ການຄ້າປະເວນີ ຢູ່ລາວ
2019.07.08

ປະຈຸບັນ, ແມ່ຍິງໜຸ່ມລາວ ໃນວັຍ ນັກຮຽນ-ນັກສຶກສາ ພວມຫຼັ່ງໄຫຼ ເຂົ້າມາຊອກວຽກເຮັດ ງານທຳ ຕາມຫົວເມືອງໃຫຍ່ຕ່າງໆ ໃນລາວ ຫຼາຍຂຶ້ນ. ແຕ່ເມື່ອຫຼາຍຄົນ ຊອກວຽກເຮັດບໍ່ໄດ້ ຫຼື ບໍ່ໄດ້ຕັດສິນໃຈ ຂ້າມໄປຊອກວຽກເຮັດງານທຳ ຢູ່ຝັ່ງໄທ, ການເຂົ້າມາສູ່ວົງຈອນ ການ ຂາຍບໍຣິການ ທາງເພດ ຫຼື ການຄ້າປະເວນີ ຈຶ່ງເປັນທາງອອກ ສຸດທ້າຍ ທີ່ແມ່ຍິງໜຸ່ມລາວ ຕ້ອງຈຳໃຈເລືອກເອົາ ຍ້ອນຄວາມທຸກຍາກ ລຳບາກ ຂອງຄອບຄົວ. ຍ້ອນແນວນັ້ນ, ແມ່ຍິງໜຸ່ມລາວ ຈຳນວນບໍ່ໜ້ອຍຕົກຢູ່ໃນ ຄວາມສ່ຽງ ແລະ ບາງຄົນກໍເກີດໂຊກຮ້າຍຕ້ອງກາຍ ເປັນຜູ້ຕິດເຊື້ອໂຣຄ HIV ແລະ ໂຣຄເອສ໌.
ໃນມື້ນີ້, ຂພຈ ພູວົງສ໌ ມີໂອກາດສຳພາດ ເຈົ້າໜ້າທີ່ ຜູ້ເຮັດວຽກສົ່ງເສີມ ໃຫ້ຜູ້ທີ່ຕິດເຊື້ອໂຣຄ HIV ແລະ ໂຣຄເອສ໌ ເຂົ້າເຖິງການຮັກສາ ຢ່າງຖືກຕ້ອງ, ເຊິ່ງເພິ່ນກໍໄດ້ ຢືນຢັນວ່າ ມີຈຳນວນແມ່ຍິງໜຸ່ມລາວ ທີ່ເຂົ້າສູ່ວົງຈອນ ການຂາຍ ບໍຣິການທາງເພດ ຈຳນວນ ສະສົມເຖິງ 150,000 ປາຍຄົນ ຈາກການສຳຣວດ ເມື່ອປີ 2018.
“ເຈົ້າໜ້າທີ່ ເວົ້າເຖິງສະຖິຕິ ແລະ ວິທີການແອບແຝງ ຂາຍບໍຣິການທາງເພດ.”
ໃນຄວາມເປັນຈິງແລ້ວ, ບໍ່ມີແມ່ຍິງໜຸ່ມລາວ ຄົນໃດ ຢາກຍຶດອາຊີບ ການຂາຍບໍຣິການທາງເພດ, ແຕ່ເນື່ອງດ້ວຍຄວາມທຸກຍາກ ຂອງ ຄອບຄົວ ແລະ ບໍ່ມີທາງເລືອກ ຫຼາຍຄົນຈຶ່ງ ຈຳເປັນເຮັດ ເພື່ອຄວາມຢູ່ລອດ.
“ເຈົ້າໜ້າທີ່ເວົ້າເຖິງເຫຕຜົລ ທີ່ຈຳໃຈຕ້ອງມາຍຶດອາຊີພນີ້ ເພື່ອຄວາມຢູ່ລອດຂອງຄອບຄົວ.”
ບໍ່ພຽງແຕ່ກຸ່ມແມ່ຍິງໜຸ່ມເທົ່ານັ້ນ, ກຸ່ມຊາຍໜຸ່ມລາວ ທີ່ເປັນກຸ່ມຊາຍຮັກຊາຍ ກໍມີການລັກລອບແອບແຝງ ຂາຍບໍຣິການທາງເພດ ເຊັ່ນກັນ, ແຕ່ຈະມີລັກສນະຕິດຕໍ່ກັນເອງ ຫຼາຍກວ່າທີ່ຈະໄປນັ່ງຢູ່ຕາມຮ້ານ ແລະ ປະຈຸບັນ ມີການຮິບໂຮມ ສະຖິຕິແລ້ວວ່າ ມີກຸ່ມຊາຍຮັກຊາຍໃນລາວ ປະມານ 100,000 ປາຍຄົນ ຫຼື ເກືອບ 2 ເປີເຊັນ ຂອງຈຳນວນ ປະຊາກອນລາວ.
“ນອກຈາກນີ້, ເຈົ້າໜ້າທີ່ເວົ້າເຖິງວ່າ ຍັງມີກຸ່ມຊາຍຮັກຊາຍ ທີ່ຂາຍບໍຣິການ ທາງເພດນຳ, ແຕ່ບໍ່ມີສະຖິຕິວ່າ ໃນຈຳນວນຊາຍຮັກຊາຍ ມີຜູ້ທີ່ຂາຍ ບໍຣິການຈັກຄົນ.”
ຢ່າງໃດກໍດີ, ພາກສ່ວນກ່ຽວຂ້ອງ ຂອງທາງການ, ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບຣັຖບານ ແລະ ອົງການຈັດຕັ້ງ ພາກປະຊາສັງຄົມຕ່າງໆ ທີ່ເຮັດວຽກກ່ຽວກັບ ການຕ້ານພຍາດຕິດຕໍ່ ທາງເພດສຳພັນ ກໍບໍ່ໄດ້ນິ້ງນອນໃຈ ແລະ ໄດ້ລົງໃຫ້ຄວາມຮູ້ ແກ່ກຸ່ມສ່ຽງ ໃນທຸກໂອກາດ, ໂດຍສະເພາະແມ່ນ ກຸ່ມແມ່ຍິງລາວ ທີ່ເຂົ້າມາຂາຍບໍຣິການທາງເພດ ຕາມຫົວເມືອງໃຫຍ່ ແຫ່ງຕ່າງໆ.
“ເຈົ້າໜ້າທີ່ເວົ້າເຖິງການລົງໄປຊຸມຊົນ ແລະ ຫົວເມືອງຕ່າງໆ ເພື່ອໂຄສະນາ ໃຫ້ກຸ່ມສ່ຽງ ທີ່ເປັນສາວ ບໍຣິການທາງເພດ ໃຫ້ມີຄວາມຮູ້ ໃນການປ້ອງກັນໂຕເອງ.”
ທີ່ທ່ານໄດ້ຮັບຟັງໄປນັ້ນ, ແມ່ນການສຳພາດເຈົ້າໜ້າທີ່ ຜູ້ເຮັດວຽກສົ່ງເສີມ ໃຫ້ຜູ້ທີ່ຕິດເຊື້ອໂຣຄ HIV ແລະ ໂຣຄເອສ໌ ເຂົ້າເຖິງການຮັກສາ ຢ່າງຖືກຕ້ອງ.
ເມື່ອເວົ້າເຖິງ ຜູ້ທີ່ຕິດເຊື້ອໂຣຄ HIV ແລະ ໂຣຄເອສ໌ ໃນລາວແລ້ວ ຖືວ່າເປັນບັນຫາ ທີ່ໜ້າເປັນຫ່ວງ ແລະ ເປັນບັນຫາທ້າທາຍແກ່ ພາກສ່ວນກ່ຽວຂ້ອງ ພໍສົມຄວນ ໃນການຮັບມືກັບບັນຫາດັ່ງກ່າວ.
ອີງຕາມຄວາມເວົ້າຂອງທ່ານ ທອງແດງ ສີລາກຸນ, ຜູ້ຈັດການຫ້ອງການສະຫະປະຊາຊາດຕ້ານເອດ (UNAIDS) ປະຈຳລາວ ໄດ້ຖແລງ ຕໍ່ຜູ້ສື່ຂ່າວທ້ອງຖິ່ນ ເມື່ອບໍ່ດົນມານີ້ວ່າ ໃນໄລຍະຜ່ານມາ ມີຈຳນວນຜູ້ຕິດເຊື້ອ ແລະ ລົ້ມປ່ວຍແລ້ວ ຍ້ອນໂຣຄ HIV ແລະ ໂຣຄເອສ໌ ໃນລາວ ເປັນໂຕເລຂ ສະສົມເຖິງ 12,000 ປາຍຄົນ. ໃນນັ້ນ, ມີຜູ້ເສັຽຊີວິຕ ແລ້ວເຖິງ 2,000 ປາຍຄົນ. ກຸ່ມສ່ຽງອັນດັບທີ 1 ແມ່ນກຸ່ມ ຊາຍຮັກຊາຍ ແລະ ກຸ່ມສ່ຽງອັນດັບທີ 2 ແມ່ນກຸ່ມແມ່ຍິງໜຸ່ມ ຂາຍບໍຣິການທາງເພດ.
ແຂວງທີ່ມີຜູ້ຕິດເຊື້ອ ແລະ ຜູ້ປ່ວຍຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ, ແຂວງສວັນນະເຂດ, ແຂວງຈຳປາສັກ, ແຂວງວຽງຈັນ ແລະ ແຂວງຄຳມ່ວນ ຕາມລຳດັບ.