ເຣື້ອງທີ່ເກັບບັນທຶກໄວ້
2024-11-15
ໂຮງງານຫຼາຍແຫ່ງ ຢູ່ເຂດເສດຖະກິດພິເສດ ໃນລາວຕ້ອງການຄົນງານຫຼາຍພັນຄົນ ແຕ່ຜູ້ຄົນບໍ່ຢາກເຮັດ ຍ້ອນໄດ້ຄ່າແຮງງານໜ້ອຍ ບໍ່ກຸ້ມກິນ.
2024-11-14
ການແຂ່ງຂັນສີມືອາຊີບ ໄດ້ເປີດຂື້ນຢູ່ລາວ ແຕ່ມີຜູ້ສະໝັກເຂົ້າຮ່ວມໜ້ອຍ ຍ້ອນບໍ່ມີຄົນສົນໃຈຫຼາຍ, ຄ່າຝຶກວິຊາຊີບແພງ ແຕ່ຄ່າແຮງງານຢູ່ລາວໜ້ອຍ ບໍ່ກຸ້ມຢູ່ບໍ່ກຸ້ມກິນ.
2024-11-14
ອັດຕາແລກປ່ຽນເງິນ ແລະ ລາຄາຊື້-ຂາຍຄໍາ ປະຈໍາມື້ນີ້, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-13
ອັດຕາແລກປ່ຽນເງິນ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 13 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-12
ທຸກດ່ານສາກົນໃນລາວ ເກັບເງິນນັກທ່ອງທ່ຽວ ຄົນລະ 10,000 ກີບ ເຂົ້າກອງທຶນການທ່ອງທ່ຽວ ຜ່ານລະບົບທະນາຄານ Easy Pass ເພື່ອສະແດງຄວາມໂປ່ງໃສ.
2024-11-12
ອັດຕາແລກປ່ຽນເງິນ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 12 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-11
ການຂຶ້ນລາຄາ ນໍ້າມັນເຊື້ອເພີງ ທ່າມກາງ ສະພາບຄ່າຄອງຊີບ ຍັງຄົງສູງ ເຮັດໃຫ້ ຜູ້ໃຊ້ລົດສ່ວນໃຫຍ່ ຕ້ອງໄດ້ຈ່າຍເງິນ ໃສ່ນໍ້າມັນສູງຂຶ້ນ, ສ້າງຄວາມອຸກໃຈ ໃຫ້ແກ່ຊາວລາວ ຫຼາຍອາຊີບ.
2024-11-08
ຊາວລາວ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ຫຼາຍຄົນຍັງຄົງພົບການເຈັບເປັນຍ້ອນກິ່ນຂີ້ວຈາກໂຮງງານຂຸດຄົ້ນບໍ່ເກືອກາລີ ຫຼື ໂປຕາສ ຂອງ ບໍລິສັດ ຊີໂນ ອາກຣີໂປຕາສ ຈໍາກັດຂອງຈີນທີ່ມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ ແລະ ຍັງປະສົບກັບຜົນກະທົບ ອື່ນໆ ອີກຫຼາຍແນວອັນເກີດຈາກການຂຸດຄົ້ນເກືອກາລີ ດັ່ງກ່າວ.
2024-11-06
ຊາວກະສິກອນ ຫຼາຍແຂວງ ຈະປູກເຂົ້ານາແຊງ ແລະ ພືດຜັກ - ໝາກໄມ້ລະດູແລ້ງບໍ່ໄດ້ເຕັມເມັດເຕັມໜ່ວຍ ຍ້ອນ ລະບົບຊົນລະປະທານ ເສຍຫາຍຈາກໄພນໍ້າຖ້ວມ 300 ໂຄງການ ລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 14,826 ເຮັກຕາ ໃນນັ້ນເສຍຫາຍຢ່າງຮ້າຍແຮງ 7,838 ເຮັກຕາ ມູນຄ່າເສຍຫາຍທັງໝົດ 592 ຕື້ກີບ.
2024-11-05
ທາງການ ມີນະໂຍບາຍ ຂາຍລົດລັດ ໃຫ້ພະນັກງານບໍານານ ຢູ່ແຂວງຈໍາປາສັກ 7 ຄັນ ໃນລາຄາພິເສດຕາມຂໍ້ຕົກລົງ ຂອງນາຍົກ ລັດຖະມົນຕີ.
2024-11-05
ສໍານັກງານ ອົງການບໍລິຫານຕ່າງໆ ຂອງລັດ ຮວມທັງໜ່ວຍງານ ຊົນລະປະທານ ຢູ່ແຂວງສາລະວັນ ຍັງເປັນໜີ້ຄ່າໄຟຟ້າ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງສາລະວັນ ຮວມທັງ ໜີ້ເກົ່າ ຫຼາຍກວ່າ 21.3 ຕື້ກີບ ຍ້ອນບໍ່ມີ ງົບປະມານ ພຽງພໍ ທີ່ຈະຊໍາລະ ຄ່າໄຟຟ້າ. ໃນຈໍານວນໜີ້ ທີ່ວ່ານີ້ ເປັນໜີ້ ຂອງໜ່ວຍງານ ຊົນລະປະທານ 4.7 ຕື້ກີບ
2024-11-05
ປັດຈຸບັນ ຢູ່ແຂວງຫຼວງພຣະບາງ ມີຄົນຈີນ ຈໍານວນຫຼາຍ ເຂົ້າມາເຮັດ ທຸລະກິດ ດ້ານການທ່ອງທ່ຽວ ແບບຜິດກົດໝາຍ ໃນລັກສະນະ ເຊົ່າເຮືອນພັກ ຕໍ່ຈາກຄົນລາວ ແລ້ວເປີດ ໃຫ້ບໍລິການເອງ ແບບບໍ່ໄດ້ຮັບ ອະນຸຍາດ, ແຕ່ຍັງບໍ່ສາມາດ ລະບຸໄດ້ວ່າ ມີຈັກແຫ່ງ, ລວມທັງມີ ພະນັກງານນໍາທ່ຽວຊາວຈີນ ອີກຈໍານວນໜຶ່ງ ທີ່ນໍາພານັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ໃນລັກສະນະພະນັກງານ ນໍາທ່ຽວເຖື່ອນ.
2024-11-03
ປະຊາຊົນ ຮຽກຮ້ອງ ໃຫ້ມີການແກ້ໄຂ ບັນຫາເສດຖະກິດ ຢ່າງຮີບດ່ວນ ໃນກອງປະຊຸມສະພາແຫ່ງຊາດ ຈະຈັດຂຶ້ນ ໃນກາງເດືອນນີ້.
2024-11-03
ສປປລາວ ພວມດຳເນີນການ ໃຫ້ສໍາປະທານ ເນື້ອທີ່ດິນ 400 ເຮັກຕາຣ໌ ແກ່ບໍລິສັດຈີນ ດຳເນີນໂຄງການຂຸດຄົ້ນຖ່ານຫິນ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ.
2024-10-31
ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໃນວັນທີ 31 ຕຸລາ 2024 ນີ້ ອັດຕາການແລກປ່ຽນເງິນ ໃນລາວ ແລະສພາບເສດຖາກິດໂດຍທົ່ວໄປມີດັ່ງນີ້.