ຂແນງກິຈການບໍຣິການ ຮ້ອງຂໍ ໃຫ້ຊ່ອຍເຫຼືອ
2020.04.29
ຜູ້ປະກອບການໂຮງແຮມ, ບ້ານພັກ, ຮ້ານອາຫານ ແລະບໍຣິສັດທ່ອງທ່ຽວ ທີ່ໄດ້ຮັບຜົລກະທົບຢ່າງໜັກ ຈາກການຣະບາດຂອງເຊື້ອພຍາດ ໂຄວິດ-19 ເກືອບທັງໝົດ ໃນນະຄອນຫຼວງພຣະບາງ ຕ້ອງໄດ້ປິດ ກິຈການຊົ່ວຄາວ ບໍ່ມີຣາຍໄດ້ ດັ່ງຜູ້ປະກອບການຣີສອດທ່ານນຶ່ງ ຢູ່ ນະຄອນຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ:
“ທຸຣກິດຜົລກະທົບເບາະ ກະທົບຫລາຍ. ເວົ້າແລ້ວ ຜົລກະທົບມັນບໍ່ມີແຕ່ວ່າສະເພາະ ທຸຣະກິດການທ່ອງທ່ຽວເນາະ ຫລືວ່າ ເຮືອນພັກ ໂຮງແຮມ ມັນເປັນຜົລກະທົບຣະດັບ ປະເທດເລີຍນະ. ອ້າຍບໍ່ ແຂກສິນະ ພວກອ້າຍບໍ່ໄດ້ໄປຊື້ໄປຈັບຈ່າຍ ຊື້ເຄື່ອງຊື້ຂອງອັນນີ້ນະ.”
ທ່ານເວົ້າວ່າ ຢາກສເນີໃຫ້ຣັຖບານລາວ ເລັ່ງຫາມາຕການຊ່ອຍເຫລືອ ຜູ້ປະກອບການທຸຣະກິດ ໂຮງແຮມ, ບ້ານພັກ ແລະຮ້ານອາຫານ ໃນໄລຍະຍາວ ໃນຂນະທີ່ ວັນທີ 3 ພຶສພາ ທີ່ຈະມາເຖິງນີ້ ຣັຖບານ ຈະເລິ້ມຜ່ອນມາຕການຄວບຄຸມ ແລະປ້ອງກັນໂຄວິດ-19, ແຕ່ເມື່ອ ກັບມາເປີດກິຈການ ຄືນໃໝ່ ກໍຍັງບໍ່ຮູ້ວ່າຈະເຮັດແນວໃດຕໍ່ໄປ.
ແລະວ່າ ເມື່ອຣັຖບານລາວ ມີແຜນປະກາດຍົກເລີກ ມາຕການຄວບຄຸມ ແລະປ້ອງກັນໄວຣັສໂຄວິດ-19 ໃນບາງເຂດ ກໍຄວນສນັບສນູນໃຫ້ ປະຊາຊົນລາວ ຫັນມາທ່ອງທ່ຽວພາຍໃນປະເທດຂອງຕົນເອງ ເພື່ອ ເຮັດໃຫ້ທຸຣະກິດ ດັ່ງກ່າວທີ່ເປີດກິຈການຄືນໃໝ່ນັ້ນ ຮູ້ສຶກໝັ້ນໃຈໄດ້ວ່າ ທຸຣະກິດຂອງພວກຕົນ ຈະບໍ່ຂາດທຶນ ແລະມີຄວາມຫວັງອີກຄັ້ງ ຫລັງວິກິດໂຄວິດ-19 ແລ້ວ.
ແລະເຈົ້າຂອງໂຮງແຮມແຫ່ງນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ທຸຣະກິດໂຮງແຮມ, ບ້ານພັກ 90 ປາຍເປີເຊັນ ຢູ່ເມືອງວັງວຽງ ໄດ້ປິດກິຈການຊົ່ວຄາວ, ຜ່ານມາ ເດືອນປາຍແລ້ວ ກໍຍັງບໍ່ເຫັນວ່າ ຣັຖບານມີມາຕການຊ່ອຍເຫລືອ ອັນໃດ ທັງໃນໄລຍະສັ້ນ ແລະໄລຍະຍາວ:
“ວ່າເກືອບ 98% ນັ້ນປິດເລີຍ ເຈົ້າ ຊ່ວງລັອກເມືອງ. ເອີ໊ ຕອນນີ້ ຍັງບໍ່ທັນມີມາຕການອິຫຍັງມາເທື່ອ ຍັງບໍ່ມີເລີຍ ເຈົ້າ ກະໃສ່ໃບສເນີໄປ ແລ້ວເຈົ້າ ຂຽນໄປແລ້ວ ນໍາສະມາຄົມໂຮງແຮມ ບ້ານພັກແຈ້ງໄປ ຣັຖບານແລ້ວ ເຈົ້າ ແຕ່ວ່າຍັງບໍ່ທັນຕອບຫຍັງມາ.”
ທ່ານເວົ້າວ່າ ທີ່ຜ່ານມາ ໄດ້ສເນີໃຫ້ທາງການເພິ່ນຊ່ອຍເຫລືອ ຜ່ານສະມາຄົມໂຮງແຮມ ແລະຮ້ານອາຫານ ນະຄອນຫຼວງວຽງຈັນໄປແລ້ວ ເປັນຕົ້ນ ການເລື່ອນການຈ່າຍພາສີ-ອາກອນ ສໍາລັບຜູ້ເຊົ່າ ຫລື ສັມປະທານແຫລ່ງທ່ອງທ່ຽວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ ດຽວນີ້ກໍາລັງຮິບໂຮມຂໍ້ມູນ ກ່ຽວກັບຜົລກະທົບໂຮງແຮມ, ບ້ານພັກ ແລະ ທຸຣະກິດທ່ອງທ່ຽວ ທຸກປະເພດ ໃນທົ່ວປະເທດ ເພື່ອຂໍໃຫ້ຣັຖບານ ເລັ່ງຫາມາຕການຊ່ອຍເຫລືອ ຊຶ່ງປັດຈຸບັນ ຍັງບໍ່ທັນມີມາຕການທີ່ຈະແຈ້ງອອກມາເທື່ອ:
“ເພາະວ່າຕອນນີ້ ເຮົາກໍຮວບຮວມຂໍ້ມູນຢູ່ ຈະມີເຣື່ອງການທ່ອງທ່ຽວຫັ້ນ ແລະກະມີໂຕໂຮງແຮມເຂົ້ານໍາ ຢູ່ແລ້ວຫັ້ນນະ ເພື່ອສິໄປຣາຍງານ ຕໍ່ທາງພາກຣັຖໃຫ້ເພິ່ນຊີ້ນໍາ ເພາະວ່າເພິ່ນຈະຣາຍງານ ປະມານ ອາທິດນີ້ ມີແຕ່ວ່າດຽວ ຖ້າຟັງອີກແປັບນຶ່ງເນາະ.”
ໃນມື້ວັນທີ 26 ເມສານີ້ ທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີກະຊວງແຜນການ ແລະການລົງ ທຶນ, ປະທານຄະນະສະເພາະກິດດ້ານ ເສຖກິດ ເພື່ອແກ້ໄຂຜົລກະທົບ ຈາກການຣະບາດຂອງໂຄວິດ-19 ໄດ້ພົບພໍ້ກັບ ຄະນະນໍາສະມາຄົມໂຮງແຮມ ແລະຮ້ານອາຫານລາວ ທີ່ນະຄອນຫລວງວຽງຈັນ ເພື່ອຫາມາຕການຊ່ອຍເຫລືອ ໃນໄລຍະຍາວ.
ແລະເມື່ອບໍ່ດົນມານີ້ ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດລາວ ກໍໄດ້ສເນີຂໍໃຫ້ຣັຖບານລາວ ແກ້ໄຂຜົລກະທົບຈາກການຣະບາດຂອງ ໂຄວິດ-19 ແກ່ພາກທຸຣະກິດທຸກປະເພດ ໃນທົ່ວປະເທດ 8 ຂໍ້ ເປັນຕົ້ນວ່າ ຂໍໃຫ້ທະນາຄານ ເລື່ອນການຊໍາຣະໜີ້ສິນ ທັງຕົ້ນທຶນ ແລະ ດອກເບັ້ຽ ຂອງຜູ້ປະກອບການ ຫລື ຜູ້ອອກແຮງງານ ໃນໄລຍະ 3 ເດືອນ ຫລື 6 ເດືອນຕາມຄວາມເໝາະສົມ ແລະຂໍໃຫ້ພິຈາຣະນາ ຜ່ອນຜັນອັດຕຣາພາສີ-ອາກອນ ຮວມທັງຄ່າເຊົ່າທີ່ດິນ, ສະຖານທີ່ປະກອບການ ແລະຫ້ອງພັກໂຮງແຮມ ເພື່ອເຮັດໃຫ້ຕົ້ນທຶນທຸຣະກິດຕໍ່າລົງ ໃນໄລຍະ 6 ເດືອນ ທີ່ຈະບໍ່ມີນັກທ່ອງທ່ຽວ ມາເປັນປົກກະຕິນີ້.