ນາເຂົ້າເມືອງສອງຄອນເສັຽຫາຍ

ອຸ່ນແກ້ວ ສຸກສະຫວັນ
2016.02.24
F-Songkhone ເມືອງສອງຄອນ ແຂວງ ສະຫວັນນະເຂດ ທີ່ ຖືກພັຍນໍ້າຖ້ວມ ໄຮ່ນາ ສັດລ້ຽງເສັຽຫາຍ ໃນປີ 2011
Screen captured from LaoLaneXang video

ມີຫຼາຍຄອບຄົວ ຢູ່ບ້ານ ລະຫານໍ້າ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ຮຽກຮ້ອງ ໃຫ້ ພາກສ່ວນ ກ່ຽວຂ້ອງ ລົງມາຊ່ວຍ ແກ້ບັນຫາ ຍ້ອນວ່າ ເນື້ອທີ່ນາເຂົ້າ ປະມານ 300 ເຮັກຕາ ຖືກ ສັດຕຣູ ພືດ ເພັ້ຽ-ຈັກຈັ່ນ ຄຸກຄາມ ເຮັດໃຫ້ ຕົ້ນເຂົ້າ ເລີ້ມອອກ ສີແດງ. ດັ່ງ ຜູ້ຕາງໜ້າ ຊາວບ້ານ ລະຫານໍ້າ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 23 ກຸມພາ ວ່າ:

"ຊ່ວຍເຫລືອ ຕົວຢາຂ້າ ພຍາດນີ້ແຫຼະ ໂຕວິທີ ແກ້ໄຂ ບໍ່ໃຫ້ເຂົ້າ ເຮົາຕາຍ ນີ້ແຫຼະ ເກີດສະພາບ ແບບແດງ ມັນແດງ ມັນ ບໍ່ຂຶ້ນດີ".

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງສອງຄອນ ກ່າວວ່າ ເຈົ້າໜ້າທີ່ ກໍາລັງ ກວດກາ ແລະ ພົບວ່າ ສັດຕູພືດ ກໍມີທັງ ເພັ້ຽ-ຈັກຈັ່ນ ກັດກິນຕົ້ນເຂົ້າ ຊຶ່ງໄດ້ກຽມ ແຜນແກ້ໄຂ ແລ້ວ ໂດຍຈະເຮັດ ວິທີແບບ ທັມມະຊາດ ບໍ່ໃຊ້ ສານເຄມີ ຢ່າງ ເດັດຂາດ, ດັ່ງ ທ່ານກ່າວ ຕໍ່ ເອເຊັຽເສຣີ ວ່າ:

"ມີແຕ່ວ່າ ຈະເກີດເຂົ້າ ປາຍແດງ ຂ້ອຍລົງໄປ ເບິ່ງແລ້ວ ປີນີ້ຖືວ່າ ອາກາດ ບໍ່ ປົກກະຕິ ເນາະ ມັນມີອາກາດ ໜາວຫຼາຍ ລະກໍຮ້ອນ ມັນ ເພັ້ຽ-ຈັກກະຈັ່ນ ຣະບາດນະ ກ່ຽວເຂົ້າ ທີ່ເຮົາປັກດໍາ ໃໝ່ ຫັ້ນແຫຼະ ໃຊ້ວິທີ ແບບພື້ນເມືອງ ເຮົານີ້ແຫຼະ ປ່ອຍນໍ້າຖ້ວມ ເນາະ ອາກາດເຮົາ ປັດຈຸບັນ ນີ້ ມັນກະມີ ການປ່ຽນແປງ ອາກາດຮ້ອນ ຂຶ້ນຖືວ່າ ມັນກະເຮັດໃຫ້ ສັດຕຣູ ພືດ ຫາຍໄປເນາະ".

ທ່ານ ກ່າວຕື່ມອີກ ວ່າ ນັບຕັ້ງແຕ່ ທ້າຍເດືອນ ມົກກະຣາ ມາຮອດ ຕົ້ນເດືອນ ກຸມພາ ຢູ່ ເມືອງສອງຄອນ ມີສະພາບ ອາກາດໜາວ ເຢັນຫຼາຍ ໃນຮອບຫຼາຍປີ ຈົນເຮັດໃຫ້ ສັດຕຣູພືດ ມີຫຼາຍ ຜິດປົກກະຕິ, ຕາມ ປົກກະຕິ ຊາວບ້ານ ຈະເກັບກ່ຽວ ເຂົ້າ ໃນເດືອນ ພຶສພາ ແຕ່ປີນີ້ ບໍ່ຮູ້ວ່າ ເຂົ້າຈະເຕີບໂຕ ຮອດຊ້ວງປີ ນີ້ຫລືບໍ່ ເຮັດໃຫ້ຫຼາຍ ຄອບຄົວ ກັງວົນວ່າ ອາດຈະ ເກັບກ່ຽວ ເຂົ້າ ໄດ້ໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.