ສຳນັກງານລັດ ແຂວງສາລະວັນ ເປັນໜີ້ ຄ່າໄຟຟ້າ 21.3 ຕື້ກີບ.
2024.11.05
ສໍານັກງານ ອົງການບໍລິຫານຕ່າງໆ ຂອງລັດ ຮວມທັງ ໜ່ວຍງານ ຊົນລະປະທານ ຢູ່ແຂວງສາລະວັນ ຍັງເປັນໜີ້ ຄ່າໄຟຟ້າ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ຮວມທັງ ໜີ້ເກົ່າຫຼາຍກວ່າ 21.3 ຕື້ກີບ. ຍ້ອນບໍ່ມີ ງົບປະມານພຽງພໍ ທີ່ຈະຊໍາລະ ຄ່າໄຟຟ້າ. ໃນຈໍານວນໜີ້ ທີ່ວ່ານີ້ ເປັນໜີ້ ຂອງໜ່ວຍງານ ຊົນລະປະທານ 4.7 ຕື້ກີບ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງສາລະວັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ພະຈິກນີ້.
”ແມ່ນ ໜີ້ເກົ່າ ຍັງຄ້າງຫຼາຍຫັ້ນແຫຼະ ແຕ່ລະເມືອງ ມີຫຼາຍຫັ້ນແຫຼະ ທົ່ວແຂວງ ຮວມທົ່ວແຂວງ ໂອມັນຫຼາຍເດ 20 ກວ່າຕື້ ໜີ້ແກ່ຍາວ ມາເລີຍແຫຼະ ເພີ່ນກໍໃຊ້ມາ ເພາະວ່າ ເພີ່ນກໍເຮັດຫຍັງ ບໍ່ໄດ້ນໍ ສະສົມ ບາງເທື່ອ ເພີ່ນກໍລືມ ບໍ່ໄດ້ຈ່າຍບາງເທື່ອ ກໍງົບປະມານ ບໍ່ພໍ.”
ທ່ານກ່າວຕື່ມວ່າ ເພື່ອຫຼຸດຜ່ອນ ໜີ້ສິນ ຄ່າໄຟຟ້ານັ້ນ ທາງລັດວິສາຫະກິດ ໄຟຟ້າ ຂັ້ນເມືອງ ແລະ ແຂວງສາລະວັນ ກໍໄດ້ແນະນໍາ ໃຫ້ສໍານັກງານ ອົງການຕ່າງໆ ຫຼຸດຜ່ອນ ການໃຊ້ໄຟຟ້າ ທີ່ບໍ່ຈໍາເປັນ, ໃຊ້ເຄື່ອງໃຊ້ ໄຟຟ້າ ໜ້ອຍລົງ ແລະ ຫຼຸດຄວາມແຮງ ຂອງຫຼອດໄຟລົງ.
“ເຮົາກໍທໍາ ແຜນນະໂຍບາຍ ໃນການໃຫ້ ຜູ້ຊົມໃຊ້ ທີ່ຍັງຊໍາລະ ບໍ່ໄດ້ຫັ້ນນະ ແຕ່ລະຫ້ອງການ ຫຼຸດຜ່ອນຫັ້ນແຫຼະ ໃນການໃຊ້ໄຟຫັ້ນແຫຼະ (ຫຼອດໄຟ) 20 ວັດ ກໍປ່ຽນມາເປັນ 18 ວັດຫັ້ນນະ.”
ເຈົ້າໜ້າທີ່ ລັດວິສາຫະກິດ ໄຟຟ້າລາວ ປະຈໍາເມືອງ ທ່ານນຶ່ງ ກໍເວົ້າວ່າ ສໍານັກງານ ອົງການລັດ ທີ່ຕິດໜີ້ ຄ່າໄຟຟ້າ ລັດວິສາຫະກິດໄຟຟ້າແຂວງ ແມ່ນມີຫຼາຍ ທັງຫ້ອງການທະຫານ, ຫ້ອງການຕໍາຫຼວດ ມີຢູ່ທຸກເມືອງ ແຕ່ຫ້ອງການທີ່ຕິດໜີ້ ຫຼາຍກວ່າໝູ່ ແມ່ນທັງຫ້ອງການ ປົກຄອງເມືອງ ແລະ ແຂວງ.
“ໂອ ຫ້ອງການ ຍັງມີທຸກເມືອງ ມີເບິດ ທົ່ວແຂວງ ເຮົາກໍຍັງມີຫຼົດແຂວງແຫຼະ ເຈົ້າ ໂອຫ້ອງການໃຫຍ ປົກຄອງ ສ່ວນຫຼາຍປົກຄອງ.”
ໃນຂະນະດຽວກັນ ເຈົ້າຂອງ ເຮືອນພັກ ຢູ່ເມືອງສາລະວັນ ຜູ້ນຶ່ງ ກໍເວົ້າວ່າ ບໍ່ຮູ້ຄັກແນ່ວ່າ ສໍານັກງານລັດ ເພີ່ນຕິດໜີ້ ຄ່າໄຟຟ້າ ຫຼາຍປານໃດ ແຕ່ສໍາລັບ ປະຊາທົ່ວໄປ ແມ່ນຕ້ອງໄດ້ ຊໍາລະ ຄ່າໄຟຟ້າ ທຸກເດືອນ, ຖ້າບໍ່ຈ່າຍ ຕາມກໍານົດ ກໍຈະຖືກຕັດໄຟ.
“ຖ້າຫາກວ່າ ເຮົາກາຍເດືອນ ກໍວ່າຈະຕັດ ກໍຕ້ອງ ໄດ້ຈ່າຍ ກໍບໍ່ເຄີຍຄ້າງຊື່ໆ ແມ່ນໆ ເຮືອນພັກເຮົາ ກໍຄືກັນ ແຕ່ວ່າ ເຂົາກໍແຈ້ງ ກ່ອນແຫຼະນໍ ກ່ອນສິຕັດ ຄັນເຮົາ ບໍ່ໄປ ຊໍາລະ ເພີ່ນກໍໜ້າ ຈະຕັດຫັ້ນແຫຼະ.”
ການຕິດໜີ້ ທີ່ວ່ານີ້ ມີຢູ່ທຸກແຂວງ ຂອງລາວ, ແຂວງໃດ ຈະຫຼາຍ ຫຼື ໜ້ອຍ ແມ່ນຂື້ນຢູ່ກັບວ່າ ແຂວງໃຫຍ່ ແຂວງນ້ອຍ ແລະ ການໃຊ້ໄຟຟ້າ ໃນແຕ່ລະແຂວງ. ຢູ່ແຂວງໄຊຍະບູລີ ມາເຖິງ ເດືອນທັນວາ 2023 ໜ່ວຍງານ ບໍລິຫານຕ່າງໆຂອງແຂວງນີ້ ຍັງຕິດໜີ້ ຄ່າໄຟຟ້າ ເຖິງ 23.2 ຕື້ກີບ ຍ້ອນຂາດແຄນງົບປະມານຫຼາຍ. ສໍາລັບ ສໍານັກງານ ອົງການຂອງລັດ 8 ແຂວງພາກເໜືອ ກໍມີໜີ້ຄ່າໄຟຟ້າ ປະມານ 74.9 ຕື້ກີບ. ຖ້າລວມທັງ ທົ່ວປະເທດ ກໍຍັງມີໜີ້ ປະມານ 3,600 ຕື້ກີບ.
ໃນປີ 2020 ລັດຖະບານ ໄດ້ປະຕິຮູບ ລັດວິສາຫະກິດ ໄຟຟ້າລາວ ຢ່າງຮອບດ້ານ ເພື່ອແກ້ໄຂ ບັນຫາໜີ້ສິນ ແລະ ໃນເດືອນຕຸລາ 2024 ນີ້ ກໍໄດ້ ມີການປ່ຽນ ຜູ້ອໍານວຍດການໃຫຍ່ ຄົນໃໝ່ ໂດຍໄດ້ແຕ່ງຕັ້ງ ທ່ານ ອາຄົມເດດ ວົງໄຊ ຂື້ນມາຮັບໜ້າທີ່ ເພື່ອຫວັງ ຈະແກ້ໄຂໜີ້ສິນ ຕ່າງປະເທດປະມານ 4,300 ລ້ານໂດລາສະຫະຣັດ ຊຶ່ງກວມເອົາ 30% ຄືຂອງ ຈໍານວນໜີ້ ສາທາລະນະ ທັງໝົດ ທີ່ລັດຖະບານລາວ ຕິດໜີ້ ຂອງລັດວິສາຫະກິດ ໄຟຟ້າລາວ ມີ 3 ສ່ວນ ສໍາຄັນ ຄືໜີ້ຈາກການກູ້ຢືມເງິນ ຕ່າງປະເທດ ເພື່ອລົງທຶນ ສ້າງເຂື່ອນໄຟຟ້າ ຫຼື ແຫຼ່ງພະລັງງານອື່ນໆ, ໜີ້ຈາກການກູ້ຢືມເງິນ ຢູ່ພາຍໃນປະເທດ ເພື່ອຮ່ວມລົງທຶນ ໃນໂຄງການພະລັງງານ ແລະ ຍ້ອນການສໍ້ລາດບັງຫຼວງ ຢູ່ພາຍໃນ.