ສັມປະທານດິນ 50 ປີ ຫຼື ຂາຍດິນ

ເຂດເສຖກິຈ ພິເສດ ຢູ່ປະເທດລາວ ຍັງບໍ່ທັນໃຫ້ປໂຍດ ແກ່ປະຊາຊົນທ້ອງຖິ່ນ ເທົ່າທີ່ຄວນ, ກັມມະກອນທີ່ເຮັດວຽກ ຢູ່ໃນເຂດເສຖກິຈ ພິເສດ ສ່ວນຫຼາຍ ແມ່ນຄົນຕ່າງປະເທດ ແລະ ກົດໝາຍ ຍັງມີຊ່ອງວ່າງໃນການຄຸ້ມຄອງ ເຂດເສຖກິຈ ພິເສດ.
ອຸ່ນແກ້ວ
2023.06.08
ສັມປະທານດິນ 50 ປີ ຫຼື ຂາຍດິນ ເຂດພັທນາ ກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ ເດືອນກັນຍາ 2022.
RFA

ການໃຫ້ສັມປະທານ ເຂດເສຖກິຈ ພິເສດ ຢູ່ປະເທດລາວ ຍັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທ້ອງຖິ່ນບໍ່ຫຼາຍ ເຊິງອາຍຸການສັມປະທານ 50 ປີ ແລະ ສາມາດຕໍ່ໄດ້ 2 ຄັ້ງ ນັ້ນໝາຍຄວາມວ່າບໍ່ຕ່າງຫຍັງ ກັບການຂາຍທີ່ດິນ ໃຫ້ຕ່າງປະເທດ.

ນັກທຸຣະກິຈ ທ່ານນຶ່ງ ໄດ້ໃຫ້ສຳພາດ ຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ຈີນສໍາປະທານແຮງງານພະມ້າ ແຮງງານລາວມີໜ້ອຍ ບໍ່ຮອດ 20% ສ່ວນໃຫຍ່ຈະເປັນແຮງງານພະມ້າ ແຮງງານຈີນ ບາດຢູ່ເໜືອຊິບໍ່ມີແຕ່ແຮງງານພະມ້າ ກັບຈີນເບາະລະ ໃກ້ຕາເຈົ້າ ມັນກະຍັງມີຫຼາຍ ໄກຕາເຈົ້າເດ້ຊັ້ນ.

ນັກທຸຣະກິຈ ທ່ານນີ້ ກ່າວຕື່ມອີກວ່າ:

ຄັນວ່າສໍາປະທານ 50 ປີ ລະມີສິດຕໍ່ໄດ້ 2 ຄັ້ງ ເປັນຫຍັງບໍ່ໃຫ້ມັນໄປເລີຍ 150 ປີ.

ບໍ່ມີເຂດເສຖກິຈ ພິເສດ ຫຼາຍແຫ່ງ ທີ່ມີໂຮງຈັກໂຮງງານ ແລະ ຈ້າງປະຊາຊົນທ້ອງຖິ່ນ ແຕ່ສ່ວນຫຼາຍແລ້ວ ຈະເປັນເຂດເສຖກິຈ ພິເສດ ທີ່ມີສະຖານທີ່ຫຼິ້ນການພະນັນ ແລະ ສະຖານທີ່ເຣິງຣົມ ແລະ ບາງບ່ອນ ກໍຍັງພຽງແຕ່ການຈັບຈອງທີ່ດິນ ພ້ອມກັບການເອົາທີ່ດິນ ຂອງປະຊາຊົນເພື່ອເກນກໍາໄລ. ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມທ່ານນຶ່ງ ໄດ້ໃຫ້ສຳພາດວ່າ:

“ມັນເບິ່ງໄດ້ສອງແບບເນາະ ອັນທີນຶ່ງ ແມ່ນການສ້າງວຽກເຮັດງານທັມ ແຕ່ວ່າ ມັນກະເປັນສ່ວນໜ້ອຍ ຄືຍົກໂຕຢ່າງ ເຂດເສຖກິ ພິເສດ ສວັນ-ເຊໂນ ໂຕນີ້ກະອ່າວວ່າດີຢູ່ ກະມີປະຊາຊົນຫຼາຍຄົນ ໄດ້ເຂົ້າມາເຮັດຢູ່.”

ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມອີກວ່າ:

“ແຕ່ວ່າ ມັນກະມີໂອອື່ນ ທີ່ເຫັນການຈອງດິນ ຫຼືວ່າ ຍາດດິນຫັ້ນ ທີ່ມັນບໍ່ໄດ້ບໍ່ມາ ໂດຍສະເພາະຢູ່ໃສ ຢູ່ແຂວງຄໍາມ່ວນເບາະ ໂຕໃດອີກທີ່ເປັນຂອງຈີນ ຢູ່ຫລວງນໍ້າທາ ເບາະ ເຂົ້າເງື່ອນໄຂວ່າ ເປັນຍາດດິນຊາເປັນສ່ວນຫຼາຍ ເວລາສັມປະທານແລ້ວ ກະບໍ່ໄດ້ເຮັດຫຍັງ ເຮັດແນວອື່ນໄປ ຫຼື ສັມປະທານແລ້ວ ໄປເຮັດອີກແນວນຶ່ງ.”

ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ກ່າວອີກວ່າ:

ໂຕກົດໝາຍນີ້ ມັນເອື້ອອໍານວຍໃຫ້ ຕ່າງປະເທດຫຼາຍເກີນໄປ ຄັນຊິເວົ້າລວມແລ້ວ ກົດໝາຍມັນເປີດຊ່ອງວ່າງຫຼາຍເກີນໄປ ມັນບໍ່ໄດ້ເອື້ອອໍານວນໃຫ້ຣັຖບານໃຈຈຸດນີ້.

ນັກທຸຣິກິຈອີກ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ເຂດເສຖກິຈພິເສດ ບາງຈຸດກໍມີການເຮັດເປັນຮູບການເທົ່ານັ້ນ ແຕ່ຍັງບໍ່ມີການປະຕິບັດຢ່າງເປັນຈິງເປັນຈັງ ແລະ ເຂດເສຖກິຈພິເສດ ຢູ່ບໍຣິເວນຂົວມິຕພາບບາງແຫ່ງ ກໍຍັງບໍ່ທັນມີການປະຕິບັດໃຫ້ສໍາເຣັດ.”

ເຖິງຢ່າງໃດກໍຕາມ, ໜັງສື່ພິມວຽງຈັນທາມສ໌ ຂອງລາວ ໄດ້ຣາຍງານ ໃນວັນທີ 7 ມິຖຸນານີ້ ໂດຍອ້າງຄໍາເວົ້າຂອງ ຍານາງ ຄໍາຈັນ ວົງແສນບຸນ ວ່າ:

“ຈໍານວນເຂດເສຖກິຈພິເສດ ມີທັງໝົດ 21 ແຫ່ງ ໃນນັ້ນ 7 ແຫ່ງຕັ້ງຢູ່ຕ່າງແຂວງ. ມີການຈ້າງງານປະມານ 63,000 ປາຍຄົນ ແລະ ມີບໍຣິສັດ ລົງທຶນທັງໝົດ 1,000 ບໍຣິສັດ ເຊິ່ງມີມູນຄ່າ ການລົງທຶນ 64 ຕື້ໂດລ້າຣ໌.”

ອີງຕາມ ໜັງສືພິມວຽງຈັນທາມສ໌, ຣັຖບານກໍາລັງຮ່າງກົດໝາຍ ວ່າດ້ວຍເຂດເສຖກິຈພິເສດ ເພື່ອຄຸ້ມຄອງການດໍາເນີນການ ແລະ ດຶງດູດ ໃຫ້ຫຼາຍບໍຣິສັດ ເຂົ້າມາຕັ້ງທຸຣະກິຈ ຢູ່ໃນເຂດເສຖກິຈ ພິເສດ.

ປັດຈຸບັນ ຍັງບໍ່ມີກົດໝາຍ ວ່າດ້ວຍເຂດເສຖກິຈ ພິເສດ ສະບັບສົມບູນ, ແຕ່ມີພຽງລະບຸໄວ້ບາງມາດຕຣາ ຢູ່ໃນກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.