ຣົດຂົນຫິນກາວ ລະເບີດ ຢູ່ ດ່ານສາກົນ ສວັນ-ລາວບາວ
2020.12.03
ຣົດຂົນຫິນກາວ ໄດ້ລະເບີດ ຢູ່ ດ່ານສາກົນແດນສວັນ-ລາວບາວ, ດ່ານຊາຍແດນ ລາວ-ວຽດນາມ ທີ່ເມືອງເຊໂປນ ແຂວງສວັນນະເຂດ ໃນມື້ວັນທີ 3 ທັນວາ ນີ້ ຍ້ອນເຈົ້າໜ້າທີ່ສາງ X-Ray ປະຈຳດ່ານ ໄດ້ເອົາເຫຼັກໄປແທງ ເພື່ອກວດກາ ແຕ່ເຫຼັກແທງຖືກດອກໄມ້ໄຟ ຈຶ່ງເກີດລະເບີດຂຶ້ນ ແລ້ວໄຟລາມໄປໃສ່ ຖັງນ້ຳມັນ. ໃນເບື້ອງຕົ້ນມີ ຜູ້ເສັຍຊີວິດ 3 ຄົນ ແລະ ບາດເຈັບ 4-5 ຄົນ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປະຈໍາດ່ານສາກົນ ຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ທັນວາ ນີ້:
”ຢູ່ໃນຣົດຫິນກາວ ກັມມະກອນເຂົາກໍໄປຂົນ ໄປແຫຍ່ຫັ້ນແຫລະ ແທງຫິນກາວນໍ ມັນລັກເຊື່ອງ ໃນຫິນກາວ ມັນເອົາຫິນກາວຖົມນໍ ຜູ້ບາດເຈັບ 4-5 ຄົນ ແລ້ວກໍເສັຍຊີວິດ 3 ຄົນໃນພື້ນທີ່ ຄົນວຽດ 1, ກັມມະກອນຢູ່ໃນສາງ 1, ພະນັກງານຜູ້ເຂົ້າມາວຽກສ່ວນຕົວ 1 ມັນຮ້າຍແຮງ ເສັຍຫາຍໜັກ ປະມານ 95% ຢູ່ໃນດ່ານ ສາງກວດກາສິນຄ້າເລີຍ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ຢູ່ ເມືອງເຊໂປນ ທ່ານນຶ່ງກ່າວວ່າ ເວລານີ້ໄຟມອດແລ້ວ ແຕ່ຍັງບໍ່ສາມາດສະຫລຸບໄດ້ ເຖິງສາເຫດ ແລະ ຄວາມເສັຍຫາຍ ລະອຽດເທື່ອ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ກໍາລັງສືບສວນສອບສວນຢູ່:
"ມອດແລ້ວ ຕົວນີ້ກໍຍັງບໍ່ທັນໄດ້ສລຸບໄດ້ ເພາະວ່າທາງວິຊາການເພິ່ນກໍາລັງສືບສວນ ສອບສວນ ຍັງສລຸບບໍ່ທັນໄດ້ ຄົນບາດເຈັບຄືວ່າເປັນຈໍານວນຫລາຍ ຄົນເສັຍຊີວິດນີ້ຍັງ ບໍ່ທັນສລຸບໄດ້.”
ປະຊາຊົນທ່ານນຶ່ງ ຢູ່ບ້ານແດນສວັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ທັນວາ ນີ້ວ່າ ເມື່ອເວລາປະມານ 7-8 ໂມງ ເກີດລະເບີດ ເຮັດໃຫ້ຄົນບາດເຈັບ, ຣົດທີ່ຈອດຢູ່ອ້ອມຂ້າງ ແລະ ຫ້ອງການດ່ານ ເສັຍຫາຍ:
”ປະມານ 7-8 ໂມງ ນີ້ແຫລະ ຈຸດຕົງນັ້ນເປັນດ່ານພາສີ ທີ່ຕວດສິນຄ້າຫັ້ນນະ ໄຟໄໝ້ຣົດກ່ອນ ແລ້ວຈຶ່ງລາມເຂົ້າມາຫາຫ້ອງການເຮັດວຽກ ຣົດອ້ອມຂ້າງໄໝ້ຈົນເກືອບໝົດ ຣົດມັນເປັນຣົດພ່ວງ ມີຣົດບາງຄັນ ທີ່ຂົນບັ້ງກະໂພກ ແຕ່ກໍບໍ່ຮູ້ວ່າສາເຫດຫລັກໆ ໃຫ້ເຮັດໃຫ້ເກີດຣະເບີດ ດຽວນີ້ຣົດດັບເພີງໄປ ຄວບຄຸມສະຖານະການຮຽບຮ້ອຍແລ້ວ ແຕ່ກໍຍັງ ວຸ້ນວາຍກັບຄົນເຈັບຢູ່.”
ໃນຂນະດຽວກັນ ຊາວບ້ານແດນສວັນ ອີກທ່ານນນຶ່ງ ກໍເວົ້າຕໍ່ ວິທຍຸເອເຊັຍເສຣີວ່າ ມາຮອດດຽວນີ້ ໄຟມອດແລ້ວ ແຕ່ກໍຍັງບໍ່ແນ່ວ່າ ເຫດການນັ້ນເປັນແນວໃດ, ໄດ້ຍິນວ່າບັ້ງກະໂພກ ແຕກແລ້ວໄປຖືກຖັງນໍ້າມັນຣົດ ເຮັດໃຫ້ມີຄົນບາດເຈັບ ແລະ ເສັຍຊີວິດ:
”ໃກ້ດ່ານລາວ-ວຽດ ເຂົາຍັງບໍ່ໄດ້ສລຸບ ມີແຕ່ເຂົາເຈົ້າວ່າ ບັ້ງກະໂພກແຕກ ລາມໃສ່ຣົດ ແລະຖືກຖັງນໍ້າມັນ ຮູ້ວ່າມີຜູ້ບາດເຈັບ ເສັຍຊີວິດ ເຂົາຍັງບໍ່ໄດ້ສລຸບ.”
ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງສືບສວນ-ສອບສວນ ຫາສາເຫດ ທີ່ເຮັດໃຫ້ເກີດ ການລະເບີດ ແລະກວດກາ ຄວາມເສັຍຫາຍນັ້ນຢູ່, ຫ້າມບໍ່ໃຫ້ບຸກຄົນ ພາຍນອກເຂົ້າໄປ ໃນບໍຣິເວນ ທີ່ເກີດເຫດນັ້ນ.