ເດັກນ້ອຍທຸກຍາກບໍ່ໄດ້ຮຽນ ໜັງສື

ຈຳປາທອງ
2016.12.05
f-kids ເດັກນ້ອຍລາວ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ
RFA/SS

ປະຈຸບັນ ນັກຮຽນຊົນເຜົ່າ ປະມານ 3 ຮ້ອຍ ປາຍຄົນ ຢູ່ ເມືອງເຊໂປນ ແຂວງ ສະຫວັນນະເຂດ ຍັງຂາດເຂີນ ເຄື່ອງນຸ່ງ ນັກຮຽນ ແລະ ອຸປກອນ ການຮຽນ ຍ້ອນວ່າ ສ່ວນຫຼາຍ ເປັນລູກ ກຳພ້າ ກໍາພອຍ ຄອບຄົວ ທຸກຍາກ ບໍ່ມີເງິນ ຮຽນ ເຖິງ ແມ່ນວ່າ ທີ່ຜ່ານມາ ທາງ ຣັຖບາລ ໄດ້ໃຫ້ ການຊ່ວຍເຫລືອ ສ້າງສູນ ເດັກນ້ອຍ ຊົນເຜົ່າ ທີ່ເປັນ ກຳພ້າ ຢູ່ບ້ານ ຊຽງຮອນ ເມືອງເຊໂປນ ແລ້ວ ກໍຕາມ ແຕ່ກໍຍັງ ບໍ່ພຽງພໍ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ອາສາ ຊ່ວຍເຫຼືອ ເດັກນ້ອຍ ທຸກຍາກ ຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 2 ທັນວາ ນີ້ວ່າ:

"ມັນມີຢູ່ ສີ່ບ້ານນະ ສີ່ບ້ານນ້ອຍ ຮວມກັນ ເປັນບ້ານດຽວ ເປັນບ້ານ ຂອງຊົນເຜົ່າ ຮ້ອຍເປີເຊັນ ເລີຍ ລວມໆເຂົ້າກັນ ຢູ່ປະມານ ໜ້າຈະບໍ່ ຕ່ຳກວ່າ 3 ຮ້ອຍຄົນ ທີ່ເປັນ ລູກກໍາພ້າ ກຳພອຍ ທີ່ຍາກຈົນນໍ ທີ່ແບບວ່າ ພໍ່ແມ່ບາງຄົນ ກໍອາຈພໍ່ແມ່ ເສັຽຊີວິດ ແລ້ວ ຫລືວ່າ ບາງຄົນ ກໍພໍ່ແມ່ ບໍ່ສາມາດ ມີເງິນໃຫ້ຮຽນ ແລະ ພາກຣັຖ ນໍ ທາງຣັຖບາລ ເປັນໂຮງຮຽນ ແຕ່ວ່າ ເຄື່ອງນຸ່ງຫົ່ມ ຫຍັງກໍຈະ ບໍ່ພຽງພໍ ຫຍັງນະ".

ຍານາງເວົ້າວ່າ ຈາກການລົງພື້ນທີ່ ຮິບໂຮມຂໍ້ມູນ ຂອງ ທີມອາສາສມັກ ເມື່ອບໍ່ດົນ ມານີ້ ພົບວ່າ ເມືອງທີ່ມີ ເດັກນ້ອຍ ກຳພ້າ ຫຼາຍທີ່ສຸດ ຢູ່ ແຂວງ ສະຫວັນນະເຂດ ແມ່ນ ເມືອງເຊໂປນ ຊຶ່ງ ປະຈຸບັນ ມີປະມານ 3 ຮ້ອຍຄົນ ຢູ່ໃນສູນ ດັ່ງກ່າວ. ຈຳນວນ ປະມານ 3 ຮ້ອຍຄົນ ທີ່ວ່ານັ້ນ 80% ເປັນເດັກກຳພ້າ ຢູ່ເຂດບ້ານ ຊຽງຮອນ ແລະ ອີກ 20% ແມ່ນມາຈາກ ບ້ານອື່ນໆ ຫຼາຍບ້ານ ຮວມກັນ. ພວກເຂົາ ອາສັຍ ທຶນຮຽນ ຈາກ ຣັຖບາລ, ເຂົ້າຮຽນ ໃນສູນ ບໍ່ໄດ້ເສັຽຄ່າ. ນອກຈາກ ຊ່ວຍເດັກນ້ອຍ ກຳພ້າແລ້ວ ແຕ່ລະປີ ທາງ ພາກຣັຖ ຍັງໄດ້ຊ່ວຍ ເດັກນ້ອຍ ຄອບຄົວ ທຸກຍາກ ທີ່ພໍ່ແມ່ ບໍ່ສາມາດ ຊື້ປື້ມ ຊື້ສໍໃຫ້ ແລະ ເດັກນ້ອຍ ຈຳພວກນີ້ ກໍເພີ້ມຂຶ້ນ ທຸກປີ.

ດັ່ງນັ້ນ ຈຶ່ງເຮັດໃຫ້ ພວກເຂົາເຈົ້າ ໄດ້ ຮຽນໜັງສື ຮອດແຕ່ ຊັ້ນປໍ 5 ເທົ່ານັ້ນ. ເມື່ອບໍ່ໄດ້ຮຽນຕໍ່ ກໍມັກຈະ ເກີດບັນຫາ ອັນບໍ່ດີ ຕ່າງໆ ຕາມມາ. ດັ່ງທີ່ ຍານາງ ກ່າວອີກວ່າ:

"ເມື່ອມັນມີ ຈຳນວນ ທີ່ຫຼວງຫຼາຍ ເກີນໄປນໍ ທາງ ຣັຖບາລເຮົາ ເພີ່ນກໍອາຈມີ ງົບປະມານ ບໍ່ພຽງພໍບໍ່ ຫຍັງຫັ້ນນະ ບໍ່ມີທຶນ ຈະຮຽນຕໍ່ ຂະເຈົ້າ ຈະຮຽນ ຮອດແຕ່ ປ.5 ແລະ ຫຼັງຈາກນັ້ນ ກໍອອກ ໂຮງຮຽນ ຜູ້ຊາຍ ສ່ວນຫຼາຍ ກໍໄປຊອກ ລັກຕັດໄມ້ ເພາະວ່າ ຕ້ອງໄດ້ຊ່ວຍ ຄອບຄົວນໍ ຢາເສບຕິດ ນີ້ບໍ່ຄ່ອຍມີ ຜູ້ຍິງ ກໍບັນຫາ ສ່ວນຫຼາຍ ກໍອາຈ ແຕ່ງງານ ກ່ອນໄວ ອັນຄວນນໍ".

ເຈົ້າໜ້າທີ່ອາສາສມັກ ບອກອີກວ່າ ການຊອກຫາ ທຶນຊ່ວຍເຫຼືອ ໃຫ້ເດັກນ້ອຍ ກຳພ້າ ແລະ ເດັກນ້ອຍທຸກຍາກ ໄດ້ຮຽນໜັງສືຕໍ່ ເປັນເຣື່ອງ ທີ່ ພາກຣັຖ ຄວນສົ່ງເສີມ ຫາກ ພວກເດັກນ້ອຍ ເຫລົ່ານີ້ ບໍ່ໄດ້ຮັບ ການສຶກສາ ເມື່ອໃຫຍ່ ຂຶ້ນໄປ ພວກເຂົາ ອາຈ ກາຍເປັນ ຄົນທີ່ ບໍ່ມີ ຄຸນນະພາບ, ຮູ້ເທົ້າ ບໍ່ເຖິງການ, ເຮັດສິ່ງບໍ່ດີ ຕໍ່ສັງຄົມ, ເປັນຕົ້ນ ເປັນໂຈນ ເປັນຂະໂມຍ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.