ຂ.ອັດຕະປືຈະຍຶດໄມ້ ຄືນ

ທາງການ ແຂວງ ອັດຕະປື ຈະຍຶດໄມ້ ຈາກຜູ້ຊນະ ການປະມູນ ຍ້ອນບໍ່ ປະຕິບັດ ຕາມຂໍ້ຕົກລົງ ແລະ ໄດ້ສັ່ງຍຶດໄມ້ ໃນຣົດຂົນສົ່ງ ທັງ 27 ຄັນ.

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ, ປະທານຄນະກັມມະການ ກວດກາຣັຖບາລ ມີຄໍາສັ່ງໃຫ້ຍຶດໄມ້ ທັງໝົດໃນຣົດ 27 ຄັນ ຢູ່ດ່ານຊາຍແດນພູເກືອ ເປັນຂອງຣັຖ. Public Domain

ອໍານາດການປົກຄອງ ແຂວງອັດຕະປື ຈະຍຶດໄມ້ຈໍານວນ 13 ພັນແມັດກ້ອນ ຈາກບໍຣິສັດ ທີ່ຊນະການປະມູນ ເມື່ອຕົ້ນເດືອນ ມິຖຸນາ ນັ້ນ ຄືນຍ້ອນຍັງບໍ່ເສັຍ ຄ່າໄມ້ທີ່ ໄດ້ຊນະ ການປະມູນ ເປັນຈໍານວນ 7 ຕື້ກີບ ໃຫ້ທາງການ ທີ່ກ່ຽວຂ້ອງ, ຊຶ່ງ ເຈົ້າໜ້າທີ່ ຂໍບໍ່ເປີດເຜີຍຊື່ ຂອງ ບໍຣິສັດນັ້ນເທື່ອ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ເວົ້າໃນວັນທີ 26 ມິຖຸນາ ນີ້ວ່າ:

"ໂຕທີ່ວ່າເຮົາປະມູນ ຂາຍໄປແລ້ວເນາະ ມີຂໍ້ຕົກລົງແລ້ວຫັ້ນນະ ປະມານ 10 ກວ່າພັນ ແມັຕກ້ອນ ທາງບໍຣິສັດ ເຂົາຈະບໍ່ມາໄລ່ລຽງ ເຮົາ ກະຍັງເຮັດ ບົດບັນທຶກກັບເຂົາ ຖ້າວ່າເຂົາບໍ່ມາໄລ່ລຽງ ເຮົາສິຍຶດ ເປັນຂອງຣັຖຄືນ ຂະເຈົ້າບໍ່ມາ ຖອກເງິນຫັ້ນນະ ວ່າຊີ້ຊະ ມັນກາຍກໍານົດ ແລ້ວ ບໍຣິບາດຫັ້ນ ປະມານ 13 ພັນ ມູນຄ່າ 7 ຕື້".

ນາງກ່າວເພີ້ມວ່າ ຖ້າຫາກ ບໍຣິສັດ ຍັງບໍ່ມາເສັຍຄ່າ ປະມູນໄມ້ ໃນເດືອນມິຖຸນານີ້ ທາງການແຂວງ ຈະຍຶດໄມ້ ນັ້ນຄືນ ແລະ ຈະເປີດການ ປະມູນໃໝ່ ໃນເດືອນໜ້ານີ້, ແລະອາດຈະບໍ່ໃຫ້ ບໍຣິສັດ ທີ່ລະເມີດ ຂໍ້ຕົກລົງ ເຂົ້າຮ່ວມການປະມູນ ຕື່ມອີກ.

ຣາຍງານຈາກເຈົ້າໜ້າທີ່ ແຂວງພາກໃຕ້ແຈ້ງວ່າ ທ່ານບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ປະທານອົງການ ກວດກາຣັຖບາລ ມີຄໍາສັ່ງ ໃຫ້ຍຶດໄມ້ ທັງໝົດໃນຣົດ 27 ຄັນ ທີ່ຍຶດໄດ້ ຢູ່ດ່ານຊາຍແດນພູເກືອ ເປັນຂອງຣັຖ ໃນຕົ້ນເດືອນມິຖຸນານີ້.

ນາງເວົ້າຕື່ມວ່າ ສໍາລັບໄມ້ຈໍານວນຫຼາຍ ທີ່ທາງການ ແຂວງອັດຕະປື ຍຶດໄດ້ຈາກຣົດ 27 ຄັນ ເມື່ອຕົ້ນເດືອນມິຖຸນານີ້ ຍັງບໍ່ມີ ຣາຍງານວ່າ ຈະເປີດປະມູນ ຫຼືບໍ່. ປັດຈຸບັນ ຄນະກໍາມະການ ສະເພາະກິດ ກໍາລັງສືບສວນ ສອບສວນ ຫາທີ່ມາຂອງໄມ້ ນັ້ນຢູ່. ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຄນະພັກ ແຂວງອັດຕະປື ຕື່ມເພື່ອຂໍຮູ້ຂໍ້ມູນ, ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ ຄໍາຕອບໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org