ເຂດເສຖກິດເປີດຮັບ ຄົນງານ

ໄມຊູລີ
2016.02.02
F-Savanh-Toyota ໂຮງງານ ເຄື່ອງອາໄລ່ ຣົດ ໂຕໂຍຕ້າ ຢູ່ເຂດເສຖກິດພິເສດ ສວັນ-ເຊໂນ ແຂວງສວັນນະເຂດ
Courtesy of jclao.com

ເຂດເສຖກິດ ສວັນ-ເຊໂນ ແຂວງ ສວັນນະເຂດ ເປິດຮັບ ຄົນງານລາວ ທີ່ ໄປເຮັດວຽກ ຢູ່ ຕ່າງປະເທດ ແບບຜິດ ກົດໝາຍ ແລ້ວຖືກສົ່ງ ກັບມາລາວ, ຖ້າຜູ້ໃດ ສົນໃຈ ຢາກເຮັດວຽກ ຢູ່ຕາມ ໂຮງຈັກ ໂຮງງານ ກໍຍັງມີ ບ່ອນວ່າງ ຢູ່ຫຼາຍບ່ອນ. ທັ້ງນີ້ ກໍເພື່ອຢາກ ສົ່ງເສີມ ໃຫ້ ຄົນລາວ ມີວຽກ ມີງານເຮັດ ໂດຍບໍ່ຕ້ອງ ໄປຫາເຮັດວຽກ ຢູ່ ຕ່າງປະເທດ. ດັ່ງ ເຈົ້າໜ້າທີ່ ປະຈໍາເຂດ ເສຖກິດ ພິເສດ ສະຫັວນ-ເຊໂນ ກ່າວ ໃນວັນທີ 1 ກຸມພາ ນີ້ວ່າ:

“ໂຮງງານ ແຕ່ລະ ໂຮງງານ ເຂົາເຈົ້າ ຕ້ອງການ ເຂົາເຈົ້າ ກໍເອົາຄືກັນ ກໍຕ້ອງການ ຕຶ່ມຢູ່ ຖ້າ ແຮງງານ ສົນໃຈ ກໍມາຕິດຕໍ່ ປະສານ ກັບ ບໍຣິສັດ ຮັບເອົາ ແຮງງານ, ເຂົ້າໄປຫັ້ນ ເຂົາກໍມີ ໜ່ວຍງານ ແຮງງານ ເຂົາເຈົ້າ ເຂົາກໍມີຟອມ ຂັ້ນຕອນ ສມັກ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕຶ່ມວ່າ ປັຈຈຸບັນ ຢູ່ເຂດ ເສຖກິດ ພິເສດ ສວັນ-ເຊໂນ ມີໂຮງງານ ປະເພດ ອຸດສາຫະກັມ ປຸງແຕ່ງ ປະມານ 70 ກວ່າແຫ່ງ ທັງ ໂຮງງານ ຂອງຄົນລາວ ແລະ ຄົນ ຕ່າງປະເທດ,ມີແຮງງານ ທັງໝົດ ພຽງແຕ່ ປະມານ 4,000 ຄົນ, ສະນັ້ນ ໂຮງງານ ຫຼາຍແຫ່ງຍັງ ຕ້ອງການ ຄົນງານຕຶ່ມ ຍ້ອນຍັງມີ ບ່ອນວ່າງ ສໍາລັບ ປະມານ 10,000 ຄົນ.

ຜ່ານມາ ມີ ຄົນງານລາວ ທີ່ຖືກສົ່ງກັບ ຈາກ ປະເທດໄທ ໄດ້ເຂົ້າມາ ເຮັດວຽກ ຢູ່ ເຂດພິເສດ ສວັັນ-ເຊໂນ ນີ້ ແລ້ວປະມານ 60 ຄົນ. ທ່ານວ່າ ຕາມຣາຍງານ ວ່ານອກຈາກ ເຂດ ເສຖກິດ ພິເສດ ສວັນ-ເຊໂນ ແລ້ວ ເຂດເສຖກິດ ພິເສດ ຫຼື ສະເພາະ ອີກຫຼາຍ ແຫ່ງ ໃນ ທົ່ວປະເທດ ເປັນຕົ້ນ ເຂດເສຖກິດ ພິເສດ ສາມຫລ່ຽມຄໍາ ແຂວງ ບໍ່ແກ້ວ,ເຂດ ເສຖກິດ ສະເພາະ ບໍ່ເຕັນ ແດນງາມ ແຂວງ ຫຼວງນໍ້າທາ ກໍຍັງ ຕ້ອງການ ຄົນງານ ເພີ້ມຕື່ມ ເຊັ່ນກັນ ເພື່ອເປັນ ສ່ວນປະກອບ ສໍາຄັນ ໃນການ ພັທນາ ຂົງເຂດ ໃຫ້ ຈະເຣີນ.

ມາຮອດ ປັຈຈຸບັນ ສປປລາວ ມີເຂດ ເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ຮວມທັງໝົດ 13 ແຫ່ງ, ອິງຕາມ ຂໍ້ມູນ ຈາກຄນະ ກັມມະການ ແຫ່ງຊາດລາວ ເພື່ອ ຄຸ້ມຄອງ ເຂດເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ເວົ້າວ່າ ໃນເຂດ ເສຖກິດ ທົ່ວປະເທດ ໄດ້ສ້າງ ວຽກເຮັດ ງານທໍາ ໃຫ້ ປະຊາຊົນ ແລ້ວ ບໍ່ຫລຸດ 22,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.