ຂ.ຄຳມ່ວນພົບວ່າເງິນຈາກງົປ ສູນຫາຍ
2014.04.17
ຄະນະ ກວດກາ ການເງິນ ແຂວງ ຄຳມ່ວນ ກວດພົບ ວ່າ ເງິນ ງົບປະມານ ຂອງຣັດ ສູນເສັຍ ໄປ ກວ່າ 1 ຕື້ ກັບ 200 ລ້ານກີບ ຫລື ປະມານ ຮ້ອຍ ຫ້າສິບ ພັນ ດອນລ່າ ສະຫະຣັຖ ຍ້ອນ ການ ສໍ້ຣາສ ບັງຫລວງ.
ໜັງສືພິມ ວຽງຈັນ ທາມສ໌ ຂອງ ທາງການ ລາວ ຣາຍງານ ວ່າ ຄະນະ ກັມມະການ ກວດກາ ການເງິນ ປະຈຳ ແຂວງ ຄຳມ່ວນ ໄດ້ສຳ ຫຣວດ ກວດກາ ການ ບໍຣິຫານ ງານ ຂອງ ຫ້ອງການ ແລະ ຜແນກ ຕ່າງໆ ຂອງແຂວງ ໃນ ຣະຍະ ນຶ່ງປີ ຜ່ານມາ ແລະ ກວດເຫັນວ່າ ເຈົ້າໜ້າທີ່ ຫລາຍຄົນ ຣະເມີດ ກົດຣະບຽບ ການເງິນ ຊຶ່ງແປວ່າ ສໍ້ຣາສ ບັງຫລວງ ຫລາຍ.
ຄະນະ ກັມມະການ ກວດກາ ແຂວງ ຄຳມ່ວນ ສັນຍາ ວ່າ ຈະກວດກາ ເຄັ່ງຄັດ ຂຶ້ນ ເພື່ອ ຫລຸດຜ່ອນ ການ ສໍ້ຣາສ ບັງຫລວງ ຢູ່ ໃນ ແຂວງ. ເພື່ອ ປະຕິບັດ ແບບ ນັ້ນໄດ້ ທາງການ ແຂວງ ແລະ ຣັຖບານ ຄວນຝຶກ ອົບຮົມ ແນວຄິດ ການເມືອງ ໃຫ້ແກ່ ພະນັກງານ ຂອງ ຣັດໃໝ່ ໂດຍ ສະເພາະ ຜູ້ທີ່ ສໍ້ຣາສ ບັງຫລວງ ໃຫ້ ແນວຄິດ ການເມືອງ ທີ່ ໜັກແໜ້ນ ແລະ ໃຫ້ ຊື່ສັດ.
ທາງດ້ານ ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ກໍໄດ້ ຮຽກຮ້ອງ ໃຫ້ ສື່ມວນຊົນ ແລະ ປະຊາຊົນ ລາວ ໂດຍ ທົ່ວໄປ ໃຫ້ຊ່ວຍ ເປັນຫູ ເປັນຕາ ເປີດເຜີຍ ການສໍ້ຣາສ ບັງຫລວງ ຂອງ ເຈົ້າໜ້າທີ່ ພັກຣັດ. ຣັຖບານ ລາວ ຂາດເຂີນ ງົບປະມານ ຢ່າງໜັກ ໂດຍສະເພາະ ໃນ ປີນີ້. ເພື່ອແກ້ໄຂ ການ ຂາດເຂີນ ດັ່ງກ່າວ ຣັຖບານ ໄດ້ໃຊ້ ມາຕການ ຫລາຍຢ່າງ ໃນນັ້ນ ຮວມທັງ ການ ປາບປາມ ການສໍ້ຣາສ ບັງ ຫລວງ. ແຕ່ຫລາຍ ຄົນ ສົງໄສວ່າ ການ ປາບປາມ ການສໍ້ຣາສ ບັງຫລວງ ຂອງ ຣັຖບານ ຈະບໍ່ໄດ້ ຜົນ ເທົ່າທີ່ຄວນ ເພາະຜູ້ ສໍ້ຣາສ ບັງຫລວງ ຣາຍໃຫຍ່ໆ ລ້ວນແລ້ວ ແຕ່ແມ່ນ ເຈົ້າໜ້າທີ່ ຂັ້ນສູງ ຂອງພັກ ຂອງຣັດ ຈະປາບ ໄດ້ແຕ່ຂັ້ນ ນ້ອຍໆ ເທົ່ານັ້ນ.