ນາຍບ້ານເອົາດິນຊາວບ້ານ ຂາຍໃຫ້ ນາຍທຶນ
2018.11.08
ນາຍບ້ານ ບ້ານທົບສອກເມືອງປະທຸມພອນ ແຂວງຈໍາປາສັກ ປອມແປງເອກກະສານເອົາດິນຊາວບ້ານ 10 ຄອບຄົວ, 24 ເຮັກຕາ ແລ້ວ ຂາຍໃຫ້ນາຍທຶນ ໂດຍອ້າງວ່າເປັນໂຄງການລົງທຶນ ຂອງຣັຖບາລ, ເຮັດໃຫ້ປະຊາຊົນ ບໍ່ມີທີ່ດິນທໍາກິນ, ດັ່ງຊາວບ້ານ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 8 ພຶສຈິກາ ນີ້ວ່າ:
"ກໍບໍ່ຮູ້ວ່າດິນນັ້ນສິຖືກໂຄງການຫຍັງ ບ້ານມາແຈ້ງນະວ່າດິນຖືກໂຄງການ ບາດຖືກແລ້ວນະ ທີ່ຈິງເບື້ອງຕົ້ນເຂົາບອກມັນເປັນໂຄງການຣັຖ ເຂົາຕົວະ ເພື່ອວ່າຈະໃຫ້ທາງເຮົາເຊັນເອກກະສານ ຫລືວ່າຍອມເອົາເງິນຄ່າຊົດເຊີຍ ເຂົາແຈ້ງຄ່າຊົດເຊີຍມາ ຄືຖ້າບໍ່ເອົາ ເຂົາຈະບໍ່ໄລ່ ກໍຖິ້ມໄປຊື່ໆ."
ເມື່ອເດືອນມິຖຸນາ 2016 ມີນາຍທຶນຄົນນຶ່ງ ຈາກນະຄອນຫລວງວຽງຈັນ ໄປຫານາຍບ້ານທົບສອກ. ຫລັງຈາກນັ້ນບໍ່ດົນ ນາຍບ້ານກໍແຈ້ງໃຫ້ ລູກບ້ານ ຊາບວ່າ ດິນ ຂອງພວກເຂົາເຈົ້າ 24 ເຮັກຕາ ຈະຖືກນໍາໃຊ້ເຂົ້າໃນໂຄງການຂອງຣັຖ ແຕ່ຊາວບ້ານ ທ່ານນີ້ເວົ້າວ່າທີ່ແທ້ແລ້ວ ແມ່ນນາຍທຶນຄົນນັ້ນ ຮ່ວມກັນກັບນາຍບ້ານ ຕົວະໃຫ້ປະຊາຊົນ ເຊັນເອກກະສານໃບນໍາໃຊ້ທີ່ດິນ ຂາຍໃຫ້ນາຍທຶນ ເພື່ອສ້າງ ຟາມລ້ຽງໝູ ໂດຍຈະໄດ້ຄ່າຊົດເຊີຍປະມານ 5 ລ້ານກີບ ຕໍ່ເຮັກຕາ ແລະຈະບຸກເບີກທີ່ດິນ ຊົດເຊີຍ ໃຫ້ຕື່ມອີກ.
ແຕ່ບາງຄອບຄົວມາຮູ້ເຣຶ່ອງຕາມຫລັງວ່າ ໂຄງການນັ້ນບໍ່ແມ່ນຂອງຣັຖ ແຕ່ເປັນໂຄງການຂອງເອກກະຊົນ, ດັ່ງນັ້ນຈຶ່ງບໍ່ຍອມຮັບເງື່ອນໄຂ ດັ່ງກ່າວ ແລະຮຽກຮ້ອງເອົາດິນຄືນ ເນຶ່ອງຈາກເປັນດິນ ທີ່ໄດ້ທໍາກິນມາແຕ່ດົນນານແລ້ວ.
ແຕ່ປີກາຍມານີ້ ປະຊາຊົນຫລາຍຄອບຄົວ ບໍ່ໄດ້ທໍາການຜລິດໃນທີ່ດິນຂອງຕົນ ເຮັດໃຫ້ຂາດຣາຍໄດ້, ບາງຄົນກໍລົ້ມປ່ວຍຍ້ອນບັນຫາທີ່ດິນ, ສ່ວນທີ່ດິນຊຶ່ງນາຍທຶນມາບຸກເບີກ ເພື່ອຊົດເຊີຍໃຫ້ນັ້ນ ທາງການ ເມືອງປະທຸມພອນ ກໍບໍ່ສົນໃຈນໍາ ແລະ ບໍ່ມາ ວັດແທກເນື້ອທີ່ຫຍັງ ດັ່ງທີ່ທ່ານກ່າວວ່າ:
"ຕັ້ງບໍ່ດໍາເນີນພິສັງ ໃຫ້ເມືອງນັ້ນລົງໄປແທກເລີຍ ບໍ່ໃຫ້ຄວາມຮ່ວມມືເລີຍ ນຶ່ງບໍ່ຢູ່ ຕົວຢ່າງນາຍບ້ານປະສານນໍວ່າ ສິໄປລົງແທກຫຍັງ ບໍ່ມີຄົນນັ້ນ ຜູ້ນັ້ນ ຜູ້ນີ້ ບໍ່ຢູ່ ຄາຫັ້ນຄານີ້ຕລອດ ເຂົາກໍຈົນເໝື່ອຍ ເພາະວ່ານ້ອງປະສານກັບເຂົາຢູ່."
ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງວ່າການ ປົກຄອງເມືອງປະທຸມພອນ, ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແລະຫ້ອງ ການປົກຄອງ ແຂວງຈໍາປາສັກ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຄວາມເຫັນໄດ້.
ບັນຫາຄວາມຂັດແຍ່ງໃນເຣຶ່ອງທີ່ດິນຢູ່ ສປປລາວ ປະຊາຊົນທົ່ວປະເທສ ໄດ້ຮ້ອງຮຽນ ຂໍຄວາມເປັນທັມ ຜ່ານທາງສາຍດ່ວນ ສະພາ ແຫ່ງຊາດ. ແຕ່ປີ 2012 ມາມີຫລາຍກວ່າ 280 ສາຍ, ຕາມຂໍ້ມູນຂອງ ສະພາແຫ່ງຊາດ.