ເຂດເສຖກິດພິເສດ ບໍ່ເຕັນ ຍັງເປີດ
2020.02.24
ເຂດເສຖກິດພິເສດບໍ່ເຕັນ ແຂວງຫຼວງນໍ້າທາ ຍັງບໍ່ທັນໄດ້ມີຄຳສັ່ງປິດ ດ່ານຫ້າມບຸກຄົນເຂົ້າ-ອອກ ພື້ນທີ່ ມີພຽງແຕ່ທາງຣັຖບານອອກ ແຈ້ງການ ໃຫ້ເຝົ້າຣະວັງຄົນຈີນ ແລະ ໃຫ້ຢຸດອອກວິຊາ ທ່ອງທ່ຽວກ່ອນ. ດັ່ງເຈົ້າໜ້າທີ່ຄນະຄຸ້ມຄອງ ເຂດເສຖກິດ ພິເສດບໍ່ເຕັນ ແຂວງ ຫຼວງນໍ້າທາ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ເມື່ອອາທິດຜ່ານມາວ່າ:
"ອໍ ບໍ່ໄດ້ປິດມີແຕ່ວ່າແຈ້ງການ ໃຫ້ເຝົ້າຣະວັງເນາະ ເຂົາເຈົ້າຣັຖບາລາວແຈ້ງການອອກ ໃຫ້ຢຸດວິຊາທ່ອງທ່ຽວຫັ້ນນ່າ ຄົນຈີນເຂົາເຈົ້າກໍມີ ແຕ່ບາງຄົນ ຈຳເປັນທີ່ສຸດແລ້ວ ຈັ່ງເຂົ້າມາບໍຣິສັດນີ້ຊ່ວງນີ້ ເຂົາເຈົ້າກໍຍັງບໍ່ໄດ້ເຂົ້າມາເທື່ອ ຜູ້ທີ່ວ່າຍັງຢູ່ກໍມີ ຈຳນວນນຶ່ງ."
ທ່ານກ່າວຕື່ມວ່າ ປັດຈຸບັນນີ້ຢູ່ໃນເຂດເສຖກິດພິເສດບໍ່ເຕັນ ມີຄົນຈີນຈຳນວນນຶ່ງ ທີ່ຢູ່ເຝົ້າຮ້ານຄ້າ ແລະບໍຣິສັດຂອງເຂົ້າເຈົ້າແຕ່ສ່ວນຫຼາຍ ໂດຍສະເພາະກຸ່ມຄົນງານ ກໍໄດ້ກັບຄືນປະເທດ ໃນໄລຍະບຸນກຸດຈີນ ແລະບໍ່ໄດ້ກັບເຂົ້າມາ ປະເທດລາວເທື່ອ ຍ້ອນຣັຖບານຈີນ ປະກາດ ຫ້າມຄົນຈີນເດີນທາງ ອອກນອກປະເທດ ຖ້າບໍ່ຈຳເປັນ.
ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ກະຊວງສາທາຣະນະສຸກ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ວ່າ ທຸກດ່ານສາກົລ ແລະດ່ານປະເພນີ ມີແພດ-ໝໍ ຕິດຕາມກວດກາ ການເຂົ້າ-ອອກ. ໂດຍສະເພາະແມ່ນດ່ານສາກົລບໍ່ເຕັນ ຕ້ອງກວດກາເຂັ້ມງວດ.
"ດຽວນີ້ເຂົາກຳລັງເຝົ້າຣະວັງ ຕາມດ່ານເຂົ້າ-ອອກ ເມືອງມີແພດປະຈຳໝົດແລ້ວ ເຂັ້ມງວດຫັ້ນແລ້ວເພາະມັນຣະບົບສາກົລ ເດ້ເນາະ ຈີນ ມັນກໍເຂັ້ມພໍມັນ ເຮົາກໍເຂັ້ມພໍເຮົາ ກໍປະສານກັນຫັ້ນແລ້ວ ຈົນມີປະກາດຍົກເລີກພາວະສຸກເສີນ ພຸ້ນແລ້ວ."
ສ່ວນຜູ້ປະກອບການຮ້ານອາຫານ ບ້ານນາເຕີຍ ແຂວງຫຼວງນໍ້າທາ ກ່າວວ່າຮ້ານອາຫານ ຫຼາຍແຫ່ງຍັງເປີດຕາມປົກກະຕິ ແຕ່ກໍສັງເກດ ເຫັນວ່າຄົນຈີນຫນ້ອຍລົງ.
"ຍັງເປີດບໍຣິການຢູ່ ໂດຍມີທຸກມື້ບໍ່ໄດ້ຂາດ ແຕ່ວ່າມັນກໍບໍ່ຄົນຫຼາຍນ່າ ຖືບາງຢູ່ຍັງບໍ່ຂ່າວແບບວ່າຕ້ອງໃຫ້ປິດຮ້ານອາຫານ ຫຼືປ້ອງກັນບໍ່ໃຫ້ ລູກຄ້າຄົນຈີນເຂົ້າຮ້ານຫັ້ນນ່າ."
ເຖິງແນວໃດກໍຕາມກ່ອນໜ້ານີ້ ເຂດເສຖກິດພິເສດ ແຂວງບໍ່ແກ້ວ ສາມຫຼ່ຽມຄຳ ເປັນນຶ່ງໃນເຂດທີ່ມີນັກທ່ອງທ່ຽວ ທັງຊາວຈີນ ແລະ ຊາວຕ່າງປະເທດ ເຂົ້າມາຫຼາຍກໍໄດ້ສັ່ງປິດ ຫ້າມບໍ່ໃຫ້ນັກທ່ອງທ່ຽວເຂົ້າມາ ໃນເຂດດັ່ງກ່າວໃນຣະຫວ່າງ ວັນທີ 09 ຫາ 25 ກຸມພາ 2020.