ຂ.ສວັນນະເຂດ ຊື້ໄຟຟ້າຈາກວຽດນາມ

ຂົວມິຕພາບ ຣະຫວ່າງ ສວັນນະເຂດ ມຸກດາຫານ
ຂົວມິຕພາບ ຣະຫວ່າງ ສວັນນະເຂດ ມຸກດາຫານ (RFA)

0:00 / 0:00

ເຈົ້າຫນ້າທີ່ ໄຟຟ້າ ລາວ ທີ່ ແຂວງ ສວັນນະເຂດ ເວົ້າວ່າ ປັດຈຸບັນ ທາງແຂວງ ຍັງຂາດແຄນ ໄຟຟ້າໃຊ້ ໂດຍສະເພາະ ໃນເຂດ ຊົນນະບົດ ທີ່ ຊາຍແດນ ຕິດກັບ ວຽດນາມ, ເຊັ່ນ: ເມືອງນອງ ເມືອງເຊໂປນ ແລະ ເມືຶອງ ວິຣະບູຣີ ຍັງໄດ້ຊື້ ໄຟຟ້າ ປະມານ 4 ເມັກກາວັດ ຈາກ ວຽດນາມ. ດັ່ງທ່ານກ່າວວ່າ:

"ພວກຢູ່ ເມືອງ ເຊໂປນ ໂອ້ມັນກໍ ບໍ່ພຽງພໍ ແລ້ວ ດຽວນີ້ ເອີດຽວນີ້ ຊື້ມາຈາກ ວຽດນາມ ປະມານ 4 ເມັກກາວັດ ຍັງໃຊ້ຢູ່ ເພາະ ພວກເຮົາວ່າ ສວັນນະເຂດ ມັນບໍ່ ມີເຂື່ອນເດ".

ທ່ານວ່າ ປັດຈຸບັນ ແຂວງ ສວັນນະເຂດ ອາສັຍໄຟຟ້າ ຈາກ ແຂວງ ຄຳມ່ວນ ແລະ ແຂວງ ສາຣະວັນ ເປັນຫລັກ ຍ້ອນວ່າ ພາຍໃນແຂວງ ບໍ່ມີເຂື່ອນ ໄຟຟ້າ ເຖິງແມ່ນວ່າ ຈະມີແຜນຈະ ສ້າງ ເຂື່ອນ ຫລາຍແຫ່ງ ໃນແຂວງ ເທົ່າເຖິງ ປັດຈຸບັນ ກໍຍັງ ບໍ່ປະສົບ ຜົລສຳເຣັດ ເຂື່ອນ ທີ່ມີຢູ່ໃນ ແຜນການນັ້ນ ກໍມີ ເຂື່ອນ ຕາດຊະເລນ ຂນາດ 3.2 ເມັກກາວັດ ເຂື່ອນ ເຊບັງຫຽງ 1 ຂນາດ 60 ເມັກກາວັດ ແລະ ເຂື່ອນ ເຊລະນອງ 1 ຂນາດ 60 ເມັກກາວັດ ເຫມືອນກັນ.

ທ່ານຍັງບອກ ອີກວ່າ ເມືອງເຊໂປນ ເມືອງ ວິຣະບູຣີ ແລະ ເມືອງນອງ ຖືວ່າເປັນ ເມືອງຫ່າງໄກ ຈາກແຂວງ ສວັນນະເຂດ ຊຶ່ງ ເປັນອຸປສັກ ໃນການ ຕໍ່ສາຍສົ່ງ ໄຟໄປຫາ ທາງການ ຈື່ງຊື້ໄຟຟ້າ ຈາກວຽດນາມ ເພາະໃກ້ ຊາຍແດນ ວຽດນາມ ໃນຂນະດຽວກັນ ທາງການແຂວງ ຍັງມີແຜນ ການຈະຊື້ໄຟຟ້າ ຈາກໄທ ເພື່ອມາໃຊ້ ໃນເຂດ ອຸດສາຫະກັມ ນຳອີກ ດ່ັງໃນເຂດ ເສຖກິດ ພິເສດ ສວັນ-ເຊໂນ.

ໃນເດືອນ ກຸມພາ ປີ 2013 ຣັຖບານລາວ ເຄີຍປະກາດວ່າ ພາຍໃນປີ 2015 ທາງການລາວ ຈະເຊົາຊື້ ໄຟຟ້າ ຈາກ ປະເທດ ເພື່ອນບ້ານ ແຕ່ເມື່ອເບີ່ງ ສະພາບ ປັດຈຸບັນ ແລ້ວ ເປັນການຍາກ ທີ່ລາວ ຈະເຊົາໄດ້ ເພາະຫລາຍແຂວງ ຍັງມີຄວາມ ຕ້ອງການ ໃຊ້ໄຟຟ້າ ສູງຢູ່.