທີ 2 ພຶສຈິກາ 2013 ນີ້. ແຕ່ດຽວນີ້ເຮັດໃຫ້ການໄປມາ ຂອງ ປະຊາຊົນຫຍຸ້ງຍາກ ຍ້ອນຖນົນຫົນທາງເປັນຂຸມ ແລະຍາມຝົນກໍເປື້ອນເປິ. ຕາມ ຄໍາຈົ່ມວ່າ ຂອງຊາວເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ:
"ມັນໄປບໍ່ໄດ້ ມັນມີເຂົາກໍໃຊ້ເຮັດເປັນຖນົນ ເປັນຖນົນໄປນໍາ ບາງບ່ອນກໍຕັດຜ່າໜອງສົ້ນໜອງທາ ຂຶ້ນໄປຕາມທາງເດີມ ແນວເດີມກໍມີ ບາງ ບ່ອນກໍຖືກ ທົ່ງໄຮ່ທົ່ງນານັ້ນແຫລະ ບໍ່ມີມັນກໍໄປຫາມາ ຫາກັນຍາກຫັ້ນແຫລະເອີຍ ຣະຫວ່າງ ບ້ານກັບບ້ານ ມີຫັ້ນແຫລະດີ ມີແຫລະດີຄັນມີ ເງິນເຮັດ".
ທ່ານເວົ້າອີກວ່າ ຫາກສ້າງຖນົນນີ້ແລ້ວ ກໍຈະມີຄວາມສະດວກ ໃນການເດີນທາງ ແຕ່ບ້ານໂພນສະຫວ່າງ ຫາບ້ານຊໍາເກດ ຊຶ່ງແຕ່ກ່ອນ ກໍມີ ທາງຢູ່ແລ້ວ ແຕ່ນັບຕັ້ງແຕ່ເຂົາມາເຮັດໂຄງການ, ມີການດຸດດິນ ກໍບໍ່ສາມາດເດີນທາງໄປມາ ໄດ້. ເວລາຝົນຕົກກໍເປັນຕົມ, ຊາວບ້ານຕ້ອງໄດ້ ໄປອ້ອມໄກກວ່າເກົ່າ, ຍາມແລ້ງກໍມີຂີ້ຝຸ່ນ, ຊາວບ້ານກັງວົນນໍາ ບັນຫາສຸຂພາບ.
ຕາມແຜນການຖນົນ T5 ມີຄວາມກວ້າງ 12 ແມັດ ຍາວ 5.2 ກີໂລແມັດ ຄືແຕ່ບ້ານ ໂພນສະຫວ່າງ ຫາບ້ານຊໍາເກດ. ໂຄງການນີ້ ເລີ່ມ ກໍ່ສ້າງມາຕັ້ງແຕ່ ວັນທີ 2 ພຶສຈິກາ 2011 ໂດຍແມ່ນບໍຣິສັດ ສົມພູມີ ເຄຫາສະຖານ ແລະຊົລປະທານ ກໍ່ສ້າງຈໍາກັດ ປະມຸູນໄດ້ ໃນມູນຄ່າ 115 ຕື້ກີບ.
ໂຄງການກໍ່ສ້າງຖນົນສາຍນີ້ ແມ່ນໂຄງການນຶ່ງ ໃນຫລາຍໂຄງການທີ່ລ່າຊ້າ ຢູ່ນະຄອນຫຼວງວຽງຈັນ ເຊັ່ນໂຄງການເສັ້ນທາງ ຕລາດຫົວຂົວ ບ້ານນາຄວາຍ ບ້ານຊຽງດາ ວິທຍາລັຍດົງຄໍາຊ້າງ, ເສັ້ນທາງຫາບ້ານ ເກົ້າລ້ຽວ ບ້ານເພັຍລາດ ເມືອງສັງທອງ ເປັນຕົ້ນ.
ເພື່ອຊອກຮູ້ສາເຫດ ທີ່ພາໃຫ້ການ ກໍ່ສ້າງຖນົນ T5 ນີ້ ລ່າຊ້າ ເອເຊັຍເສຣີ ກໍໄດ້ຕິດ ຕໍ່ໄປຍັງພະແນກໂຍທາທິການ ແລະຂົນສົ່ງ ນະຄອນ ຫລວງວຽງຈັນ ແຕ່ເຈົ້າໜ້າທີ່ບໍ່ໃຫ້ຂໍ້ມູນຫຍັງ.