ທຸຣະກິຈ SME ໃນລາວປີ 2022 ເພີ່ມຂຶ້ນ 14.5%
6 ເດືອນຕົ້ນປີນີ້ ຢູ່ ສປປ ລາວ ມີທຸຣະກິຈ ເອສເອັມອີ໋ ຫຼື Small and Medium-sized Enterprise (SME) ຈົດທະບຽນເຖິງ 7,640 ແຫ່ງ ແຕ່ສ່ວນຫຼາຍ ເປັນແບບຄອບຄົວ ຄືບໍ່ໄດ້ມີການຈ້າງ ຄົນງານ ເພີ່ມ ແລະ ຄົນທີ່ບໍ່ມີຕົ້ນທຶນ ໃນການປະກອບ ທຸຣະກິຈ ກໍຕ້ອງໄປຊອກວຽກເຮັດ ງານທຳ ຢູ່ຕ່າງປະເທດເຊັ່ນເຄີຍ.
-
ໄຊຍາ
2022-08-30 -
-
-
Your browser doesn’t support HTML5 audio
ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ຫວ່າງບໍ່ດົນມານີ້ວ່າ ໃນປີ 2022 ໄລຍະ 6 ເດືອນຕົ້ນປີນີ້ ມີທຸຣະກິຈ SME 7,640 ແຫ່ງ ທີ່ຈົດທະບຽນດຳເນີນການໃນລາວ ໂດຍເພີ່ມຂຶ້ນ 14.5% ຫາກທຽບໃສ່ 6 ເດືອນຕົ້ນປີໃນປີ 2021 ມີທຸຣະກິຈ 6,675 ແຫ່ງ.
ໃນປີ 2022 ນີ້ທຸຣະກິຈທີ່ຈົດທະບຽນໃໝ່ ສ່ວນໃຫຍ່ຍັງເປັນທຸຣະກິຈ ຂນາດນ້ອຍໃນລັກສະນະ ຄອບຄົວເຊັ່ນຮ້ານຄ້າຂາຍສົ່ງ, ຂາຍຍ່າຍ, ທຸຣະກິຈສ້ອມແປງຣົຖຈັກ, ຣົຖໃຫຍ່, ໂຮງງານແປຮູບ, ການເງິນ, ການປະກັນພັຍ, ກະສິກັມ-ປ່າໄມ້, ການປະມົງ, ອະສັງຫາລິມາຊັພ ແລະ ອື່ນໆ ທີ່ສາມາດດຳເນີນການກັນເອງໄດ້ ໃນຄອບຄົວ ໂດຍບໍ່ຕ້ອງຈ້າງຄົນງານ ແລະໃຊ້ເງິນທຶນຫຼາຍ.
ດັ່ງເຈົ້າຂອງທຸຣະກິຈ ກ່ຽວກັບເຟີນິເຈີ້ຣ໌ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ສິງຫາ ນີ້ວ່າ:
“ກາເຮັດຢູ່ເຮືອນ ເຮົາບໍ່ໄດ້ເຊົ່າຮ້ານອີ່ຫຍັງຫັ້ນນ່າ ກໍຫຼຸດຄ່າໃຊ້ຈ່າຍລົງ ຫຼາຍຢ່າງ ຄັນເຮົາເຊົ່າກາສິ້ນເປຶືອງຫຼາຍເນາະ ສ່ວນຫຼາຍເຮັດແບບຄອບຄົວ ຂນາດນ້ອຍທັມມະດາ ຄັນສົມມຸດເຮົາເຮັດໂຮງງານໃຫຍ່ ມັນກໍຕ້ອງໄດ້ຈ້າງພນັກງານຫຼາຍ ແລະກໍໄດ້ຈ່າຍຄ່າສິ້ນເປືອງຫຼາຍຢ່າງ.”
ຂະນະທີ່ເຈົ້າຂອງຮ້ານ ຂາຍສິນຄ້າໝາກກ້ວຍອົບແດດ ທີ່ສົ່ງອອກຕ່າງເມືອງ ທ່ານນຶ່ງໄດ້ກ່າວວ່າ ຄັ້ງທຳອິດ ໃນການເຮັດທຸຣະກິຈ ໝາກກ້ວຍອົບແດດ ສົ່ງຂາຍກໍເຣີ່ມຈາກ ເຮັດແບບທຸຣະກິຈພາຍໃນ ຄອບຄົວໂດຍເຮັດເປັນທຸຣະກິຈ ຂນາດນ້ອຍ ຈະບໍ່ມີການຈ້າງຄົນງານເພີ່ມ ເພາະໃຊ້ເງິນທຶນ ຂອງຕົນເອງ.
ແຕ່ປັດຈຸບັນ ກາຍເປັນສິນຄ້າທີ່ລູກຄ້າ ຕ້ອງການຫຼາຍຂຶ້ນ ເຮັດໃຫ້ຜລິຕ ບໍ່ທັນກໍຈຳເປັນຕ້ອງ ມີການຈ້າງຄົນງານເພີ່ມຂຶ້ນ ແຕ່ຈະຈ້າງໃນຈຳນວນໜ້ອຍ ເທົ່ານັ້ນປະມານ 5 ຄົນ ບໍ່ດັ່ງນັ້ນຈະສົ່ງກ້ວຍອົບແດດ ໃຫ້ລູກຄ້າ ບໍ່ທັນຕາມຄວາມຕ້ອງການ ກໍຈະເຮັດໃຫ້ເສັຽລູກຄ້າໄດ້ ເພາະການຜລິຕກ້ວຍອົບແດດນີ້ ເຣີ່ມມີການແຂ່ງຂັນກັນສູງ.
“ສຳລັບຄົນຄອບຄົວກັນເອງ ກໍລິເຣີ່ມຈາກການບໍ່ຈ້າງຫັ້ນແຫຼະ ແລ້ວບາດນີ້ຕລາດມັນກ້ວາງແລ້ວ ເຮົາຕ້ອງໄດ້ສົ່ງ ບໍ່ຕໍ່າກ່ວາມື້ລະ 200 ກິໂລ ໃຊ້ແຮງງານໃນຄອບຄົວແລ້ວ ມັນຜລິຕໄດ້ໜ້ອຍ ກໍເລີຍຕ້ອງໄດ້ຈ້າງເຂົ້າມາ ມີຄົນງານເຮັດໃຫ້ຢູ່ 5 ຄົນ ຄັນບໍ່ຈ້າງມັນຜລິຕບໍ່ທັນ.”
ຂະນະດຽວກັນ ເຈົ້າຂອງຮ້ານຂາຍຊານົມອີກທ່ານນຶ່ງ ກໍກ່າວວ່າສ່ວນນຶ່ງທີ່ເປີດຮ້ານຂາຍ ຊານົມ ຫຼືກາເຟນີ້ ເພາະເຂດຮ້ານທີ່ຕົນເອງ ຂາຍມັນເປັນຮ້ານຂາຍ ອຸປກອນກໍ່ສ້າງ ແລະມີພື້ນທີ່ຫວ່າງ ແລະກໍບໍ່ຕ້ອງເສັຽຄ່າເຊົ່າຮ້ານນຳດ້ວຍ ກໍເປີດຂາຍໄປພ້ອມກັນ.
“ເພາະວ່າ ເຮົາຂາຍເຄື່ອງກໍ່ສ້າງ ມັນກໍມີສະຖານທີ່ໃຫ້ຂາຍຫັ້ນນ່າ ແລ້ວເຮົາກໍຂາຍໄປນໍາຢູ່ເຮືອນ ເພາະວ່າສະຖານທີ່ເຮືອນເຮົາ ມັນກ້ວາງຂວາງເນາະ ແລ້ວກາລູກຄ້າເຂົ້າຮ້ານຕລອດ ເຮົາຂາຍເຄື່ອງກໍ່ສ້າງຊີ້ນ່າ ແລະເຮົາກໍຂາຍໄປນຳກັນ ມີນໍ້າ ມີເຄື່ອງດື່ມ ແມ່ນຫຍັງ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ສະມາຄົມເຟີນິເຈີ້ຣ໌ລາວ ທ່ານນື່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າ ປັດຈຸບັນທຸຣະກິຈ SME ເພີ່ມຂຶ້ນຫຼາຍ ແຕ່ເປັນລັກສະນະເຮັດພາຍໃນຄອບຄົວ ເພາະເຂົາເຈົ້າຍັງຕ້ອງໃຊ້ເງິນທຶນ ຂອງຕົນເອງ ບໍ່ສາມາດເຂົ້າເຖິງເງິນທຶນ ຂອງທນາຄານໄດ້ ເນື່ອງຈາກເງື່ອນໄຂຫຍຸ້ງຍາກ, ຫຼາຍຄົນບໍ່ໄດ້ມາຕຖານ ຂອງທນາຄານກໍບໍ່ສາມາດກູ້ ເງິນມາລົງທຶນໄດ້ ຫຼາຍຄົນກໍເຮັດທຸຣະກິຈ ຕາມທຶນທີ່ຕົນເອງມີ ຈຶ່ງເຮັດໃຫ້ບາງທຸຣະກິຈ ບໍ່ສາມາດຈ້າງຄົນງານເພີ່ມໄດ້.
“ແມ່ນສ່ວນຫຼາຍ ເຂົາເອົາໃນຄອບຄົວ ເຂົາເຮັດເອັງຜູ້ລາງຄົນ ບໍ່ຈ້າງກາມີລະບົບ SME ມັນບໍ່ໄດ້ໃຊ້ຄົນຫຼາຍ ເຂົາຈ້າງທຸຣະກິຈ ສ່ວນຫຼາຍກໍ 3-4 ຄົນ ມາຊ່ອຍເທົ່ານັ້ນສື່ໆ ວຽກເຮັດງານທຳ ມັນກໍບໍ່ຫຼາຍສ່ວນຫຼາຍ ເຂົາເອົາເງິນເຂົາເອງເຮັດນ່າ ເຮັດສໍ່າພໍເທົ່າທີ່ເຂົາມີ ຈະບໍ່ໄດ້ເຮັດເຖິງ ໄດ້ຕາມມາຕຖານ ກໍເລີຍເຂົ້າຫາແຫຼ່ງທຶນຍາກ ຢູ່ລາວເນາະ ຈະເຂົ້າເຖິງແຫຼ່ງເງິນທຶນ ໂອ້ເງື່ອນໄຂເຂົາສູງ.”
ດ້ານເຈົ້າໜ້າທີ່ແຮງງານ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ໃຫ້ຄວາມເຫັນວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ການມີທຸຣະກິຈ SME ໃນລາວຖືວ່າເປັນເຣື່ອງດີ ທີ່ຄົນລາວຈະມີລາຍໄດ້ ແຕ່ສ່ວນໃຫຍ່ຄົນທີ່ຈະມີລາຍໄດ້ ຄືຄົນທີ່ມີເງິີນທຶນຢູ່ແລ້ວ ຈຶ່ງຈະສາມາດເຮັດທຸຣະກິຈ SME ນີ້ໄດ້ ສ່ວນຄົນທີ່ບໍ່ມີເງິນທຶນກໍຍັງຫຼັ່ງໄຫຼກັນ ໄປເຮັດວຽກຢູ່ໄທຍ ຫຼືຕ່າງປະເທດ ຄືເກົ່າ ເນື່ອງຈາກວ່າທຸຣະກິຈ SME ເປັນທຸຣະກິຈໃນລັກສະນະ ຄອບຄົວ ບໍ່ໄດ້ກໍ່ໃຫ້ເກີດການຈ້າງຄົນງານ ເພີ່ມຂຶ້ນຫຼາຍ.
“ສ່ວນໃຫຍ່ SME ເປັນລັກສະນະທຸຣະກິຈ ຄົວເຮືອນເປັນເຄືອຍາຕຫັ້ນນ່າ ແບບເປັນທຸຣະກິຈຄອບຄົວ ບໍ່ແມ່ນເປັນການຈ້າງງານ ທີ່ລັກສະນະມີຈຳນວນຄົນຫຼາຍນ່າ ການຈ້າງງານປັດຈຸບັນ ມັນກໍມີຈຳນວນໜ້ອຍ ກໍມີຈຳກັດເພາະວ່າ ມັນບໍ່ມີການຂຍາຍ ຂອງທຸຣະກິຈປັດຈຸບັນ ເນື່ອງຈາກ ສະຖານະການເງິນກີບ ອ່ອນຄ່າຫຼາຍ ເຮັດໃຫ້ມີແຮງກະຕຸ້ນ ຄົນງານໄປອອກແຮງງານ ຢູ່ໄທຍນ່າ.”
ເຖິງແມ່ນວ່າ ຣັຖບານລາວ ຈະສົ່ງເສີມໃຫ້ປະຊາຊົນລາວ ມີທຸຣະກິຈ SME ເພື່ອສ້າງວຽກເຮັດ ງານທຳ ແລະສ້າງລາຍໄດ້ເພີ່ມຂຶ້ນກໍຕາມ ແຕ່ການຈ້າງງານພັດ ບໍ່ໄດ້ເພີ່ມຂຶ້ນຫຼາຍເທົ່າທີ່ຄວນ ຊຶ່ງໃນທົ່ວປະເທດລາວ ກໍຍັງມີຄົນຫວ່າງງານຫຼາຍ ປະມານ 442,976 ຄົນ ເພາະສ່ວນໃຫຍ່ ກຸ່ມທີ່ສາມາດເຮັດທຸຣະກິຈ SME ໄດ້ ຈະມີເງິນທຶນຢູ່ແລ້ວ ສ່ວນຄົນທີ່ບໍ່ມີເງິນທຶນ ກໍຍັງເຂົ້າເຖິງແຫຼ່ງທຶນຫຍຸ້ງຍາກ ທີ່ຈະສ້າງລາຍໄດ້ ຕ້ອງດີ້ນຮົນອອກໄປຫາ ວຽກຢູ່ຕ່າງປະເທດຄືເກົ່າ ເນື່ອງຈາກໃນລາວ ການຈ້າງງານ ມີຈຳກັດ.
ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ຍັງຣາຍງານເພີ່ມຕື່ມອີກວ່າ ເຖິງແມ່ນວ່າໃນປີ 2022 ຈະມີທຸຣະກິຈ ຈົດທະບຽນເພີ່ມຂຶ້ນຫຼາຍກ່ວາເກົ່າ ແຕ່ທຶນການຈົດທະບຽນ ມີຈຳນວນພຽງແຕ່ 50 ພັນ ຕື້ປາຍກີບ, ໜ້ອຍກ່ວາປີ 2021 ທີ່ມີການຈົດທະບຽນ 63 ພັນ ຕື້ປາຍກີບ.
ຢູ່ໃນລາວ ມີທຸຣະກິຈຫຼາຍກ່ວາ 186,140 ແຫ່ງ ທີ່ຈົດທະບຽນ ອີງຕາມຂໍ້ມູນ ຈາກເວັບໄຊທ໌ ຖານຂໍ້ມູນຂອງວິສາຫະກິຈແຫ່ງຊາຕ ໃນນັ້ນຢູ່ນະຄອນຫຼວງວຽງຈັນ ມີ 63,370 ແຫ່ງ ຮອງລົງມາແມ່ນແຂວງຈຳປາສັກມີ 16,029 ແຫ່ງ, ແຂວງວຽງຈັນມີ 15,382 ແຫ່ງ, ແຂວງໄຊຍະບູຣີ ມີ 11,766 ແຫ່ງ, ແຂວງສວັນນະເຂດມີ 11,581 ແຫ່ງ ແລະ ແຂວງຫຼວງພຣະບາງມີ 10,521 ແຫ່ງ ສ່ວນໃຫຍ່ເປັນທຸຣະກິຈ ຂນາດກາງ ແລະຂນາດນ້ອຍ ຊຶ່ງຄິດເປັນ 90% ຂອງວິສາຫະກິຈທັງໝົດ ໃນປະເທດລາວ.