ໄຟຟ້າຍັງບໍ່ທົ່ວກັນຢູ່ ຂ.ເຊກອງ
2013.12.08
ແຜນການຂະຫຍາຍ ຕານ່າງໄຟຟ້າ ສົກປີ 2013-2014 ສໍາລັບບໍຣິການ ປະຊາຊົນ ໃນແຂວງເຊກອງ ມີຄວາມຊັກຊ້າຍ້ອນຣັຖບານບໍ່ມີທຶນ ພຽງພໍ ແລະ ບໍຣິສັດ ທີ່ ຣັຖບານອານຸມັດ ໃຫ້ລົງທຶນ ກ່ອນນັ້ນ ຂາດເຂີນເງິນລົງທຶນ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່:
"ອັນນີ້ກໍຍັງມີບັນຫາຢູ່ ກໍມີຫລາຍບໍຣິສັດ ສົນໃຈຢູ່ ເພິ່ນເປີດໃຫ້ລົງທຶນກ່ອນ ແຕ່ວ່າສະພາຮັບຮອງໄປແລ້ວ ແຕ່ວ່າມາເບິ່ງໂຕຈິງຍັງມີບັນຫາ ດ້ານງົບປະມານ ຂອງ ບໍຣິສັດ".
ເຈົ້າໜ້າທີ່ວ່າ ໂຄງການຂະຫຍາຍຕານ່າງໄຟຟ້າ ແຂວງເຊກອງ ສົກປີ 2013-2014 ນີ້ ຕ້ອງການເງິນທຶນປະມານ 100 ຕື້ກີບ ແຕ່ຣັຖບານ ສາມາດຈັດສັນງົບປະມານ ໃຫ້ໄດ້ພຽງ 5 ຕື້ ກີບເທົ່ານັ້ນ ແຂວງຈຶ່ງຕ້ອງຊອກຫາ ບໍຣິສັດເອກກະຊົນມາລົງທຶນກໍ່ສ້າງໃຫ້ກ່ອນໂດຍທີ່ຣັຖບານ ຈະຈ່າຍຄືນຕາມຫລັງ. ແຕ່ດຽວນີ້ກໍຍັງ ບໍ່ມີບໍຣິສັດໃດ ມາສເນີລົງທຶນ.
ການໃຫ້ເອກກະຊົນລົງທຶນກ່ອນ ແລ້ວຣັຖບານຈ່າຍຄືນຕາມຫລັງນັ້ນ ເຄີຽມີການ ຖົກຖຽງກັນ ຢູ່ໃນສະພາວ່າ ມັນເຮັດໃຫ້ການ ບໍຣິຫານງົບປະ ມານ ລາຍຈ່າຍຂອງຣັຖ ບໍ່ມີປະສິດທິພາບ ຣາຄາກໍແພງ ປະກອບກັບດອກເບັ້ຽ ແລະທັງມີການຮົ່ວໄຫລ. ເມື່ຶອຕົ້ນປີນີ້ ຣັຖບານ ກໍເຄີຽສັ່ງໃຫ້ ອໍານາດການປົກຄອງ ແຂວງ ງົດໄປແລ້ວ. ບາງ ບໍຣິສັດເອກກະຊົນກໍຈົ່ມວ່າ ຫລັງຈາກລົງທຶນໄປແລ້ວ ຣັຖບານຈ່າຍຄືນ ບໍ່ໄດ້ຕາມກໍໍານົດ ເວລາ ເຮັດໃຫ້ບໍຣິສັດຝຶດເຄືອງ ທາງການເງິນເຊັ່ນກັນ.
ປັດຈຸບັນແຂວງເຊກອງ ມີໄຟຟ້າໃຊ້ແລ້ວ 66 ສ່ວນຮ້ອຍ ຫາກໄລ່ຕາມຫລັງຄາເຮືອນ ແຕ່ຖ້າໄລ່ຕາມຈໍານວນບ້ານຈະມີໄຟຟ້າໃຊ້ ພຽງແຕ່ 48 ສ່ວນຮ້ອຍ ເທົ່ານັ້ນ ຍ້ອນວ່າ ໃນແຂວງມີບ້ານ ທັງໝົດ 228 ບ້ານ ໃນນັ້ນມີ 110 ບ້ານ ເທົ່ານັ້ນ ທີ່ມີໄຟຟ້າໃຊ້.