ກຸ່ມນາຍຈ້າງ-ກຸ່ມແຮງງານ AEC ຍັງຂ້ອງຄາ
2013.11.26

ການສຳຣວດພົບວ່າກຸ່ມນາຍຈ້າງ ແລະກຸ່ມແຮງງານຍັງມີຄວາມເປັນ ຫ່ວງໃນ ຊ່ວງທີ່ ປະຊາຄົມ ເສຖກິດ ອາຊຽນ ຈະເຂົ້າຮ່ວມກຸ່ມໃນປີ 2015. ຜົລການສຳຣວດ ຈາກຫ້ອງການຫາງານ Jobstreet.com ໃນ ປະເທດໄທ ພົບວ່າຜູ້ຈ້າງງານ ແລະກຸ່ມແຮງງານ ມີຄວາມເປັນ ຫວ່ງ ໃນຊະຕາກັມຂອງຕົນໃນຊ່ວງທີ່ປະຊາຄົມເສຖກິດອາຊຽນ ຈະ ເຂົ້າຮ່ວມກຸ່ມ ກັນໃນປີ 2015.
ນື່ງສ່ວນສາມ ຂອງກຸ່ມແຮງງານ ຜູ້ທີ່ສໍາຣວດເວົ້າວ່າ ຈະມີຄົນວ່າງ ງານຫລາຍຂຶ້ນ ຍ້ອນຈະມີການແຂ່ງຂັນກັນສູງເພາະ ການຈ້າງງານ ທີ່ບໍ່ ມີພົມແດນແຮງງານ ຈາກປະເທດໃດກໍສາມາດເຂົ້າມາສມັກໃນ ປະເທດອຶ່ນ ໄດ້ແບບເສຣີ ໃນຂະນະດຽວກັນ ກຸ່ມນາຍຈ້າງ ກໍເປັນ ຫວ່ງຢ້ານວ່າຕົນຈະຕ້ອງໄດ້ຈ້າງແພງຂຶ້ນ ເພື່ອຍັບຍັ້ງແຮງງານທີ່ມີ ຄຸນນະພາບ ບໍ່ໃຫ້ໄປເຮັດວຽກ ຢູ່ປະເທດອຶ່ນ.
ອີກນື່ງສ່ວນສາມ ຂອງຜູ້ທີ່ຖືກຖາມເວົ້າວ່າປະຊາຄົມເສຖກິດອາຊຽນ ຖ້າເຂົ້າຮ່ວມກຸ່ມກັນ ຈະເຮັດໃຫ້ຄຸນນະພາບແຮງງານດີຂຶ້ນເປັນຍ້ອນວ່າ ກຸ່ມແຮງງານ ຕ້ອງໄດ້ຝຶກອົບຮົມແລະປັບປຸງຄຸນນະພາບຕົນເອງ ບໍ່ດັ່ງນັ້ນ ຈະບໍ່ຖືກຈ້າງ.
ນາຍ ທານະພອນ ສັດຕິປັນເວຊາ ຜູ້ຈັດການບໍຣິສັດຜູ້ຫາງານເວົ້າວ່າ ບໍຣິສັດຂອງລາວ ໄດ້ສຳຣວດຜູ້ຈ້າງງານກວ່າ 267 ຄົນ ໃນຕົ້ນເດືອນ ນີ້ພົບວ່າ 58% ຈະຈ້າງແຮງງານຈາກປະເທດເພື່ອນບ້ານ ຫລາຍຂື້ນ ດັ່ງຈາກພະມ້າ ກຳພູຊາແລະລາວ ໃນຊ່ວງ ປະຊາຄົມເສຖກິດອາຊຽນ ຮ່ວມກຸ່ມກັນ ຍ້ອນເຊື່ອວ່າແຮງງານ ຈາກປະເທດເຫລົ່ານັ້ນ ເຮັດວຽກຂຍັນກວ່າ ແຮງງານໄທ ແລະ ຄ່າຈ້າງກໍຕໍ່າ.